ຕົວແບບການພັດທະນາເສດຖະກິດຮ່ວມມືຂອງປະຊາຊົນແບບຍືນຍົງຢູ່ ສປປ ລາວ
ວາລະສານວິທະຍາສາດສັງຄົມ · 15.08.2026 · 1 (1) · 197-204
DOI: 10.71026/ssj.v1i1.189 ↗Kurz gefasst
Fachartikel in der Zeitschrift ວາລະສານວິທະຍາສາດສັງຄົມ, online erschienen am 15.08.2026. Verfasst von Khomvikit Simmalivong.
Abstract (Originalsprache)
ການ ວິໄຈ ຄັ້ງ ນີ້ມີຈຸດປະສົງ ເພື່ອ: 1) ສຶກສາ ສະພາບການ ຈັດຕັ້ງ ປະຕິບັດ ແລະ ບັນຫາ ຂອງ ເສດຖະກິດ ຮ່ວມມື ຢູ່ ສປປ ລາວ, 2) ສຶກສາ ປັດໄຈ ທີ່ ສົ່ງ ຜົນ ຕໍ່ ຄວາມ ສຳເລັດ ແລະ ຄວາມ ຍືນຍົງແລະ 3) ສ້າງ ແລະ ສະເໜີ ຕົວ ແບບ ການ ພັດທະນາ ເສດຖະກິດ ຮ່ວມມື ຂອງ ປະຊາຊົນ ແບບ ຍືນຍົງ. ການສຶກສາ ຄັ້ງ ນີ້ ໃຊ້ ວິທີ ວິໄຈ ແບບ ປະສົມ ປະສານ (Mixed Methods). ກຸ່ມ ຕົວຢ່າງ ທີ່ ໃຊ້ໃນການ ວິໄຈ ແບບ ປະລິມານ ແມ່ນ ສະມາຊິກ ຂອງ ກຸ່ມ ການຜະ ລິດ ແລະ ສະຫະກອນ ຈຳນວນ 400 ທ່ານ, ເກັບ ຂໍ້ມູນ ດ້ວຍ ແບບ ສອບຖາມ ມາດຕາສ່ວນ ປະມານ ຄ່າ 5 ລະດັບ ທີ່ມີ ຄ່າ ດັດສະນີຄວາມ ສອດຄ່ອງ (IOC) ລະຫວ່າງ 0.80 ຫາ 1.00; ສະຖິຕິ ທີ່ ໃຊ້ ວິເຄາະ ປະກອບມີ: ຄ່າ ອັດຕາສ່ວນ ຮ້ອຍ, ຄ່າ ສະເລ່ຍ (M) ແລະ ຄ່າ ຜິດດ່ຽງ ມາດຕະຖານ (S.D.). ສ່ວນ ຂໍ້ມູນ ຄຸນນະພາບ ເກັບ ຮ່ວມກັບ ການ ສຳພາດ ແບບ ເຄິ່ງ ໂຄງ ສ້າງ (Semi-structured Interview) ຈາກ ຜູ້ ບໍລິຫານ ແລະ ວິຊາການ ພາກ ລັດ ທີ່ ກ່ຽວຂ້ອງ ຈຳນວນ 15 ທ່ານ ແລ້ວ ນຳມາ ຖ່າຍທອດ ສຽງ ສຳພາດ ເປັນ ຕົວ ອັກສອນ ຢ່າງ ລະອຽດ ຄົບຖ້ວນ ເພື່ອ ວິເຄາະ ເນື້ອໃນ. ຜົນ ການ ວິໄຈ ພົບ ວ່າ: ສະພາບການ ດຳເນີນ ງານ ຂອງ ເສດຖະກິດ ຮ່ວມມືໃນປັດຈຸບັນ ໂດຍ ລວມ ຢູ່ໃນ ລະດັບ ປານກາງ (M = 3.24, S.D. = 0.65). ເມື່ອ ຈຳແນກ ເປັນ ແຕ່ລະ ດ້ານ ພົບ ວ່າ ດ້ານ ການຮ່ວມມືກັບ ພາກສ່ວນ ພາຍນອກ ຢູ່ໃນ ລະດັບ ຫຼາຍ (M = 3.76, S.D. = 0.62), ໃນຂະນະທີ່ ດ້ານ ການເຂົ້າ ເຖິງ ແຫຼ່ງ ທຶນ ຢູ່ໃນ ລະດັບ ຕໍ່າ ສຸດ (M = 2.80, S.D. = 0.72). ບັນຫາ ຫຼັກ ແມ່ນ ການ ຜະລິດ ສ່ວນໃຫຍ່ ຍັງມີ ລັກສະນະ ແບບ ເອກະເທດ, ກະແຈກກະຈາຍ, ເຮັດພໍໃຜພໍລາວ ແລະ ເປັນການ ຜະລິດພໍກຸ້ມ ຢູ່ ກຸ້ມ ກິນ, ຂາດ ວິໄນ ທາງ ດ້ານ ການເງິນ ແລະ ຂາດ ອຳນາດ ຕໍ່ ລອງ ການ ຕະຫຼາດ. ປັດໄຈ ທີ່ ສົ່ງ ຜົນ ຕໍ່ ຄວາມ ຍືນຍົງ ຢ່າງມີຄວາມສຳຄັນ ທາງ ສະຖິຕິ ແມ່ນ ການມີສ່ວນຮ່ວມ ຂອງ ສະມາຊິກ ແລະ ການ ສະໜັບສະໜູນ ທາງ ດ້ານ ນິຕິກຳ ຈາກພາກ ລັດ. ບົນ ພື້ນຖານ ດັ່ງກ່າວ, ຜູ້ ວິໄຈ ໄດ້ ພັດທະນາ "ຕົວ ແບບ 3P+E" (Public-Private-People Partnership + Eco-efficiency) ເຊິ່ງ ເປັນ ຍຸດທະສາດ ທີ່ ເຊື່ອມ ໂຍງ ລະຫວ່າງ ພາກ ລັດ ທີ່ ເນັ້ນ ການ ຫັນ ເປັນ ນິຕິກຳ, ພາກ ເອກະຊົນ ທີ່ ເປັນ ຫົວໜ່ວຍ ຊຸກຍູ້ ຜ່ານ ໂຮງງານ ປຸງແຕ່ງ ແລະ ສັນຍາ ຜູກພັນ ການ ຜະລິດ, ໂດຍມີສະມາຊິກ ຂອງ ກຸ່ມ ເປັນ ແກນກາງ ແລະ ຂັບເຄື່ອນ ດ້ວຍ ປະສິດທິພາບ ດ້ານ ນິເວດ ທີ່ແຊກຊຶມ ເຂົ້າໃນ ທຸກ ກິດຈະກຳ ເພື່ອ ສ້າງ ຕ່ອງ ໂສ້ ມູນຄ່າ ສີຂຽວ. ຂໍ້ສະເໜີ ແນະ ທາງ ນະໂຍບາຍ ຄວນ ມີການ ເລັ່ງ ຜັນຂະຫຍາຍ ກົດໝາຍ ວ່າ ດ້ວຍ ສະຫະກອນ ສະບັບປີ 2024 ລົງ ສູ່ ທ້ອງຖິ່ນ ຢ່າງ ເປັນ ຮູບ ປະທຳ ເພື່ອ ຍົກລະດັບ ກຸ່ມ ການ ຜະລິດ ແບບ ເອກະເທດ ໃຫ້ກາຍເປັນ ສະຫະກອນ ທີ່ເຂັ້ມແຂງບົນຫຼັກການ ປະຊາທິປະໄຕ.
Zitieren
APA
Simmalivong, K. (2026). ຕົວແບບການພັດທະນາເສດຖະກິດຮ່ວມມືຂອງປະຊາຊົນແບບຍືນຍົງຢູ່ ສປປ ລາວ. ວາລະສານວິທະຍາສາດສັງຄົມ, 1(1), 197-204. https://doi.org/10.71026/ssj.v1i1.189
Vancouver
Simmalivong K. ຕົວແບບການພັດທະນາເສດຖະກິດຮ່ວມມືຂອງປະຊາຊົນແບບຍືນຍົງຢູ່ ສປປ ລາວ. ວາລະສານວິທະຍາສາດສັງຄົມ. 2026;1(1):197-204. doi:10.71026/ssj.v1i1.189
BibTeX
@article{Simmalivong2026,
author = {Simmalivong, Khomvikit},
title = {ຕົວແບບການພັດທະນາເສດຖະກິດຮ່ວມມືຂອງປະຊາຊົນແບບຍືນຍົງຢູ່ ສປປ ລາວ},
journal = {ວາລະສານວິທະຍາສາດສັງຄົມ},
year = {2026},
volume = {1},
number = {1},
pages = {197--204},
doi = {10.71026/ssj.v1i1.189}
}
EUVIMED