ນະໂຍບາຍສາມສ້າງ ແລະ ການກະຈາຍອຳນາດສູ່ທ້ອງຖິ່ນໃນ ສປປ ລາວ: ການທົບທວນເອກະສານ ແລະ ທິດທາງພາຍຫຼັງການປັບປຸງລັດຖະທຳມະນູນ ປີ 2025
ວາລະສານວິທະຍາສາດສັງຄົມ · 30.12.2025 · 25 (2) · 220-232
DOI: 10.71026/ssj.v25i2.174 ↗Kurz gefasst
Fachartikel in der Zeitschrift ວາລະສານວິທະຍາສາດສັງຄົມ, online erschienen am 30.12.2025. Verfasst von Bouathong PHETSAVONG.
Abstract (Originalsprache)
ບົດຄວາມນີ້ມີຈຸດປະສົງເພື່ອທົບທວນ ແລະ ວິເຄາະຂະບວນການຈັດຕັ້ງປະຕິບັດນະໂຍບາຍສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ຫຼື ທີ່ເອີ້ນວ່າ “ນະໂຍບາຍສາມສ້າງ” ໃນ ສປປ ລາວ ນັບແຕ່ປີ 2012 ຈົນເຖິງປີ 2026, ພ້ອມທັງປະເມີນວ່າການປັບປຸງລັດຖະທຳມະນູນ ປີ 2025 ໄດ້ສົ່ງຜົນກະທົບແນວໃດຕໍ່ທິດທາງຂອງນະໂຍບາຍດັ່ງກ່າວ. ການສຶກສານີ້ນຳໃຊ້ວິທີການວິໄຈເອກະສານ ໂດຍຄັດເລືອກເອກະສານແບບເຈາະຈົງຈຳນວນ 17 ສະບັບ ເຊິ່ງປະກອບມີ ເອກະສານທາງການຂອງລັດ, ບົດລາຍງານຂອງອົງການຈັດຕັ້ງສາກົນ, ບົດຄວາມວິຊາການທີ່ຜ່ານການກວດກາຈາກຜູ້ຊ່ຽວຊານ ແລະ ຂ່າວສານທາງການ, ແລ້ວວິເຄາະເນື້ອໃນຕາມຫົວຂໍ້ (thematic content analysis) ໂດຍອີງໃສ່ກອບແນວຄິດການກະຈາຍອຳນາດຂອງ Rondinelli, Nellis ແລະ Cheema (1983) ແລະ Falleti (2005). ຜົນການສຶກສາພົບວ່າ: (1) ນະໂຍບາຍສາມສ້າງໄດ້ຮັບການທົດລອງໃນໄລຍະ 2012–2015 ແລະ ຂະຫຍາຍທົ່ວປະເທດແຕ່ປີ 2016 ເຊິ່ງໄດ້ສ້າງກົນໄກງົບປະມານ ແລະ ໂຄງການພັດທະນາຂັ້ນເມືອງ ແລະ ບ້ານຢ່າງເປັນຮູບປະທຳ; (2) ລັກສະນະຂອງການກະຈາຍອຳນາດໃນລາວ ສ່ວນໃຫຍ່ຍັງເປັນການແບ່ງຂັ້ນຄຸ້ມຄອງ (deconcentration) ຫຼາຍກວ່າການມອບອຳນາດໃຫ້ທ້ອງຖິ່ນຢ່າງເຕັມສ່ວນ (devolution); (3) ອຸປະສັກຫຼັກແມ່ນ ຂີດຄວາມສາມາດຂອງບຸກຄະລາກອນ, ງົບປະມານທີ່ຈຳກັດ, ການປະສານງານລະຫວ່າງຂະແໜງການ ແລະ ການມີສ່ວນຮ່ວມຂອງປະຊາຊົນທີ່ຍັງບໍ່ພຽງພໍ; (4) ລັດຖະທຳມະນູນ ປີ 2025 ໄດ້ຟື້ນຟູຂັ້ນຕາແສງ ແລະ ປ່ຽນສະຖານະຂອງບ້ານເປັນອົງການຈັດຕັ້ງຊຸມຊົນ ເຊິ່ງເປັນການປັບໂຄງສ້າງທີ່ສຳຄັນທີ່ສຸດນັບແຕ່ມີນະໂຍບາຍສາມສ້າງ. ບົດຄວາມສະເໜີໃຫ້ມີການກຳນົດໜ້າທີ່ ແລະ ແຫຼ່ງງົບປະມານຂອງຂັ້ນຕາແສງຢ່າງຈະແຈ້ງ, ສ້າງລະບົບຕິດຕາມປະເມີນຜົນທີ່ເປີດເຜີຍ ແລະ ສົ່ງເສີມການມີສ່ວນຮ່ວມຂອງປະຊາຊົນໃນການວາງແຜນຂັ້ນທ້ອງຖິ່ນ.
Zitieren
APA
PHETSAVONG, B. (2025). ນະໂຍບາຍສາມສ້າງ ແລະ ການກະຈາຍອຳນາດສູ່ທ້ອງຖິ່ນໃນ ສປປ ລາວ: ການທົບທວນເອກະສານ ແລະ ທິດທາງພາຍຫຼັງການປັບປຸງລັດຖະທຳມະນູນ ປີ 2025. ວາລະສານວິທະຍາສາດສັງຄົມ, 25(2), 220-232. https://doi.org/10.71026/ssj.v25i2.174
Vancouver
PHETSAVONG B. ນະໂຍບາຍສາມສ້າງ ແລະ ການກະຈາຍອຳນາດສູ່ທ້ອງຖິ່ນໃນ ສປປ ລາວ: ການທົບທວນເອກະສານ ແລະ ທິດທາງພາຍຫຼັງການປັບປຸງລັດຖະທຳມະນູນ ປີ 2025. ວາລະສານວິທະຍາສາດສັງຄົມ. 2025;25(2):220-232. doi:10.71026/ssj.v25i2.174
BibTeX
@article{PHETSAVONG2025,
author = {PHETSAVONG, Bouathong},
title = {ນະໂຍບາຍສາມສ້າງ ແລະ ການກະຈາຍອຳນາດສູ່ທ້ອງຖິ່ນໃນ ສປປ ລາວ: ການທົບທວນເອກະສານ ແລະ ທິດທາງພາຍຫຼັງການປັບປຸງລັດຖະທຳມະນູນ ປີ 2025},
journal = {ວາລະສານວິທະຍາສາດສັງຄົມ},
year = {2025},
volume = {25},
number = {2},
pages = {220--232},
doi = {10.71026/ssj.v25i2.174}
}
EUVIMED