EUVIMEDEUVIMED entdecken
Crossref

ການສົ່ງຜ່ານອັດຕາດອກເບ້ຍ ແລະ ປະສິດທິພາບຂອງນະໂຍບາຍເງິນຕາໃນ ສປປ ລາວ

Fan Zuojun, Lamtiane KHOUTPHILAVANH

ວາລະສານວິທະຍາສາດສັງຄົມ · 21.04.2026 · 26 (1) · 84-99

DOI: 10.71026/ss.2026.01009 ↗

Kurz gefasst

Fachartikel in der Zeitschrift ວາລະສານວິທະຍາສາດສັງຄົມ, online erschienen am 21.04.2026. Verfasst von Fan Zuojun und 1 weiteren Autor:innen.

AbstractBibliografische AngabenZitierenVerwandte Studien

Abstract (Originalsprache)

ການສຶກສານີ້ມີຈຸດປະສົງເພື່ອປະເມີນກົນໄກການສົ່ງຜ່ານນະໂຍບາຍເງິນຕາ ແລະ ປະສິດທິຜ່ານຂອງການໃຊ້ອັດຕາດອກເບ້ຍເປັນເຄື່ອງມືນະໂຍບາຍໃນ ສປປ ລາວ ພາຍໃຕ້ເງື່ອນໄຂເສດຖະກິດເປີດຂະໜາດນ້ອຍທີ່ມີຂໍ້ຈໍາກັດທາງໂຄງສ້າງຂອງລະບົບການເງິນ ແລະ ພາວະໂດລາໄລເຊຊັນ ທີ່ເນັ້ນປຽບທຽບຄວາມສໍາພັນລະຫວ່າງຊ່ອງທາງອັດຕາດອກເບ້ຍ ແລະ ຊ່ອງທາງອັດຕາແລກປ່ຽນຕໍ່ການເຄື່ອນໄຫວຂອງເງິນເຟີ້ ແລະ ກິດຈະກໍາທາງເສດຖະກິດຈິງ ໂດຍໃຊ້ຂໍ້ມູນລາຍໄຕມາດຊ່ວງປີ 2005-2024 ແລະ ໃຊ້ແບບຈໍາລອງ SVAR ເພື່ອລະບຸຊ໋ອກນະໂຍບາຍເງິນຕາຢ່າງເປັນລະບົບ ພ້ອມວິເຄາະຟັງຊັນການຕອບສະໜອງຕໍ່ແຮງກະທົບ (IRFs) ແລະ ການສະລາຍຄວາມແປປວນຂອງຄວາມຄາດເຄື່ອນໃນການພະຍາກອນ (FEVD). ຜົນການສຶກສາພົບວ່າການສົ່ງຜ່ານຈາກອັດຕາດອກເບ້ຍນະໂຍບາຍໄປສູ່ອັດຕາດອກເບ້ຍເງິນກູ້ມີລັກສະນະບໍ່ສົມບູນ ແລະ ເກີດຂຶ້ນດ້ວຍຄວ່າລ່າຊ້າປະມານ 1-2 ໄຕມາດ; ເຖິງວ່າແຮງກະທົບຈາກອັດຕາດອກເບ້ຍເງິນກູ້ຈະເຮັດໃຫ້ຜົນຜະລິດມວນລວມພາຍໃນປະເທດທີ່ແທ້ຈິງຫຼຸດລົງຢ່າງມີຄວາມໝາຍສໍາຄັນທາງສະຖິຕິໃນໄລຍະສັ້ນ ແຕ່ຜົນຂອງການຊ໋ອກນະໂຍບາຍເງິນຕາແບບຫັດກຸມຕໍ່ເງິນເຟີ້ ມີຂະໜາດຈໍາກັດ ໂດຍ FEVD ສະແດງໃຫ້ເຫັນວ່າອັດຕາດອກເບ້ຍນະໂຍບາຍອະທິບາຍການຜັນຜວນຂອງເງິນເຟີ້ໄດ້ພຽງປະມານ 7-11% ຕະຫຼອດຊ່ວງເວລາ 20 ໄຕມາດ. ໃນທາງກົງກັນ ຂ້າມ ຊ່ອງທາງອັດຕາແລກປ່ຽນມີບົດບາດໂດດເດັ່ນກວ່າຢ່າງຊັດເຈນ ໂດຍແຮງກະທົບຈາກອັດຕາແລກປ່ຽນສາມາດອະທິບາຍຄວາມຜັນຜວນຂອງເງິນເຟີ້ໄດ້ປະມານ 35% ໃນໄຕມາດທີ 5 ເພີ່ມຂຶ້ນເປນ 57% ໃນໄຕມາດທີ 10 ແລະ ສູງເຖິງ 66-69% ໃນໄລຍະຍາວ ເຊິ່ງສະທ້ອນລະດັບການສົ່ງຜ່ານອັດຕາແລກປ່ຽນທີ່ສູງໃນລະບົບເສດຖະກິດລາວ. ນອກນີ້ຄວາມຜົນຜວນຂອງອັດຕາແລກປ່ຽນຍັງຖືກກໍານົດໂດຍແຮງກະທົບຈາກຕົວເອງຫຼາຍກວ່າ 84-90% ໃນທຸກຊ່ວງເວລາ ເຊິ່ງສະແດງເຖິງຄວາມອ່ອນໄຫວຕໍ່ປັດໄຈພາຍນອກ. ສະຫຼຸບແລ້ວ ຜົນການສຶກສາຊີ້ໃຫ້ເຫັນວ່າກົນໄກການສົ່ງຜ່ານນະໂຍບາຍເງິນຕາຂອງລາວ ມີລັກສະນະ ຊ່ອງທາງອັດຕາແລກປ່ຽນເປັນກົນໄກຫຼັກ (exchange-rate dominant) ກໍ່ຄືຊ່ອງທາງອັດຕາແລກປ່ຽນມີບົດບາດເໜືອກວ່າຊ່ອງອັດຕາດອກເບ້ຍໃນການກໍານົດການເຄື່ອນໄຫວຂອງເງິນເຟີ້; ຂໍ້ຄົ້ນພົບດັ່ງກ່າວສະທ້ອນຂໍ້ຈໍາກັດດ້ານໂຄງສ້າງຂອງການດໍາເນີນນະໂຍບາຍອັດຕາດອກເບ້ຍໃນເສດຖະກິດເປີດຂະໜາດນ້ອຍ ແລະ ຍົກໃຫ້ເຫັນວ່າການເສີມສ້າງສະ ຖຽນລະພາບອັດຕາແລກປ່ຽນຄວບຄູ່ກັບການພັດທະນາຕະຫຼາດການເງິນພາຍໃນປະເທດເປັນເງື່ອນໄຂສໍາຄັນໃນການຍົກລະດັບປະສິດທິພາບຂອງນະໂຍບາຍເງິນຕາໃນໄລຍະຍາວ.

Zitieren

APA

Zuojun, F., & KHOUTPHILAVANH, L. (2026). ການສົ່ງຜ່ານອັດຕາດອກເບ້ຍ ແລະ ປະສິດທິພາບຂອງນະໂຍບາຍເງິນຕາໃນ ສປປ ລາວ. ວາລະສານວິທະຍາສາດສັງຄົມ, 26(1), 84-99. https://doi.org/10.71026/ss.2026.01009

Vancouver

Zuojun F, KHOUTPHILAVANH L. ການສົ່ງຜ່ານອັດຕາດອກເບ້ຍ ແລະ ປະສິດທິພາບຂອງນະໂຍບາຍເງິນຕາໃນ ສປປ ລາວ. ວາລະສານວິທະຍາສາດສັງຄົມ. 2026;26(1):84-99. doi:10.71026/ss.2026.01009

BibTeX
@article{Zuojun2026,
  author = {Zuojun, Fan and KHOUTPHILAVANH, Lamtiane},
  title = {ການສົ່ງຜ່ານອັດຕາດອກເບ້ຍ ແລະ ປະສິດທິພາບຂອງນະໂຍບາຍເງິນຕາໃນ ສປປ ລາວ},
  journal = {ວາລະສານວິທະຍາສາດສັງຄົມ},
  year = {2026},
  volume = {26},
  number = {1},
  pages = {84--99},
  doi = {10.71026/ss.2026.01009}
}
Kostenlos starten →