ຕົວແບບການພັດທະນາຊົນນະບົດທີ່ຍືນຍົງ ຢູ່ ສປປ ລາວ: ການຖອດຖອນບົດຮຽນຈາກການ ຈັດຕັ້ງປະຕິບັດວຽກງານສາມສ້າງ ແລະ ກອງທຶນຫຼຸດຜ່ອນຄວາມທຸກຍາກໃນເຂດຊົນນະບົດ
ວາລະສານວິທະຍາສາດສັງຄົມ · 15.08.2026 · 1 (1) · 205-214
DOI: 10.71026/ssj.v1i1.190 ↗Kurz gefasst
Fachartikel in der Zeitschrift ວາລະສານວິທະຍາສາດສັງຄົມ, online erschienen am 15.08.2026. Verfasst von Phonpaseuth Sitthavong.
Abstract (Originalsprache)
ການ ພັດທະນາ ຊົນນະບົດ ແບບ ຍືນຍົງໃນ ສປປ ລາວ ຖືເປັນ ຍຸດທະສາດ ແຫ່ງຊາດ ທີ່ມີຄວາມ ສໍາ ຄັນ ສູງສຸດໃນການນໍາພາປະເທດ ຫຼຸດພົ້ນ ອອກຈາກ ສະຖານະພາບ ດ້ອຍ ພັດທະນາ. ບົດຄວາມ ວິໄຈ ສະບັບ ນີ້ມີຈຸດປະສົງ ເພື່ອວິ ເຄາະ ແລະ ປະເມີນ ປະສິດທິຜົນ ຂອງ ຕົວ ແບບ ການ ພັດທະນາ ຊົນນະບົດ ໂດຍ ເນັ້ນ ໃສ່ ການ ຖອດຖອນ ບົດຮຽນ ຈາກ ສອງ ຕົວ ແບບ ຫຼັກ ຄື: ແນວທາງ ນະໂຍບາຍ "ສາມ ສ້າງ" (Sam Sang Directive) ແລະ ກອງ ທຶນ ຫຼຸດ ຜ່ອນ ຄວາມ ທຸກຍາກ (ທລຍ). ວິທີ ດໍາເນີນການ ຄົ້ນຄວ້າ ແມ່ນ ການນໍາ ໃຊ້ ຮູບແບບ ການ ວິໄຈ ແບບ ປະສົມ ປະສານ (Mixed Methods) ໂດຍ ການເກັບ ກໍາ ຂໍ້ມູນ ແບບ ສອບຖາມ ຈາກ ກຸ່ມ ຕົວຢ່າງ ປະຊາຊົນ ຈໍາ ນວນ 1,200 ຕົວຢ່າງ ຢູ່ໃນ 12 ເມືອງ ເປົ້າຫມາຍ ທຸກຍາກ ພ້ອມທັງ ການ ສໍາ ພາດ ເຈາະ ເລິກ ຜູ້ມີສ່ວນຮ່ວມ ຈາກ ທັງ ພາກ ລັດ ແລະ ຊຸມຊົນ. ຜົນ ການ ວິໄຈ ພົບ ວ່າ ຕົວ ແບບ ການ ພັດທະນາ ທີ່ ປະສົບ ຜົນສາເລັດ ສູງສຸດ ແມ່ນ ຕົວ ແບບ ການ ພັດທະນາ ທີ່ ຂັບເຄື່ອນ ໂດຍ ຊຸມຊົນ (Community-Driven Development: CDD) ບ່ອນ ທີ່ ປະຊາຊົນມີສ່ວນຮ່ວມ ຢ່າງ ຕັ້ງໜ້າໃນການວາງ ແຜນ, ຈັດຕັ້ງ ປະຕິບັດ ແລະ ຕິດຕາມ ກວດກາ. ຜົນ ການ ວິເຄາະ ສະຖິຕິ ຢັ້ງຢືນ ວ່າ ລະດັບ ການມີສ່ວນຮ່ວມ ຂອງ ຊຸມຊົນມີຄວາມ ສໍາ ພັນ ທາງ ບວກ ກັບ ຄວາມ ຍືນຍົງ ຂອງ ໂຄງການ ພັດທະນາ ຢ່າງ ກົມກຽວ ທາງ ສະຖິຕິ ທີ່ ລະດັບ 0.05 (p < 0.05). ນອກຈາກນີ້, ຜົນ ການປະເມີນ ຍັງ ຊີ້ ໃຫ້ ເຫັນ ວ່າ ດັດຊະນີ ຄວາມສໍາເລັດ ຂອງ ໂຄງການ ພາຍໃຕ້ ກອງ ທຶນ ຫຼຸດ ຜ່ອນ ຄວາມທຸກຍາກ (ທລຍ) ສາມາດ ບັນລຸ ໄດ້ ສູງ ເຖິງ 88.50% ຂອງ ແຜນການ ທີ່ ວາງ ໄວ້. ຢ່າງໃດກໍຕາມ, ການຄົ້ນ ຄວ້າ ຍັງ ພົບ ສິ່ງ ທ້າທາຍ ຕົ້ນຕໍ ເຊັ່ນ: ການຂາດ ແຄນ ງົບປະມານ ທ້ອງຖິ່ນ, ຂໍ້ ຈໍາ ກັດ ດ້ານ ຄວາມສາມາດ ຂອງ ບຸກ ຄະລາ ກອນ ຂັ້ນ ຮາກຖານ, ແລະ ແນວຄິດ ການ ເພິ່ງພາ ຂອງ ປະຊາຊົນ. ບົດຄວາມ ນີ້ ຈຶ່ງມີຂໍ້ສະເໜີ ແນະ ທາງ ນະໂຍ ບາຍ ທີ່ ສໍາ ຄັນ ຄື: ຄວນ ເລັ່ງ ຫັນປ່ຽນ ພາລະ ບົດບາດ ແລະ ມອບ ໂອນ ສິດອໍານາດ ໃຫ້ ແກ່ ອົງການ ປົກຄອງ ທ້ອງຖິ່ນ ຢ່າງ ແທ້ຈິງ, ສ້າງ ກົນໄກ ການເງິນ ທີ່ ຍືນຍົງໃນລະດັບ ບ້ານ, ພ້ອມທັງ ສົ່ງເສີມ ກົນໄກ ການມີສ່ວນຮ່ວມ ແບບ ສົມທົບ ແລະ ການສ້າງ ຄວາມເຂັ້ມແຂງ ໃຫ້ ກຸ່ມ ອາຊີບ ຊຸມຊົນ ເພື່ອ ລົບລ້າງ ແນວຄິດ ການ ເພິ່ງພາ ຢ່າງ ເປັນ ຮູບ ປະທຳ.
Zitieren
APA
Sitthavong, P. (2026). ຕົວແບບການພັດທະນາຊົນນະບົດທີ່ຍືນຍົງ ຢູ່ ສປປ ລາວ: ການຖອດຖອນບົດຮຽນຈາກການ ຈັດຕັ້ງປະຕິບັດວຽກງານສາມສ້າງ ແລະ ກອງທຶນຫຼຸດຜ່ອນຄວາມທຸກຍາກໃນເຂດຊົນນະບົດ. ວາລະສານວິທະຍາສາດສັງຄົມ, 1(1), 205-214. https://doi.org/10.71026/ssj.v1i1.190
Vancouver
Sitthavong P. ຕົວແບບການພັດທະນາຊົນນະບົດທີ່ຍືນຍົງ ຢູ່ ສປປ ລາວ: ການຖອດຖອນບົດຮຽນຈາກການ ຈັດຕັ້ງປະຕິບັດວຽກງານສາມສ້າງ ແລະ ກອງທຶນຫຼຸດຜ່ອນຄວາມທຸກຍາກໃນເຂດຊົນນະບົດ. ວາລະສານວິທະຍາສາດສັງຄົມ. 2026;1(1):205-214. doi:10.71026/ssj.v1i1.190
BibTeX
@article{Sitthavong2026,
author = {Sitthavong, Phonpaseuth},
title = {ຕົວແບບການພັດທະນາຊົນນະບົດທີ່ຍືນຍົງ ຢູ່ ສປປ ລາວ: ການຖອດຖອນບົດຮຽນຈາກການ ຈັດຕັ້ງປະຕິບັດວຽກງານສາມສ້າງ ແລະ ກອງທຶນຫຼຸດຜ່ອນຄວາມທຸກຍາກໃນເຂດຊົນນະບົດ},
journal = {ວາລະສານວິທະຍາສາດສັງຄົມ},
year = {2026},
volume = {1},
number = {1},
pages = {205--214},
doi = {10.71026/ssj.v1i1.190}
}
EUVIMED