EUVIMEDEUVIMED entdecken
Crossref

ການຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມຂອງອາຊຽນໃນການປົກປ້ອງ ແລະ ສົ່ງເສີມແຮງງານ ເຄື່ອນຍ້າຍ ໃນ ສປປ ລາວ

Boualaphiane SISOUK

ວາລະສານວິທະຍາສາດສັງຄົມ · 10.10.2026 · 26 (2) · 72-85

DOI: 10.71026/ssj.v26i2.183 ↗

Kurz gefasst

Fachartikel in der Zeitschrift ວາລະສານວິທະຍາສາດສັງຄົມ, online erschienen am 10.10.2026. Verfasst von Boualaphiane SISOUK.

AbstractBibliografische AngabenZitierenVerwandte Studien

Abstract (Originalsprache)

ບົດຄົ້ນຄວ້າສະບັບນີ້ໄດ້ ສຶກສາການຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມຂອງອາຊຽນໃນການປົກປ້ອງ ແລະ ສົ່ງເສີມແຮງງານເຄື່ອນຍ້າຍ ຢູ່ ສປປ ລາວ ໂດຍເນັ້ນໃສ່ການຄົ້ນຄວ້າແຜນນະໂຍບາຍແຫ່ງຊາດ, ຄວາມຄືບໜ້າໃນການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວຂອງສະຖາບັນຕ່າງໆ ແລະ ສິ່ງທ້າທາຍໃນການຄຸ້ມຄອງການເຄື່ອນຍ້າຍແຮງງານ. ໃນຖານະທີ່ ສປປ ລາວ ເປັນປະເທດຕົ້ນທາງໃນການສົ່ງແຮງງານໃນພາກພື້ນອາຊຽນ, ສປປ ລາວ ໄດ້ມີຄວາມພະຍາຍາມຢ່າງຫຼວງຫຼາຍ ໃນການຈັດຕັ້ງປະຕິບັດຄວາມເຫັນດີເຫັນພ້ອມຂອງອາຊຽນ ໂດຍຜ່ານການສ້າງຄວາມເຂັ້ມແຂງທາງດ້ານກົດໝາຍ ແລະ ກອບນະໂຍບາຍ, ພ້ອມທັງປັບປຸງສັນຍາແຮງງານສອງຝ່າຍກັບປະເທດປາຍທາງ, ແລະ ຂະຫຍາຍການສະໜັບສະໜູນການຝຶກອົບຮົມກ່ອນອອກເດີນທາງ (pre-departure training), ການປົກປ້ອງສະຫວັດດີການ ແລະ ການເຊື່ອມໂຍງແຮງງານເຄື່ອນຍ້າຍທີ່ກັບຄືນປະເທດ. ການຮ່ວມມືກັບໂຄງການ TRIANGLE ໃນອາຊຽນ ຂອງອົງການແຮງງານສາກົນ (ILO) ທີ່ໄດ້ສະໜັບສະໜູນ ສປປ ລາວ ໃນການເຈລະຈາພາກພື້ນ, ການສ້າງນະໂຍບາຍທີ່ອີງໃສ່ຫຼັກຖານ ໂດຍຜ່ານຂໍ້ລິເລີ່ມສະຖິຕິແຮງງານສາກົນ (ILMS) ແລະ ກິດຈະກຳສ້າງຂີດຄວາມສາມາດພາຍໃຕ້ຄະນະກຳມາທິການອາຊຽນວ່າດ້ວຍແຮງງານເຄື່ອນຍ້າຍ (ACMW). ເຖິງຢ່າງໃດກໍຕາມ, ສປປ ລາວ ຍັງປະເຊີນໜ້າກັບສິ່ງທ້າທາຍຢ່າງບໍ່ຢຸດຢັ້ງ, ໃນນັ້ນມີການບັງຄັບໃຊ້ມາດຕະຖານແຮງງານທີ່ຈຳກັດ, ຄວາມດ້ອຍໂອກາດລະຫວ່າງຜູ້ອອກແຮງງານທີ່ບໍ່ມີເອກະສານ ແລະ ແຮງງານທີ່ເປັນເພດຍິງ, ແລະ ຊ່ອງຫວ່າງການປະສານງານລະຫວ່າງອົງການລັດຖະບານ ແລະ ຄູ່ຮ່ວມມືສັງຄົມ. ຈາກການສຶກສາສະຫຼຸບໄດ້ວ່າ ຖ້າຢາກໃຫ້ການຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມຂອງອາຊຽນຢູ່ ສປປ ລາວ ໃຫ້ມີປະສິດຕິຜົນສູງ ແມ່ນຮຽກຮ້ອງໃຫ້ມີການຮ່ວມມືໃນພາກພື້ນແບບຍືນຍົງ, ການຮ່ວມມືທາງສັງຄົມທີ່ເຂັ້ມແຂງກວ່າເກົ່າ ແລະ ການປະສານສົມທົບລະຫວ່າງເຈົ້າໜ້າທີ່ໃນທ້ອງຖີ່ນ ແລະ ສູນກາງໃຫ້ຫຼາຍຂຶ້ນ ເພື່ອດັດປັບວິທີການສົ່ງເສີມ ແລະ ປົກປ້ອງແຮງງານເຄື່ອນຍ້າຍເຂົ້າໃນແຜນຍຸດທະສາດການພັດທະນາແຫ່ງຊາດໃຫ້ຮັບປະກັນການປະຕິບັດວຽກງານທີ່ ເໝາະສົມ ແລະ ການມີຂະຫຍາຍຕົວຂຶ້ນ. ຄຳສັບສຳຄັນ: ຂໍ້ຕົກລົງອາຊຽນ, ການປົກປ້ອງ, ການສົ່ງເສີມ, ແຮງງານເຄື່ອນຍ້າຍ, ສປປ ລາວ

Zitieren

APA

SISOUK, B. (2026). ການຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມຂອງອາຊຽນໃນການປົກປ້ອງ ແລະ ສົ່ງເສີມແຮງງານ ເຄື່ອນຍ້າຍ ໃນ ສປປ ລາວ. ວາລະສານວິທະຍາສາດສັງຄົມ, 26(2), 72-85. https://doi.org/10.71026/ssj.v26i2.183

Vancouver

SISOUK B. ການຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມຂອງອາຊຽນໃນການປົກປ້ອງ ແລະ ສົ່ງເສີມແຮງງານ ເຄື່ອນຍ້າຍ ໃນ ສປປ ລາວ. ວາລະສານວິທະຍາສາດສັງຄົມ. 2026;26(2):72-85. doi:10.71026/ssj.v26i2.183

BibTeX
@article{SISOUK2026,
  author = {SISOUK, Boualaphiane},
  title = {ການຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມຂອງອາຊຽນໃນການປົກປ້ອງ ແລະ ສົ່ງເສີມແຮງງານ ເຄື່ອນຍ້າຍ ໃນ ສປປ ລາວ},
  journal = {ວາລະສານວິທະຍາສາດສັງຄົມ},
  year = {2026},
  volume = {26},
  number = {2},
  pages = {72--85},
  doi = {10.71026/ssj.v26i2.183}
}
Kostenlos starten →