EUVIMEDEUVIMED entdecken
Crossref

ຄວາມຫຼາກຫຼາຍທາງເພດໃນບ່ອນເຮັດວຽກ (ສຶກສາກໍລະນີນະໂຍບາຍການຈ້າງງານໃນກຸ່ມຄົນຫຼາກຫຼາຍທາງເພດ ຢູ່ ໃນ ສປປ ລາວ)

Thatsanalone Sisounonth, Souliyanh Lounchantha, Anan Bouapha, Manolinh Thepkhamvong, Thip Nouansyvong, Thavadxai XAIYAKOUMMAN, Lattavanh SENGDALA

ວາລະສານວິທະຍາສາດສັງຄົມ · 15.06.2026 · 26 (1) · 203-212

DOI: 10.71026/ssj.v26i1.151 ↗

Kurz gefasst

Fachartikel in der Zeitschrift ວາລະສານວິທະຍາສາດສັງຄົມ, online erschienen am 15.06.2026. Verfasst von Thatsanalone Sisounonth und 6 weiteren Autor:innen.

AbstractBibliografische AngabenZitierenVerwandte Studien

Abstract (Originalsprache)

ບົດຄັດຫຍໍ້ ບົດຄວາມວິທະຍາສາດສະບັບນີ້ ມີຈຸດປະສົງຫຼັກເພື່ອທົບທວນເນື້ອໃນກົດໝາຍ ແລະ ລະບຽບການຂອງ ສປປ ລາວ, ຊອກຮູ້ບັນຫາ ແລະ ສິ່ງທ້າທາຍ, ພ້ອມທັງຊອກຫາວິທີການແກ້ໄຂບັນຫາໃນການຈ້າງງານກຸ່ມຄົນຫຼາກຫຼາຍທາງເພດ (LGBTI) ໃນສະຖານທີ່ເຮັດວຽກ. ການສຶກສາຄັ້ງນີ້ນຳໃຊ້ວິທີການຄົ້ນຄວ້າແບບສຳຫຼວດພາກສະໜາມ ໂດຍຜະສົມຜະສານທາງດ້ານປະລິມານ ແລະ ຄຸນນະພາບ. ການເກັບກຳຂໍ້ມູນດຳເນີນຢູ່ນະຄອນຫຼວງວຽງຈັນ (ຕຸລາ 2018 - ມິຖຸນາ 2019) ຈາກກຸ່ມຕົວຢ່າງ 28 ທ່ານ ຊຶ່ງປະກອບມີຜູ້ບໍລິຫານ, ພະນັກງານບຸກຄະລາກອນ ແລະ ພະນັກງານຫຼາກຫຼາຍທາງເພດ. ຜົນການສຶກສາພົບວ່າ: ເຖິງແມ່ນວ່າລັດຖະທຳມະນູນ (2015) ແລະ ກົດໝາຍແຮງງານແຫ່ງ ສປປ ລາວ (2013) ຈະກຳນົດສິດສະເໝີພາບ ແລະ ການຕ້ານການຈຳແນກຂອງພົນລະເມືອງທຸກຄົນຢ່າງຈະແຈ້ງ, ແຕ່ໃນພຶດຕິກຳຕົວຈິງ ກຸ່ມຄົນຫຼາກຫຼາຍທາງເພດຍັງປະເຊີນກັບສິ່ງທ້າທາຍຫຼາຍດ້ານ ເຊັ່ນ: 61% ພົບຄວາມຫຍຸ້ງຍາກໃນການຊອກວຽກເຮັດ ແລະ 60% ເຄີຍຖືກຈຳແນກລັງກຽດດ້ວຍການຂົ່ມເຫັງທາງວາຈາໃນບ່ອນເຮັດວຽກ. ເຖິງຢ່າງໃດກໍຕາມ, ຍັງມີທ່າອ່ຽງທີ່ດີເນື່ອງຈາກນາຍຈ້າງກວ່າ 52% ມີທັດສະນະທີ່ດີຕໍ່ກຸ່ມຄົນນີ້ ໂດຍ ເນັ້ນການວັດແທກທີ່ຄວາມຮູ້ຄວາມສາມາດ, ຄວາມດຸໝັ່ນ ແລະ ຜົນງານຕົວຈິງ ຫຼາຍກວ່າການເລືອກປະຕິບັດທາງເພດ. ສະຫຼຸບແລ້ວ, ສັງຄົມການເຮັດວຽກໃນລາວມີການຍອມຮັບຄວາມຫຼາກຫຼາຍຫຼາຍຂຶ້ນ, ແຕ່ຍັງຈຳເປັນຕ້ອງມີການປັບປຸງທັດສະນະຄະຕິຂອງເພື່ອນຮ່ວມງານ ແລະ ຄວນມີການພິຈາລະນານິຕິກຳສະເພາະ ເພື່ອປົກປ້ອງສິດທິ, ໂອກາດໃນການຈ້າງງານ ແລະ ສົ່ງເສີມຄວາມກ້າວໜ້າຂອງກຸ່ມຄົນຫຼາກຫຼາຍທາງເພດຢ່າງເທົ່າທຽມ.

Zitieren

APA

Sisounonth, T., Lounchantha, S., Bouapha, A., Thepkhamvong, M., Nouansyvong, T., XAIYAKOUMMAN, T., & SENGDALA, L. (2026). ຄວາມຫຼາກຫຼາຍທາງເພດໃນບ່ອນເຮັດວຽກ (ສຶກສາກໍລະນີນະໂຍບາຍການຈ້າງງານໃນກຸ່ມຄົນຫຼາກຫຼາຍທາງເພດ ຢູ່ ໃນ ສປປ ລາວ). ວາລະສານວິທະຍາສາດສັງຄົມ, 26(1), 203-212. https://doi.org/10.71026/ssj.v26i1.151

Vancouver

Sisounonth T, Lounchantha S, Bouapha A, Thepkhamvong M, Nouansyvong T, XAIYAKOUMMAN T, et al. ຄວາມຫຼາກຫຼາຍທາງເພດໃນບ່ອນເຮັດວຽກ (ສຶກສາກໍລະນີນະໂຍບາຍການຈ້າງງານໃນກຸ່ມຄົນຫຼາກຫຼາຍທາງເພດ ຢູ່ ໃນ ສປປ ລາວ). ວາລະສານວິທະຍາສາດສັງຄົມ. 2026;26(1):203-212. doi:10.71026/ssj.v26i1.151

BibTeX
@article{Sisounonth2026,
  author = {Sisounonth, Thatsanalone and Lounchantha, Souliyanh and Bouapha, Anan and Thepkhamvong, Manolinh and Nouansyvong, Thip and XAIYAKOUMMAN, Thavadxai and SENGDALA, Lattavanh},
  title = {ຄວາມຫຼາກຫຼາຍທາງເພດໃນບ່ອນເຮັດວຽກ (ສຶກສາກໍລະນີນະໂຍບາຍການຈ້າງງານໃນກຸ່ມຄົນຫຼາກຫຼາຍທາງເພດ ຢູ່ ໃນ ສປປ ລາວ)},
  journal = {ວາລະສານວິທະຍາສາດສັງຄົມ},
  year = {2026},
  volume = {26},
  number = {1},
  pages = {203--212},
  doi = {10.71026/ssj.v26i1.151}
}
Kostenlos starten →