ຄວາມສາມາດດ້ານການອ່ານພາສາລາວຂອງນັກຮຽນຊັ້ນປະຖົມສຶກສາປີທີ 5 ຢູ່ ສປປ ລາວ
ວາລະສານວິທະຍາສາດສັງຄົມ · 15.08.2026 · 1 (1) · 226-237
DOI: 10.71026/ssj.v1i1.192 ↗Kurz gefasst
Fachartikel in der Zeitschrift ວາລະສານວິທະຍາສາດສັງຄົມ, online erschienen am 15.08.2026. Verfasst von Vandthong Nanthavong und 6 weiteren Autor:innen.
Abstract (Originalsprache)
ການວິໄຈຄັ້ງນີ້ມີຈຸດປະສົງເພື່ອສຶກສາຄວາມສາມາດດ້ານການອ່ານພາສາລາວຂອງນັກຮຽນຊັ້ນປະຖົມສຶກສາປີທີ 5 (ປ.5) ຢູ່ ສປປ ລາວ. ການວິໄຈຄັ້ງນີ້ໄດ້ນຳໃຊ້ລະບຽບວິທີການວິໄຈແບບປະສົມປະສານ (Mixed Methods Research). ກຸ່ມເປົ້າໝາຍປະກອບມີນັກຮຽນຊັ້ນ ປ.5 ຈຳນວນ 2,743 ຄົນ ຈາກ 243 ໂຮງຮຽນໃນ 3 ພາກທົ່ວປະເທດ ເຊິ່ງໄດ້ມາໂດຍວິທີການຄັດເລືອກແບບສະເພາະເຈາະຈົງ (Purposive Sampling). ເຄື່ອງມືທີ່ໃຊ້ໃນການເກັບກຳຂໍ້ມູນ ແມ່ນແບບທົດສອບຄວາມສາມາດໃນການອ່ານພາສາລາວ 3 ລະດັບ ໄດ້ແກ່: ລະດັບຄຳ, ລະດັບກຸ່ມຄຳ,ວະລີ ແລະ ລະດັບປະໂຫຍກ ເຊິ່ງຜ່ານການປະເມີນຄວາມສອດຄ່ອງດ້ານເນື້ອໃນຈາກຜູ້ຊ່ຽວຊານ ມີຄ່າ IOC ລະຫວ່າງ 0.60 - 1.00. ສະຖິຕິທີ່ໃຊ້ໃນການວິເຄາະຂໍ້ມູນ ໄດ້ແກ່ ຄ່າຄວາມຖີ່, ຄ່າສ່ວນຮ້ອຍ ແລະ ຄ່າສະເລ່ຍ. ຜົນການວິໄຈພົບວ່າ: ຄວາມສາມາດໃນການອ່ານພາສາລາວຂອງນັກຮຽນຊັ້ນ ປ.5 ໂດຍລວມແມ່ນຢູ່ໃນລະດັບປານກາງເຊິ່ງມີຄະແນນສະເລ່ຍສ່ວນຮ້ອຍລວມຕົກຢູ່ໃນເກນ ລະດັບພື້ນຖານ"50.00% – 70.99%. ເມື່ອຈຳແນກຕາມອຸປະສັກ ແລະ ຂໍ້ຈຳກັດທາງດ້ານທັກສະ ພົບວ່ານັກຮຽນສ່ວນໃຫຍ່ມີຂໍ້ຈຳກັດຢ່າງຈະແຈ້ງໃນ 2 ດ້ານຫຼັກ ຄື: 1) ດ້ານການອ່ານຈັບໃຈຄວາມ ທີ່ບໍ່ສາມາດສະຫຼຸບປະເດັນສຳຄັນ ຫຼື ຕີຄວາມໝາຍຈາກບົດອ່ານໄດ້ ແລະ 2) ດ້ານການວິເຄາະຄວາມໝາຍຂອງຄຳສັບຍາກ ໂດຍສະເພາະຄຳສັບວິຊາການ ແລະ ຄຳສັບທີ່ມີໂຄງສ້າງສັບສົນ ເຊິ່ງສົ່ງຜົນກະທົບຕໍ່ຄວາມເຂົ້າໃຈເນື້ອໃນໂດຍລວມຂອງບົດອ່ານ.
Zitieren
APA
Nanthavong, V., Sukhavong, S., Thongthavy, V., Khamkiengyom, P., Nunthavong, P., Bouasangthong, V., & Thievmalavong, B. (2026). ຄວາມສາມາດດ້ານການອ່ານພາສາລາວຂອງນັກຮຽນຊັ້ນປະຖົມສຶກສາປີທີ 5 ຢູ່ ສປປ ລາວ. ວາລະສານວິທະຍາສາດສັງຄົມ, 1(1), 226-237. https://doi.org/10.71026/ssj.v1i1.192
Vancouver
Nanthavong V, Sukhavong S, Thongthavy V, Khamkiengyom P, Nunthavong P, Bouasangthong V, et al. ຄວາມສາມາດດ້ານການອ່ານພາສາລາວຂອງນັກຮຽນຊັ້ນປະຖົມສຶກສາປີທີ 5 ຢູ່ ສປປ ລາວ. ວາລະສານວິທະຍາສາດສັງຄົມ. 2026;1(1):226-237. doi:10.71026/ssj.v1i1.192
BibTeX
@article{Nanthavong2026,
author = {Nanthavong, Vandthong and Sukhavong, Sithan and Thongthavy, Vixien and Khamkiengyom, Phonsavanh and Nunthavong, Phaivone and Bouasangthong, Vannasouk and Thievmalavong, Bounlaiy},
title = {ຄວາມສາມາດດ້ານການອ່ານພາສາລາວຂອງນັກຮຽນຊັ້ນປະຖົມສຶກສາປີທີ 5 ຢູ່ ສປປ ລາວ},
journal = {ວາລະສານວິທະຍາສາດສັງຄົມ},
year = {2026},
volume = {1},
number = {1},
pages = {226--237},
doi = {10.71026/ssj.v1i1.192}
}
EUVIMED