EUVIMEDEUVIMED entdecken
Crossref

ບັນຫາທາງກົດໝາຍກ່ຽວກັບການກໍ່ໃຫ້ເກີດ ແລະ ຜົນສັກສິດຂອງສັນຍາການຄ້າທາງເອເລັກໂຕຣນິກໃນ ສປປ ລາວ: ສຶກສາປຽບທຽບກັບກົດໝາຍຂອງ ສປ ຈີນ

Janry SINGHALATH

ວາລະສານວິທະຍາສາດສັງຄົມ · 16.08.2026 · 1 (1) · 10-20

DOI: 10.71026/ssj.v1i1.156 ↗

Kurz gefasst

Fachartikel in der Zeitschrift ວາລະສານວິທະຍາສາດສັງຄົມ, online erschienen am 16.08.2026. Verfasst von Janry SINGHALATH.

AbstractBibliografische AngabenZitierenVerwandte Studien

Abstract (Originalsprache)

ການຄ້າທາງເອເລັກໂຕຣນິກໄດ້ຂະຫຍາຍຕົວຢ່າງວ່ອງໄວ ແລະ ກາຍເປັນກົນໄກສຳຄັນໃນການຂັບເຄື່ອນເສດຖະກິດດິຈິຕອນຂອງຫຼາຍປະເທດ, ລວມທັງ ສປປ ລາວ. ຢ່າງໃດກໍຕາມ ການກໍ່ໃຫ້ ເກີດສັນຍາ ແລະ ຜົນສັກສິດຂອງສັນຍາການຄ້າທາງເອເລັກໂຕຣນິກຍັງມີບັນຫາທາງກົດໝາຍຫຼາຍປະການ ເຊັ່ນ ການກຳນົດການສະເໜີ ແລະ ການຕອບຮັບ, ເວລາ ແລະ ສະຖານທີ່ເກີດສັນຍາ, ສະຖານະຂອງຂໍ້ຄວາມຂໍ້ມູນ, ລາຍເຊັນເອເລັກໂຕຣນິກ ແລະ ຄວາມຮັບຜິດຂອງແພລດຟອມການຄ້າອອນລາຍ. ການຄົ້ນຄວ້ານີ້ມີຈຸດປະສົງ (1) ເພື່ອສຶກສາຫຼັກການ ແລະ ບັນຫາທາງກົດໝາຍກ່ຽວກັບການກໍ່ໃຫ້ ເກີດ ແລະ ຜົນສັກສິດຂອງສັນຍາຕາມກົດໝາຍລາວ, (2) ປຽບ ທຽບກົດໝາຍຂອງ ສປປ ລາວ ກັບ ສປ ຈີນ ແລະ (3) ສະເໜີແນວ ທາງປັບປຸງກົດໝາຍຂອງ ສປປ ລາວ. ການສຶກສານຳໃຊ້ວິທີວິໄຈເອກະສານ (Doctrinal Research) ໂດຍວິເຄາະ ແລະ ປຽບທຽບບົດບັນຍັດກົດໝາຍ, ຕຳລາ, ບົດຄົ້ນຄວ້າ ແລະ ເອ ກະສານວິຊາການທີ່ກ່ຽວຂ້ອງ. ຜົນການສຶກສາພົບວ່າ ກົດໝາຍຂອງ ສປປ ລາວ ແລະ ສປ ຈີນ ຕ່າງຮັບຮອງຜົນທາງກົດໝາຍຂອງສັນຍາອິເລັກໂຕຣນິກ ແລະ ລາຍເຊັນອິເລັກໂຕຣນິກ ຕາມຫຼັກ Functional Equivalence. ແຕ່ກົດໝາຍຂອງ ສປ ຈີນ ມີການກຳນົດຫຼັກເກນກ່ຽວກັບການກໍ່ໃຫ້ ເກີດສັນຍາອອນລາຍ, ສິດ ແລະ ໜ້າທີ່ຂອງແພລດຟອມ, ການຄຸ້ມຄອງຜູ້ບໍລິໂພກ ແລະ ການແກ້ໄຂຂໍ້ພິພາດ ຢ່າງຄົບຖ້ວນກວ່າ ສປປ ລາວ, ແຕ່ກົດໝາຍຂອງ ສປປ ລາວ ຍັງຂາດຄວາມຊັດເຈນໃນບາງປະເດັນ ເຊັ່ນ ການຈຳແນກ Offer ແລະ Invitation to Treat, ການກຳນົດເວລາການເກີດສັນຍາ, ສັນຍາຜ່ານລະບົບອັດຕະໂນມັດ, ການພິສູດຫຼັກຖານດິຈິຕອນ ແລະ ຂອບເຂດຄວາມຮັບຜິດຂອງແພລດຟອມ. ການຄົ້ນຄວ້າສະເໜີໃຫ້ ສປປ ລາວ ປັບປຸງກົດໝາຍວ່າດ້ວຍທຸລະກຳທາງເອເລັກໂຕຣນິກ ແລະ ກົດໝາຍທີ່ກ່ຽວຂ້ອງ ໂດຍນຳເອົາຫຼັກການຂອງ UNCITRAL ແລະ ປະສົບການຂອງ ສປ ຈີນ ມາປັບໃຊ້ ເພື່ອເສີມສ້າງຄວາມແນ່ນອນທາງກົດໝາຍ, ຄຸ້ມຄອງຜູ້ບໍລິໂພກ ແລະ ສົ່ງເສີມການພັດທະນາເສດຖະກິດດິຈິຕອນຂອງປະເທດ.

Zitieren

APA

SINGHALATH, J. (2026). ບັນຫາທາງກົດໝາຍກ່ຽວກັບການກໍ່ໃຫ້ເກີດ ແລະ ຜົນສັກສິດຂອງສັນຍາການຄ້າທາງເອເລັກໂຕຣນິກໃນ ສປປ ລາວ: ສຶກສາປຽບທຽບກັບກົດໝາຍຂອງ ສປ ຈີນ. ວາລະສານວິທະຍາສາດສັງຄົມ, 1(1), 10-20. https://doi.org/10.71026/ssj.v1i1.156

Vancouver

SINGHALATH J. ບັນຫາທາງກົດໝາຍກ່ຽວກັບການກໍ່ໃຫ້ເກີດ ແລະ ຜົນສັກສິດຂອງສັນຍາການຄ້າທາງເອເລັກໂຕຣນິກໃນ ສປປ ລາວ: ສຶກສາປຽບທຽບກັບກົດໝາຍຂອງ ສປ ຈີນ. ວາລະສານວິທະຍາສາດສັງຄົມ. 2026;1(1):10-20. doi:10.71026/ssj.v1i1.156

BibTeX
@article{SINGHALATH2026,
  author = {SINGHALATH, Janry},
  title = {ບັນຫາທາງກົດໝາຍກ່ຽວກັບການກໍ່ໃຫ້ເກີດ ແລະ ຜົນສັກສິດຂອງສັນຍາການຄ້າທາງເອເລັກໂຕຣນິກໃນ ສປປ ລາວ: ສຶກສາປຽບທຽບກັບກົດໝາຍຂອງ ສປ ຈີນ},
  journal = {ວາລະສານວິທະຍາສາດສັງຄົມ},
  year = {2026},
  volume = {1},
  number = {1},
  pages = {10--20},
  doi = {10.71026/ssj.v1i1.156}
}
Kostenlos starten →