EUVIMEDEUVIMED entdecken
Crossref

ສະກັດສ່ວນປະກອບທາງເຄມີ ແລະ ທົດສອບຄຸນສົມບັດທາງການຢາຂອງສານສະກັດຈາກໝາກເກືອຢູ່ແຂວງສະຫວັນນະເຂດ ສປປ ລາວ

Khongvilay Vorayuth, Khamko Vonganatha, Vidavon Vilaiphaya

ວາລະສານ ວິທະຍາສາດທຳມະຊາດ · 30.12.2023 · 23 (2) · 76-83

DOI: 10.71026/sj.v23i2.145 ↗

Kurz gefasst

Fachartikel in der Zeitschrift ວາລະສານ ວິທະຍາສາດທຳມະຊາດ, online erschienen am 30.12.2023. Verfasst von Khongvilay Vorayuth und 2 weiteren Autor:innen.

AbstractBibliografische AngabenZitierenVerwandte Studien

Abstract (Originalsprache)

ຕົ້ນໝາກເກືອ ຊື່ວິທະຍາສາດ (Diospyros mollis) ເປັນພືດຢືນຕົ້ນ, ອອກດອກຕາມກິ່ງ, ໃບມີສີຂຽວ. ພົບເຫັນຫຼາຍທີ່ສຸດແມ່ນຢູ່ບໍລິເວນທົ່ງພຽງ ແລະ ພູພຽງ. ລັກສະນະຂອງດິນທີ່ມັກພົບເຫັນ ຕົ້ນ ໝາກເກືອເກີດແມ່ນເປັນດິນຊາຍແກມຕົມ, ມີກະ ຈາຍທົ່ວໄປໃນ ບັນດາປະເທດ ອາຊີອາຄະເນ. ຕົ້ນໝາກເກືອເປັນພືດທີ່ຖືກຈັດເຂົ້າໃນພືດຕະກູນ ໃບລ້ຽງຄູ່. ໂດຍທົ່ວໄປຄົນເຮົາຮູ້ຈັກນຳໃຊ້ໝາກເກືອ ເຂົ້າໃນການຖ່າຍພະຍາດພະຍາດ ແລະ ຍ້ອມສີທຳມະຊາດ. ການສະກັດສ່ວນປະກອບທາງເຄມີ ແລະ ທົດສອບຄຸນສົມບັດທາງການຢາຂອງສານສະກັດຈາກໝາກເກືອ ຢູ່ແຂວງສະຫວັນນະເຂດ ສປປ ລາວ. ແມ່ນມີຈຸດປະສົງເພື່ອສະກັດທາດເຄມີ ແລະ ປຽບທຽບປະສິດທິພາບຂອງຕົວພາລະລາຍ, ສະກັດທາດ, ແຍກທາດ ແລະ ທົດສອບຄວາມເປັນພິດຂອງສານສະກັດຕໍ່ກັບຈຸລັງພະຍາດ, ວັດຖຸດິບ ເກັບຈາກເມືອງອາດສະພອນ ແຂວງສະຫວັນນະເຂດ. ການປະຕິບັດ ແມ່ນດຳເນີນການວິໄຈ ຢູ່ທີ່ຫ້ອງທົດລອງຄະນະວິທະຍາ ສາດທຳມະຊາດ ມະຫາວິທະຍາໄລ ສະຫວັນນະເຂດ. ຈາກຜົນຂອງການວິໄຈເຫັນວ່າ: n-hexane ແລະ Ethyl Acetate ມີປະສິດທິຜົນໃນການສະກັດໃນລະດັບປານກາງ ແລະ Methanol ມີປະສິດທິພາບສູງ ໃນການສະກັດທາດຈາກໝາກເກືອ. ທາດສະກັດຈາກໝາກເກືອ ມີຄວາມສາມາດຢັ້ບຢັ້ງ ຈຸລັງທີ່ກໍ່ໃຫ້ເກີດພະຍາດໄດ້ດີ. ຜົນການທົດລອງສະແດງໃຫ້ເຫັນວ່າ ທາດສະກັດ ມີຜົນຕໍ່ການຢັບຢັ້ງແບັກທີເຣຍ ໃນລະດັບດີເລີດ ມີຄ່າ IC50 = 89.34-96.00.

Zitieren

APA

Vorayuth, K., Vonganatha, K., & Vilaiphaya, V. (2023). ສະກັດສ່ວນປະກອບທາງເຄມີ ແລະ ທົດສອບຄຸນສົມບັດທາງການຢາຂອງສານສະກັດຈາກໝາກເກືອຢູ່ແຂວງສະຫວັນນະເຂດ ສປປ ລາວ. ວາລະສານ ວິທະຍາສາດທຳມະຊາດ, 23(2), 76-83. https://doi.org/10.71026/sj.v23i2.145

Vancouver

Vorayuth K, Vonganatha K, Vilaiphaya V. ສະກັດສ່ວນປະກອບທາງເຄມີ ແລະ ທົດສອບຄຸນສົມບັດທາງການຢາຂອງສານສະກັດຈາກໝາກເກືອຢູ່ແຂວງສະຫວັນນະເຂດ ສປປ ລາວ. ວາລະສານ ວິທະຍາສາດທຳມະຊາດ. 2023;23(2):76-83. doi:10.71026/sj.v23i2.145

BibTeX
@article{Vorayuth2023,
  author = {Vorayuth, Khongvilay and Vonganatha, Khamko and Vilaiphaya, Vidavon},
  title = {ສະກັດສ່ວນປະກອບທາງເຄມີ ແລະ ທົດສອບຄຸນສົມບັດທາງການຢາຂອງສານສະກັດຈາກໝາກເກືອຢູ່ແຂວງສະຫວັນນະເຂດ ສປປ ລາວ},
  journal = {ວາລະສານ ວິທະຍາສາດທຳມະຊາດ},
  year = {2023},
  volume = {23},
  number = {2},
  pages = {76--83},
  doi = {10.71026/sj.v23i2.145}
}
Kostenlos starten →