ກວດສອບຄຸນນະລັກສະນະທາງກາຍະພາບ ແລະ ເຄມີຂອງນໍ້າໜ້າດິນເຂດ ເມືອງຫົງສາ ແລະ ເມືອງເງີນ ແຂວງໄຊຍະບູລີ
ວາລະສານ ວິທະຍາສາດທຳມະຊາດ · 30.12.2025 · 25 (2) · 119-127
DOI: 10.71026/sj.2025.02017 ↗Kurz gefasst
Fachartikel in der Zeitschrift ວາລະສານ ວິທະຍາສາດທຳມະຊາດ, online erschienen am 30.12.2025. Verfasst von Sopha Keoinpaeng und 5 weiteren Autor:innen.
Abstract (Originalsprache)
ເມືອງຫົງສາຕັ້ງຢູ່ທິດຕາເວັນຕົກຊຽງເໜືອຂອງແຂວງໄຊຍະບູລີເປັນເມືອງທີ່ມີອຸດສະຫະກຳໄຟຟ້າຖ່ານຫິນ ແລະ ກະສິກໍາເຊັ່ນ: ການປູກມັນຕົ້ນ, ໝາກແຕງໂມ, ໝາກເຜັດ, ຖົ່ວເຫຼືອງ ແລະ ອື່ນໆ, ເຊີງເປັນການສ້າງລາຍຮັບໃຫ້ແກ່ປະຊາຊົນທີ່ອາໃສຢູ່ເຂດດັ່ງກ່າວເປັນຈຳນວນຫຼວງຫຼາຍໃນແຕ່ລະປີ, ຄຽງຄູ່ກັບການມີລາຍຮັບແຕ່ກໍ່ມີຜົນກະທົບຕໍ່ສິ່ງແວດລ້ອມ, ເນື່ອງຈາກມີຄວັນພິດ ແລະ ສານເຄມີຕົກຄ້າງໃນອາກາດ, ດິນ ແລະ ນໍ້າ ທີ່ເປັນຜົນເສຍຕໍ່ລະບົບນິເວດ ແລະ ສຸຂະພາບຂອງຄົນໃນໄລຍະຍາວ. ການວິເຄາະຫາປະລິມານທາງເຄມີ ແລະ ຟີຊິກຂອງນໍ້າໜ້າດິນໃນເຂດເມືອງ ເງີນ ແລະ ເມືອງຫົງສາ ແຂວງ ໄຊຍະບູລີ ລວມທັງໝົດ 9 ຈຸດ, ໄດ້ເກັບຕົວຢ່າງແບບຈ້ວງ, ແຕ່ລະຈຸດແຍກເປັນສອງຂວດເພື່ອວິເຄາະທາດໂລຫະໜັກແມ່ນປັບ pH ≤ 2 ດ້ວຍ HNO3 ແລະ ອີກຂວດສຳລັບເຄາະຫາທາດອາຫານ. ຕົວຊິ້ວັດຄຸນນະພາບນໍ້າທີ່ໄດ້ກວດສອບຄັ້ງນີ້ໄດ້ແກ່ pH, EC, DO, COD, T-hardness, NO3, PO4, Cd ແລະ Pb, ເຊີງຄ່າ pH, EC, DO ແມ່ນໄດ້ກວດສອບກັບທີ່ໃນພາກສະໜາມ, ສ່ວນທີ່ເຫຼືອແມ່ນກວດສອບຢູ່ໃນຫ້ອງທົດລອງ, ການວິເຄາະຫາທາດອາຫານ ແລະ ທາດໂລຫະໜັກຄັ້ງນີ້, ແຕ່ລະຕົວຊີ້ວັດຈະໄດ້ໃຊ້ວິທີ ວິເຄາະທີ່ແຕກຕ່າງກັນ, ທາດໂລຫະໜັກແມ່ນໃຊ້ວິທີວິເຄາະດ້ວຍເຕັກນິກ Flame Atomic Absorption Spectrometer (FAAS), T-hardness ໃຊ້ວິທີຂອງ EDTA Titration Method, COD ໃຊ້ເຕັກນິກ Closed Reflux-Titrimetric Method, SO4 ໃຊ້ວິທີ Turbidimetric Method, NO3ໃຊ້ວິທີ Ultraviolet Spectrophotometric Screening Method ແລະ PO4 ໃຊ້ວິທີ Vanadomolybdophosphoric Acid Colorimetric Method. ຈາກການວິເຄາະ ແລະ ທົບທວນຄວາມໃຊ້ໄດ້ຂອງວິທີພົບວ່າຄວາມເຂັັ້ມຂຸ້ນຂອງແຕ່ລະຕົວຊີ້ວັດທີ່ໄດ້ກວດສອບມີການພົວພັນກັນແບບເປັນເສັັ້ນຊືທີິ່ດີກັບຄ່າດູດກືນແສງ (r2 > 0.99), LOD ໃນຊ່ວງ 0.06 mg/L NO3, 0.09 mg/L PO4, 0.07 mg/L SO4, 0.002 mg/L Cd ແລະ 0.008 µg/L Pb. ສ່ວນ LOQ ຢູ່ໃນຊ່ວງ 0.18 mg/L NO3, 0.83 mg/L PO4, 0.16 mg/L SO4, 0.018 mg/L Cd ແລະ 0.025 µg/L Pb ແລະ ສ່ວນຮ້ອຍການໄດ້ກັບຄືນຢູ່ໃນຊ່ວງ 97-103%. ຈາກການວິເຄາະຕົວຢ່າງແຕ່ລະຈຸດພົບວ່າ ຄ່າ pH ຢູ່ລະຫວ່າງ 7.2 - 7.7, ຄ່າ EC ຢູ່ລະຫວ່າງ 127 - 313 µS/cm, ຄ່າ DO ພົບຢູ່ລະຫວ່າງ 6.1 mg/L - 8.1 mg/L ມີສອງຈຸດຄື: A1 ແລະ P15 ຕໍ່າກວ່າຄ່າມາດຕະຖານ, ສ່ວນຄ່າ COD ແມ່ນເກີນຄ່າມາດຕະ ຖານທັງ 9 ຈຸດ. ປະລິມານ NO3 ທີ່ກວດພົບເກີນຄ່າມາດຕະ ຖານຢູ່ 7 ຈຸດເຊັ່ນຈຸດ N2, N3, H1, H2, H4, H5 ແລະ H6 ຕາມລໍາດັບ, ທາດໂລຫະໜັກ (Cd ແລະ Pb) ແມ່ນກວດສອບບໍ່ພົບທັງ 9 ຕົວຢ່າງ.
Zitieren
APA
Keoinpaeng, S., Leungatakoun, S., Lathdavong, L., Xayheuangsy, S., Sonthikuomman, K., & Keomounlath, B. (2025). ກວດສອບຄຸນນະລັກສະນະທາງກາຍະພາບ ແລະ ເຄມີຂອງນໍ້າໜ້າດິນເຂດ ເມືອງຫົງສາ ແລະ ເມືອງເງີນ ແຂວງໄຊຍະບູລີ. ວາລະສານ ວິທະຍາສາດທຳມະຊາດ, 25(2), 119-127. https://doi.org/10.71026/sj.2025.02017
Vancouver
Keoinpaeng S, Leungatakoun S, Lathdavong L, Xayheuangsy S, Sonthikuomman K, Keomounlath B. ກວດສອບຄຸນນະລັກສະນະທາງກາຍະພາບ ແລະ ເຄມີຂອງນໍ້າໜ້າດິນເຂດ ເມືອງຫົງສາ ແລະ ເມືອງເງີນ ແຂວງໄຊຍະບູລີ. ວາລະສານ ວິທະຍາສາດທຳມະຊາດ. 2025;25(2):119-127. doi:10.71026/sj.2025.02017
BibTeX
@article{Keoinpaeng2025,
author = {Keoinpaeng, Sopha and Leungatakoun, Somsavath and Lathdavong, Lemthong and Xayheuangsy, Sonexay and Sonthikuomman, Kaisone and Keomounlath, Bounkhonn},
title = {ກວດສອບຄຸນນະລັກສະນະທາງກາຍະພາບ ແລະ ເຄມີຂອງນໍ້າໜ້າດິນເຂດ ເມືອງຫົງສາ ແລະ ເມືອງເງີນ ແຂວງໄຊຍະບູລີ},
journal = {ວາລະສານ ວິທະຍາສາດທຳມະຊາດ},
year = {2025},
volume = {25},
number = {2},
pages = {119--127},
doi = {10.71026/sj.2025.02017}
}
EUVIMED