EUVIMEDEUVIMED entdecken
Crossref

ລະບົບຕິດຕາມກວດກາຄຸນນະພາບດິນດ້ວຍເຕັກໂນໂລຊີແບບອອນລາຍສຳລັບການຄຸ້ມຄອງຕິດຕາມສິ່ງແວດລ້ອມແບບຍືນຍົງໃນການດຳເນີນການຂຸດຄົ້ນບໍ່ແຮ່ ຢູ່ ສປປ ລາວ

Khamla NonAlinsavath, Lathsamy Chidtavong, Amone Chanthaphavong, Thongsing Sivongxay, Orlady Khammamivong, Phonesouda Souphamith, Ngaviseth Phomvongsa, Khamkone Sengaphay

ວາລະສານວິທະຍາສາດສັງຄົມ · 15.08.2026 · 1 (1) · 150-158

DOI: 10.71026/ssj.v1i1.180 ↗

Kurz gefasst

Fachartikel in der Zeitschrift ວາລະສານວິທະຍາສາດສັງຄົມ, online erschienen am 15.08.2026. Verfasst von Khamla NonAlinsavath und 7 weiteren Autor:innen.

AbstractBibliografische AngabenZitierenVerwandte Studien

Abstract (Originalsprache)

ກິດຈະກຳການຂຸດຄົ້ນບໍ່ແຮ່ມີບົດບາດສຳຄັນໃນການພັດທະນາເສດຖະກິດ, ລາຍຮັບຂອງປະເທດ, ການຂະຫຍາຍຕົວການລົງທຶນ ຂອງປະເທດລາວ, ​​ເຖິງຢ່າງໃດກໍ່ຕາມ, ການດຳເນີນງານຂຸດຄົ້ນບໍ່ແຮ່ຢ່າງຕໍ່ເນື່ອງສາມາດສົ່ງຜົນກະທົບທາງລົບຕໍ່ຄຸນນະພາບດິນໂດຍຜ່ານການປົນເປື້ອນ, ການຫຼຸດລົງຂອງສານອາຫານໃນດິນ, ການປ່ຽນແປງຂອງຄວາມເປັນກົດເປັນດ່າງຂອງດິນ, ແລະ ຄວາມເຄັມທີ່ເພີ່ມຂຶ້ນ, ເຊິ່ງເຮັດໃຫ້ລະບົບນິເວດອ້ອມຂ້າງ ແລະ ຜົນຜະລິດດ້ານກະສິກຳ - ປ່າໄມ້ໃນເຂດອ້ອມຂ້າງໄດ້ຮັບຜົນກະທົບທີ່ອັນຕະລາຍ. ວິທີການປະເມີນດິນແບບດັ້ງເດີມແມ່ນອີງໃສ່ການວິເຄາະໃນຫ້ອງທົດລອງເປັນໄລຍະ, ເຊິ່ງມີລາຄາແພງ, ຫຼາຍຂັ້ນຕອນ, ໃຊ້ແຮງງານຫຼາຍ ແລະ ບໍ່ສາມາດໃຫ້ຂໍ້ມູນດ້ານສິ່ງແວດລ້ອມຢ່າງຕໍ່ເນື່ອງໄດ້. ການສຶກສາຄົ້ນຄວ້ານີ້ແມ່ນການພັດທະນາລະບົບຕິດຕາມກວດກາຄຸນນະພາບດິນແບບອອນລາຍໃຊ້ນະວັດຕະກຳເຕັກໂນໂລຊີ ລະບົບອິນເຕີເນັດເຊື່ອມຕໍ່ທຸກອຸປະກອນ (Internet of Things - IoT) ທີ່ຖືກອອກແບບມາສະເພາະສຳລັບສະພາບແວດລ້ອມການຂຸດຄົ້ນບໍ່ແຮ່ໃນລາວ. ລະບົບດັ່ງກ່າວໄດ້ລວມເອົາເຊັນເຊີອັດສະລິຍະທີ່ສາມາດວັດແທກພາລາມິເຕີທີ່ສຳຄັນຂອງດິນຢ່າງຕໍ່ເນື່ອງເຊັ່ນ: ຄ່າຄວາມເປັນກົດ-ດ່າງ (pH), ໄນໂຕຣເຈນ (N), ຟົດສະຟໍຣັດ (P), ໂພແທດຊຽມ (K), ຊູນຟູຣິກ (S), ຄວາມຊຸ່ມຂອງດິນ, ອຸນຫະພູມດິນ ແລະ ຄ່າການຊັກນຳໄຟຟ້າຂອງດິນ. ບັນດາເຊັນເຊີແມ່ນສົ່ງຂໍ້ມູນຜ່ານເທັກໂນໂລຊີການສື່ສານໄຮ້ສາຍໄປຍັງລະບົບທີ່ພັດທະນາຂື້ນແບບ Web Application ສຳລັບການສະແດງຂໍ້ມູນແບບອອນລາຍ, ການເກັບຮັກສາຂໍ້ມູນ, ການວິເຄາະ, ແລະ ການແຈ້ງເຕືອນອັດຕະໂນມັດ. ລະບົບຊ່ວຍໃຫ້ຜູ້ຮັບຜິດຊອບສິ່ງແວດລ້ອມ ແລະ ບໍລິສັດຂຸດຄົ້ນບໍ່ແຮ່ສາມາດລະບຸສະພາບດິນທີ່ຜິດປົກ ກະຕິໄດ້ຢ່າງວ່ອງໄວ ແລະ ປະຕິບັດມາດຕະການຫຼຸດຜ່ອນທີ່ທັນເວລາເຊິ່ງສອດຄ່ອງກັບລະບຽບການດ້ານສິ່ງແວດລ້ອມ. ນອກຈາກນັ້ນ, ຊຸດປະຫວັດຂໍ້ມູນຍັງສະໜອງການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ການວາງແຜນການຟື້ນຟູ ແລະ ການຄຸ້ມຄອງທີ່ດິນແບບຍືນຍົງ. ລະບົບທີ່ສະເໜີນີ້ປະກອບສ່ວນເຂົ້າໃນການຄຸ້ມຄອງສິ່ງແວດລ້ອມແບບດິຈິຕອນ, ເສີມຂະ ຫຍາຍການປະຕິບັດຕາມກົດລະບຽບ, ແລະ ສະໜັບສະໜູນການປະຕິບັດການຂຸດຄົ້ນບໍ່ແຮ່ແບບຍືນຍົງໃນ ສປປ ລາວ ໂດຍການປັບປຸງຄວາມຖືກຕ້ອງ, ທັນເວລາ ແລະ ການເຂົ້າເຖິງຂໍ້ມູນຄຸນນະພາບດິນຢ່າງມີປະສິດທິພາບ. ນອກຈາກນັ້ນ, ຂອບເຂດການເຮັດວຽກທີ່ພັດທະນາຂຶ້ນຍັງສອດຄ່ອງກັບເຕັກໂນໂລຊີອຸດສາຫະກຳ 4.0 ແລະ ສົ່ງເສີມຄວາມພະຍາຍາມໃນການຂຸດຄົ້ນບໍ່ແຮ່ທີ່ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດແບບຍືນຍົງ.

Zitieren

APA

NonAlinsavath, K., Chidtavong, L., Chanthaphavong, A., Sivongxay, T., Khammamivong, O., Souphamith, P., Phomvongsa, N., & Sengaphay, K. (2026). ລະບົບຕິດຕາມກວດກາຄຸນນະພາບດິນດ້ວຍເຕັກໂນໂລຊີແບບອອນລາຍສຳລັບການຄຸ້ມຄອງຕິດຕາມສິ່ງແວດລ້ອມແບບຍືນຍົງໃນການດຳເນີນການຂຸດຄົ້ນບໍ່ແຮ່ ຢູ່ ສປປ ລາວ. ວາລະສານວິທະຍາສາດສັງຄົມ, 1(1), 150-158. https://doi.org/10.71026/ssj.v1i1.180

Vancouver

NonAlinsavath K, Chidtavong L, Chanthaphavong A, Sivongxay T, Khammamivong O, Souphamith P, et al. ລະບົບຕິດຕາມກວດກາຄຸນນະພາບດິນດ້ວຍເຕັກໂນໂລຊີແບບອອນລາຍສຳລັບການຄຸ້ມຄອງຕິດຕາມສິ່ງແວດລ້ອມແບບຍືນຍົງໃນການດຳເນີນການຂຸດຄົ້ນບໍ່ແຮ່ ຢູ່ ສປປ ລາວ. ວາລະສານວິທະຍາສາດສັງຄົມ. 2026;1(1):150-158. doi:10.71026/ssj.v1i1.180

BibTeX
@article{NonAlinsavath2026,
  author = {NonAlinsavath, Khamla and Chidtavong, Lathsamy and Chanthaphavong, Amone and Sivongxay, Thongsing and Khammamivong, Orlady and Souphamith, Phonesouda and Phomvongsa, Ngaviseth and Sengaphay, Khamkone},
  title = {ລະບົບຕິດຕາມກວດກາຄຸນນະພາບດິນດ້ວຍເຕັກໂນໂລຊີແບບອອນລາຍສຳລັບການຄຸ້ມຄອງຕິດຕາມສິ່ງແວດລ້ອມແບບຍືນຍົງໃນການດຳເນີນການຂຸດຄົ້ນບໍ່ແຮ່ ຢູ່ ສປປ ລາວ},
  journal = {ວາລະສານວິທະຍາສາດສັງຄົມ},
  year = {2026},
  volume = {1},
  number = {1},
  pages = {150--158},
  doi = {10.71026/ssj.v1i1.180}
}
Kostenlos starten →