EUVIMEDEUVIMED entdecken
Crossref

ຄວາມກົມກຽວຂອງການພັດທະນາເຂື່ອນພະລັງງານໄຟຟ້າ ແລະ ການພັດທະນາການທ່ອງທ່ຽວ ຢູ່ ສປປ ລາວ

Khamla Keounkham, Inthavong Khotpanya, Suelao Sotouky, Khamphene Phengphakdy, Sitthiroth Rasphone, Somchit Phomthavong, Phonexay Vongsavath, Siamone Vongchanh, Somphet Intemh, Duongchan Nantha, Noy Phakonkham

ວາລະສານວິທະຍາສາດສັງຄົມ · 30.12.2025 · 25 (2) · 200-206

DOI: 10.71026/ss.2025.0225 ↗

Kurz gefasst

Fachartikel in der Zeitschrift ວາລະສານວິທະຍາສາດສັງຄົມ, online erschienen am 30.12.2025. Verfasst von Khamla Keounkham und 10 weiteren Autor:innen.

AbstractBibliografische AngabenZitierenVerwandte Studien

Abstract (Originalsprache)

ການຄົ້ນຄວ້າຄັ້ງນີ້ມີຈຸດປະສົງເພື່ອປະເມີນຜົນກະທົບດ້ານການພັດທະນາເສດຖະກິດ-ສັງຄົມ ແລະ ວິເຄາະຄວາມກົມກຽວລະຫວ່າງການພັດທະນາເຂື່ອນພະລັງງານໄຟຟ້າ ກັບການພັດທະນາການທ່ອງທ່ຽວ ຢູ່ ສປປ ລາວ. ການສຶກສາໄດ້ໝູນໃຊ້ວິທີການຄົ້ນຄວ້າແບບຄຸນນະພາບ ໂດຍການລົງເກັບກຳຂໍ້ມູນຈາກ 6 ເຂື່ອນເປົ້າໝາຍໃນພາກເໜືອ, ພາກກາງ ແລະ ພາກໃຕ້ ຈາກພາກສ່ວນກ່ຽວຂ້ອງຂັ້ນສູນກາງ, ທ້ອງຖິ່ນ, ຊຸມຊົນ ແລະ ຜູ້ພັດທະນາໂຄງການ. ຜົນການສຶກສາພົບວ່າ ການພັດທະນາເຂື່ອນໄຟຟ້າໄດ້ສ້າງຜົນປະໂຫຍດທາງເສດຖະກິດຢ່າງຫຼວງຫຼາຍ ເຊັ່ນ: ການສະໜອງພະລັງງານ, ສ້າງພື້ນຖານໂຄງລ່າງ ແລະ ສ້າງວຽກເຮັດງານທຳ. ແຕ່ໃນຂະນະດຽວກັນກໍສົ່ງຜົນກະທົບທາງລົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ເປັນຕົ້ນແມ່ນການສູນເສຍທີ່ດິນທຳການຜະລິດ, ຜົນກະທົບຕໍ່ຊີວະນາໆພັນ ແລະ ການສູນເສຍແຫຼ່ງທ່ອງທ່ຽວທາງທຳມະຊາດບາງແຫ່ງ. ດ້ານຄວາມກົມກຽວກັນເຫັນວ່າ ມີຄວາມແຕກຕ່າງກັນໄປຕາມແຕ່ລະພາກ ໂດຍພາກກາງ ແລະ ພາກໃຕ້ (ລັກສະນະອ່າງໂຕ່ງ) ມີຄວາມກົມກຽວ ແລະ ສາມາດຊຸກຍູ້ການທ່ອງທ່ຽວໄດ້ດີກວ່າເຂດພາກເໜືອ (ລັກສະນະເຂື່ອນຕັດສາຍນ້ຳ) ເຊິ່ງເຮັດໃຫ້ການທ່ອງທ່ຽວທາງນ້ຳຢຸດສະງັກ. ການສຶກສາສະເໜີໃຫ້ລັດຖະບາຄວນທົບທວນຍຸດທະສາດການສ້າງເຂື່ອນໃນພາກເໜືອ, ປົກປັກຮັກສາແຫຼ່ງທ່ອງທ່ຽວສຳຄັນເຊັ່ນ: ສີ່ພັນດອນ ແລະ ສ້າງກົນໄກບູລະນາການແຜນພັດທະນາເຂື່ອນໄຟຟ້າໃຫ້ຕິດພັນກັບການທ່ອງທ່ຽວແຕ່ຫົວທີ.

Zitieren

APA

Keounkham, K., Khotpanya, I., Sotouky, S., Phengphakdy, K., Rasphone, S., Phomthavong, S., Vongsavath, P., Vongchanh, S., Intemh, S., Nantha, D., & Phakonkham, N. (2025). ຄວາມກົມກຽວຂອງການພັດທະນາເຂື່ອນພະລັງງານໄຟຟ້າ ແລະ ການພັດທະນາການທ່ອງທ່ຽວ ຢູ່ ສປປ ລາວ. ວາລະສານວິທະຍາສາດສັງຄົມ, 25(2), 200-206. https://doi.org/10.71026/ss.2025.0225

Vancouver

Keounkham K, Khotpanya I, Sotouky S, Phengphakdy K, Rasphone S, Phomthavong S, et al. ຄວາມກົມກຽວຂອງການພັດທະນາເຂື່ອນພະລັງງານໄຟຟ້າ ແລະ ການພັດທະນາການທ່ອງທ່ຽວ ຢູ່ ສປປ ລາວ. ວາລະສານວິທະຍາສາດສັງຄົມ. 2025;25(2):200-206. doi:10.71026/ss.2025.0225

BibTeX
@article{Keounkham2025,
  author = {Keounkham, Khamla and Khotpanya, Inthavong and Sotouky, Suelao and Phengphakdy, Khamphene and Rasphone, Sitthiroth and Phomthavong, Somchit and Vongsavath, Phonexay and Vongchanh, Siamone and Intemh, Somphet and Nantha, Duongchan and Phakonkham, Noy},
  title = {ຄວາມກົມກຽວຂອງການພັດທະນາເຂື່ອນພະລັງງານໄຟຟ້າ ແລະ ການພັດທະນາການທ່ອງທ່ຽວ ຢູ່ ສປປ ລາວ},
  journal = {ວາລະສານວິທະຍາສາດສັງຄົມ},
  year = {2025},
  volume = {25},
  number = {2},
  pages = {200--206},
  doi = {10.71026/ss.2025.0225}
}
Kostenlos starten →