EUVIMEDEUVIMED entdecken
Crossref

ອິດທິພົນຂອງຝຸ່ນຄອກ ແລະ ແນວພັນຕໍ່ກັບການຈະເລີນເຕີບໂຕ ແລະ ຜົນຜະລິດຂອງຜັກສະລັດ ທີ່ວິທະຍາເຂດໜອງຜື ມະຫາວິທະຍາໄລສະຫວັນນະເຂດ

ສົມໄຊ ເພັງສະຫວັນ, ປະພັດສອນ ລັດວິໄລວົງ, ແກ້ວລາ ສີຈັນທອງທິບ

ວາລະສານ ວິທະຍາສາດທຳມະຊາດ · 30.12.2023 · 23 (2) · 123-130

DOI: 10.71026/sj.v23i2.151 ↗

Kurz gefasst

Fachartikel in der Zeitschrift ວາລະສານ ວິທະຍາສາດທຳມະຊາດ, online erschienen am 30.12.2023. Verfasst von ສົມໄຊ ເພັງສະຫວັນ und 2 weiteren Autor:innen.

AbstractBibliografische AngabenZitierenVerwandte Studien

Abstract (Originalsprache)

ຜັກສະລັດ (Lactuca sativa L.) ເປັນຜັກສະລັດທີ່ມີຄຸນຄ່າທາງດ້ານສານອາຫານ ມີມູນຄ່າທາງດ້ານເສດຖະ ກິດສູງ ແລະ ນິຍົມມາປູກໃນພື້ນທີ່ທົ່ວໄປ ການສຶກສາອິດທິພົນຂອງຝຸ່ນຄອກ ແລະ ແນວພັນຕໍ່ກັບການຈະເລີນເຕີບໂຕ ແລະ ຜົນຜະລິດຂອງຜັກສະລັດ ຢູ່ທີ່ຝາມຂອງພາກວິຊາວິທະຍາສາດພືດ ຄະນະກະເສດສາດ ແລະ ສິ່ງ ແວດລ້ອມ ມະຫາວິທະຍາໄລສະຫວັນນະເຂດ (ວິທະຍາເຂດໜອງຜື) ເຊິ່ງເລີ່ມປະຕິບັດແຕ່ ເດືອນພະຈິກ 2020 ຫາ ເດືອນກຸມພາ 2021 ຈຸດປະສົງເພື່ອປະເມີນປະສິດ ທິພາບຂອງຝຸ່ນຄອກຕໍ່ການຈະເລີນເຕີບໂຕ ແລະ ຜົນຜະລິດຂອງຜັກສະລັດ. ໂດຍໃຊ້ແຜນການທົດລອງໃນຮູບແບບ Strip-plot design in RCBD ປະກອບມີ 3 ຊໍ້າ Horizotal factor (ຝຸ່ນຄອກ): ຝຸ່ນຂີ້ໄກ່ ແລະ ຝຸ່ນຂີ້ໝູ, Vertiacal factor (ແນວພັນຜັກສະລັດ): ຜັກສະລັດກ໋ອບ, ຜັກສະລັດລິດໂອກ (ສີແດງ) ແລະ ຜັກສະລັດກຼິນໂອກ (ສີຂຽວ). ການເກັບຂໍ້ມູນປະກອບດ້ວຍ (1) ການຈະເລີນເຕີບໂຕ (ຄວາມສູງ, ຄວາມກວ້າງຊົງພຸ່ມ, ຈຳນວນໃບ) ແລະ (2) ນໍ້າໜັກຂອງຜັກສະລັດສົດ. ຈາກຜົນໄດ້ຮັບຂອງການທົດລອງຄັ້ງນີ້ ສະແດງໃຫ້ເຫນວ່າ: ທາງດ້ານການຈະເລີນເຕີບໂຕ (ຄວາມສູງ) ຂອງຜັກສະລັດ ເມື່ອອາຍຸໄດ້ 7, 14, 21 ແລະ 28 ວັນ ຕໍ່ກັບປັດໄຈຝຸ່ນຂີ້ໄກ່ແມ່ນໄດ້ການຈະເລີນເຕີບໂຕດີກວ່າເມື່ອທຽບກັບຝຸ່ນຂີ້ໝູ. ສໍາລັບປັດໃຈທາງດ້ານແນວພັນເຫັນວ່າ: ຜັກສະລັດກ໋ອບໃຫ້ຄ່າສະເລ່ຍສູງກວ່າຄື (11.71 ຊັງຕີແມັດ) ກັບແນວພັນຜັກສະລັດລິດໂອກ ແລະ ແນວພັນຜັກສະລັດກຼິນໂອກ (10.63 ແລະ 10.28 ຊັງຕີແມັດ) ແລະ ມີຄ່າຄວາມແຕກຕ່າງທາງສະຖິຕິໃນລະດັບຄວາມສຳຄັນ p

Zitieren

APA

ເພັງສະຫວັນ, ສ., ລັດວິໄລວົງ, ປ., & ສີຈັນທອງທິບ, ແ. (2023). ອິດທິພົນຂອງຝຸ່ນຄອກ ແລະ ແນວພັນຕໍ່ກັບການຈະເລີນເຕີບໂຕ ແລະ ຜົນຜະລິດຂອງຜັກສະລັດ ທີ່ວິທະຍາເຂດໜອງຜື ມະຫາວິທະຍາໄລສະຫວັນນະເຂດ. ວາລະສານ ວິທະຍາສາດທຳມະຊາດ, 23(2), 123-130. https://doi.org/10.71026/sj.v23i2.151

Vancouver

ເພັງສະຫວັນ ສ, ລັດວິໄລວົງ ປ, ສີຈັນທອງທິບ ແ. ອິດທິພົນຂອງຝຸ່ນຄອກ ແລະ ແນວພັນຕໍ່ກັບການຈະເລີນເຕີບໂຕ ແລະ ຜົນຜະລິດຂອງຜັກສະລັດ ທີ່ວິທະຍາເຂດໜອງຜື ມະຫາວິທະຍາໄລສະຫວັນນະເຂດ. ວາລະສານ ວິທະຍາສາດທຳມະຊາດ. 2023;23(2):123-130. doi:10.71026/sj.v23i2.151

BibTeX
@article{2023,
  author = {ເພັງສະຫວັນ, ສົມໄຊ and ລັດວິໄລວົງ, ປະພັດສອນ and ສີຈັນທອງທິບ, ແກ້ວລາ},
  title = {ອິດທິພົນຂອງຝຸ່ນຄອກ ແລະ ແນວພັນຕໍ່ກັບການຈະເລີນເຕີບໂຕ ແລະ ຜົນຜະລິດຂອງຜັກສະລັດ ທີ່ວິທະຍາເຂດໜອງຜື ມະຫາວິທະຍາໄລສະຫວັນນະເຂດ},
  journal = {ວາລະສານ ວິທະຍາສາດທຳມະຊາດ},
  year = {2023},
  volume = {23},
  number = {2},
  pages = {123--130},
  doi = {10.71026/sj.v23i2.151}
}
Kostenlos starten →