ການຫັນປ່ຽນການບໍລິຫານລັດດ້ວຍເຕັກໂນໂລຊີ: ການສຶກສາອະນາຄົດຂອງການບໍລິການພາກລັດທີ່ມີປະສິດທິພາບ ແລະ ໂປ່ງໃສ
ວາລະສານວິທະຍາສາດສັງຄົມ · 25.07.2026 · 26 (2) · 62-71
DOI: 10.71026/ssj.v26i2.181 ↗Kurz gefasst
Fachartikel in der Zeitschrift ວາລະສານວິທະຍາສາດສັງຄົມ, online erschienen am 25.07.2026. Verfasst von Panyasack Sengonkeo und 4 weiteren Autor:innen.
Abstract (Originalsprache)
ການຄົ້ນຄວ້າຄັ້ງນີ້ນຳໃຊ້ການຄົ້ນຄວ້າຄັ້ງນີ້ນຳໃຊ້ທັງແບບຄຸນນະພາບ ແລະ ແບບປະລິມານ. ໂດຍໃຊ້ແບບສອບຖາມ ຄວາມຄິດເຫັນຂອງບັນດາພາກສ່ວນພະນັກງານ-ລັດຖະກອນ ທີ່ປະຕິບັດວຽກງານຢູ່ອົງການພາກລັດ ໃນນະຄອນຫຼວງວຽງຈັນ ຈຳນວນ 114 ຄົນ ແລະ ແບບຄຸນນະພາບທີ່ເນັ້ນການວິເຄາະເອະສານ ແລະ ບັນດານິຕິກໍາຕ່າງໆທີ່ກ່ຽວຂ້ອງ. ໂດຍຂໍ້ມູນທີ່ໄດ້ຈາກເອກະສານ ຈະນຳມາວິເຄາະເນື້ອໃນຕາມຈຸດປະສົງ ແລະ ຂໍ້ມູນທີ່ໄດ້ຈາກການສອບຖາມ ຈະນຳໄປວິເຄາະສະຖິຕິແບບພັນລະນາ ໂດຍໃຊ້ຄ່າສະຖິຕິສ່ວນຮ້ອຍ. ຜົນການຄົ້ນຄວ້າ ພົບວ່າ: ຄວາມຄິດເຫັນ ຂອງພະນັກງານ-ລັດຖະກອນ ຕໍ່ການປ່ຽນແປງການບໍລິຫານລັດດ້ວຍລະບົບເຕັກໂນໂລຊີ ສ່ວນຫຼາຍເຫັນວ່າ ການນຳໃຊ້ເຕັກໂນໂລຊີຈະຊ່ວຍເພີ່ມປະສິດທິພາບໃນການໃຫ້ບໍລິການຂອງພາກລັດ (57.9%) ແລະ ການນໍາໃຊ້ເຕັກໂນໂລຊີຈະຊ່ວຍໃຫ້ການບໍລິຫານລັດມີຄວາມໂປ່ງໃສຫຼາຍຂຶ້ນ (51.10%). ແນວໃດກໍຕາມ ການຫັນເປັນທັນສະໄໝດ້ວຍລະບົບເຕັກໂນໂລຊີຂອງພາກລັດ ໄລຍະຜ່ານມາ ເຫັນໄດ້ວ່າສ່ວນຫຼາຍແມ່ນຢູ່ໃນລະດັບປານກາງທັງໝົດ ໂດຍຄະແນນຕໍ່າສຸດແມ່ນລະບົບບັດປະຈໍາຕົວ (49.12%). ສ່ວນບັນຫາ ແລະ ສິ່ງທ້າທາຍ ຂອງການນໍາໃຊ້ເຕັກໂນໂລຊີໃນລະບົບການບໍລິຫານລັດເພື່ອໃຫ້ບໍລິ ການຕໍ່ກັບສັງຄົມ ໄລຍະຜ່ານມາ ອຸປະສັກຕົ້ນຕໍແມ່ນການຂາດອຸປະກອນ, ເຄື່ອງມື ລະດັບຄວາມຄິດເຫັນ(41.2%) ແລະ ບັນຫາລະບົບຂັດຂ້ອງ ແລະ ບໍ່ສາມາດນໍາໃຊ້ໄດ້ ລະດັບຄວາມຄິດເຫັນ (51.8%). ສຳລັບແນວໂນ້ມອະນາຄົດການບໍລິການຂອງພາກລັດທີ່ມີປະສິດທິພາບ ແລະ ໂປ່ງໃສນັ້ນຄວນມີການການຂັບເຄື່ອນໄປສູ່ “ລັດດິຈິຕອນ” ຢ່າງເຕັມຮູບແບບໃນອະນາຄົດ ໂດຍສະເພາະອະນາຄົດການບໍລິການທີ່ມີປະສິດທິພາບ ແລະ ໂປ່ງໃສ ຈຳເປັນຕ້ອງອາໄສການປະສານງານຫຼາຍມິຕິ ເປັນຕົ້ນແມ່ນ: ການເປີດເຜີຍຂໍ້ມູນ, ການມີສ່ວນຮ່ວມ, ລະບົບກວດສອບ, ການບໍລິການດິຈິຕອນ, ຄວາມປອດໄພຂໍ້ມູນ ແລະ ການເຊື່ອມໂຍງລະບົບ ເພື່ອສ້າງລັດທີ່ໂປ່ງໃສ, ມີຄວາມຮັບຜິດຊອບ ແລະ ເຊື່ອຖືໄດ້ ເຊິ່ງຫຼັກການບໍລິຫານພາກລັດແບບດິຈິຕອນ ທີ່ເນັ້ນຄວາມໂປ່ງໃສ ແລະ ການກວດສອບໄດ້ ມີຫຼັກການສຳຄັນຄື: ຫຼັກການເປີດເຜີຍຂໍ້ມູນ, ຫຼັກການມີສ່ວນຮ່ວມ, ຫຼັກການກວດສອບໄດ້, ຫຼັກການບໍລິການແບບດິຈິຕອນ, ຫຼັກການຄວາມປອດໄພ ແລະ ຈັນຍາບັນຂໍ້ມູນ ແລະ ຫຼັກການປະສານງານ. ຜົນການຄົ້ນຄວ້າຍັງມີຂໍ້ສະເໜີວ່າ ການຫັນເປັນທັນສະໄໝໃນລະບົບການບໍລິຫານລັດ ຄວນເນັ້ນການຂະຫຍາຍການບໍລິການລົງສູ່ທ້ອງຖິ່ນຮາກຖານ, ພັດທະນາບຸກຄະລາກອນຄວບຄູ່ກັບເຄື່ອງມື, ຫຼຸດຜ່ອນຂັ້ນຕອນ, ປັບປຸງໂຄງຮ່າງພື້ນຖານອິນເຕີເນັດ, ແອັບພລິເຄຊັນ ແລະ ຍົກລະດັບລະບົບຄວາມປອດໄພຂອງຂໍ້ມູນ.
Zitieren
APA
Sengonkeo, P., Keovongsak, S., Saypanya, S., Kounnavongsa, K., & Thammavong, V. (2026). ການຫັນປ່ຽນການບໍລິຫານລັດດ້ວຍເຕັກໂນໂລຊີ: ການສຶກສາອະນາຄົດຂອງການບໍລິການພາກລັດທີ່ມີປະສິດທິພາບ ແລະ ໂປ່ງໃສ. ວາລະສານວິທະຍາສາດສັງຄົມ, 26(2), 62-71. https://doi.org/10.71026/ssj.v26i2.181
Vancouver
Sengonkeo P, Keovongsak S, Saypanya S, Kounnavongsa K, Thammavong V. ການຫັນປ່ຽນການບໍລິຫານລັດດ້ວຍເຕັກໂນໂລຊີ: ການສຶກສາອະນາຄົດຂອງການບໍລິການພາກລັດທີ່ມີປະສິດທິພາບ ແລະ ໂປ່ງໃສ. ວາລະສານວິທະຍາສາດສັງຄົມ. 2026;26(2):62-71. doi:10.71026/ssj.v26i2.181
BibTeX
@article{Sengonkeo2026,
author = {Sengonkeo, Panyasack and Keovongsak, Somdeth and Saypanya, Souksakhone and Kounnavongsa, Keosaphone and Thammavong, Vilayvanh},
title = {ການຫັນປ່ຽນການບໍລິຫານລັດດ້ວຍເຕັກໂນໂລຊີ: ການສຶກສາອະນາຄົດຂອງການບໍລິການພາກລັດທີ່ມີປະສິດທິພາບ ແລະ ໂປ່ງໃສ},
journal = {ວາລະສານວິທະຍາສາດສັງຄົມ},
year = {2026},
volume = {26},
number = {2},
pages = {62--71},
doi = {10.71026/ssj.v26i2.181}
}
EUVIMED