ການພັດທະນາ ແລະ ການແກ້ໄຂຄວາມທຸກຍາກຂອງອົງການປົກຄອງເມືອງສັງທອງ
ວາລະສານວິທະຍາສາດສັງຄົມ · 13.06.2026 · 26 (1) · 230-237
DOI: 10.71026/ssj.v26i1.182 ↗Kurz gefasst
Fachartikel in der Zeitschrift ວາລະສານວິທະຍາສາດສັງຄົມ, online erschienen am 13.06.2026. Verfasst von Vilay LANGKAVONG und 4 weiteren Autor:innen.
Abstract (Originalsprache)
ບົດຄົ້ນຄວ້າວິໄຈນີ້ ແມ່ນໄດ້ສຶກສາກ່ຽວກັບການພັດ ທະນາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍສະເພາະແມ່ນການນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໃຫ່ຍ, ມະຕີຕົກລົງ, ຄຳສັ່ງແນະນຳຕ່າງໆ ໄປຜັນຂະຫຍາຍໃຫ້ເຂົ້າສູ່ລ່ວງເລີກ ແລະ ປະກົດຜົນເປັນຈິງ. ເພື່ອເຮັດໄດ້ແນວນັ້ນ ພວກເຮົາຕ້ອງເສີມຂະຫຍາຍ ແລະ ເພີ່ມທະວິຄວາມຮັບຜິດຊອບຂອງທ້ອງຖິ່ນ ແລະ ຮາກຖານໃນການຂຸດຄົ້ນນຳໃຊ້ທາດແຮງ ແລະ ຄວາມອາດບົ່ມຊ້ອນຂອງຕົນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງແຕ່ລະທ້ອງຖິ່ນ ແລະ ການຂະຫຍາຍຕົວຕໍ່ເນື່ອງ, ສ້າງໂຄງປະກອບເສດຖະກິດກະສີກຳປ່າໄມ້, ອຸດສາຫະກຳ ແລະ ການບໍລິການ, ຊຸກຍູ້ການຜະລິດເປັນສິນຄ້າທັງພາຍໃນ ແລະ ຕ່າງປະເທດໃຫ້ຂະຫຍາຍຕົວຢ່າງກວ້າງຂວາງ, ເພື່ອຍົກລະດັບການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ ແລະ ແກ້ໄຂຄວາມທຸກຍາກຂາດເຂີນຂອງປະຊາຊົນໃຫ້ໄດ້ເປັນກ້າວໆ ໂດຍສະເພາະປະຊາຊົນຢູ່ຊົນນະບົດຫ່າງໄກສອກຫຼີກ, ເອົາແນວທາງນະໂຍບາຍຂອງພັກ ແລະ ແຜນການຂອງລັດລົງເລີກຜູ້ຈັດຕັ້ງປະຕິບັດ ຢູ່ຮາກຖານຢ່າງແທ້ຈິງ ແລະ ທັງເປັນການປະຕິບັດທິດນຳຂອງຂັ້ນເທິງເລີ່ມແຕ່ຮາກຖານຂຶ້ນມາ, ໂດຍສົ່ງ ເສີມໃຫ້ປະຊາຊົນ ແລະ ຄອບຄົວທຳການຜະລິດ ແລະ ການບໍລິການໄດ້ມີສ່ວນຮ່ວມຢ່າງເປັນເຈົ້າການເຮັດໃຫ້ແຕ່ລະຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ການຄົ້ນຄ້ວາຄັ້ງນີ້ ແມ່ນຈະນຳໃຊ້ວິທີການແບບຄຸນນະພາບ. ແມ່ນນຳໃຊ້ການ ເກັບຂໍ້ມູນ ດ້ວຍວິທີ ການສຳພາດ ແບບສອບຖາມປາຍເປີດໃນການສຳພາດແບບເຈາະເລີກ ກັບບັນດາຂັ້ນ ຫົວໝ່ວຍ ຂອງອຳນາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງຢູ່ຕາມຕົວເມືອງທຸກຍາກ. ເພື່ອຄົ້ນຄ້ວາບັນຫາທີ່ເປັນປັດໃຈຂອງຄວາມທຸກຍາກ ແລະ ທັດສະນະແນວຄວາມຄິດຕໍ່ກັບການແກ້ໄຂຄວາມທຸກຍາກ. ຜົນຂອງການສຶກສາໄດ້ຄົ້ນພົບວ່າການພັດທະນາ ແລະວິທີແກ້ໄຂຄວາມທຸກຍາກຂອງອົງການປົກຄອງຂັ້ນເມືອງ ແມ່ນດ້ານທີ່ຕັ້ງພູມສັນຖານຂອງເມືອງສັງທອງເປັນເຂດພູດອຍກວມ 70 ເປີເຊັນ ເຫລືອນັ້ນແມ່ນ ເນື້ອທີ່ທົ່ງພຽງ ຢູ່ຕາມຮ່ອມພູ, ຮ່ອມຫ້ວຍແລະ ຕາມລ່ອງແມ່ນ້ຳເຮັດໃຫ້ການຕັ້ງຖິ່ນຖານຂອງພໍ່ແມ່ປະຊາຊົນແມ່ນຢູ່ຫ່າງໄກກັນເຮັດໃຫ້ມີຄວາມຫຍຸ້ງຍາກໃນການຄຸ້ມຄອງ, ດ້ານປະຊາກອນພົນລະເມືອງກໍ່ປະກອບມີ 8 ເຜົ່າຊົນ ເຊິ່ງນອນຢູ່ໃນ 3 ໜວດພາສາຄຳເວົ້າຄື: ໜວດພາສາລາວໄຕກວມ 84,67 ເປີເຊັນ,ໜວດພາສາມອນຂະແມ 9,21 ເປີເຊັນ ແລະ ໜວດພາສາມົ້ງອີມຽນກວມ 0,03 ເປີເຊັນ ເຊິ່ງເຮັດໃຫ້ມີຄວາມຫຸ້ຍງຍາກໃນການສື່ສານ ແລະ ຄຸ້ມຄອງ. ສະພາບພື້ນທີ່ຂອງເມືອງບ້ານຍັງມີຄວາມຫຸ້ຍງຍາກດ້ານເສັ້ນທາງຄົມມະນາຄົມ, ຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງປະຊາຊົນຕໍ່ວຽກງານການພັດທະນາຍັງມີໜ້ອຍແລະງົບປະມານທີ່ຮັບໃຊ້ຕໍ່ວຽກງານນີ້ຍັງມີໜ້ອຍ. ວິທີການແກ້ໄຂຂອງອົງການປົກຄອງຂັ້ນເມືອງ ໄດ້ຖືເປັນສຳຄັນໂດຍເລັ່ງໃສ່ສະພາບຈຸດພິເສດຂອງບ້ານ,ຈຸບ້ານ ແລະການແກ້ໄຂວຽກງານກໍ່ສ້າງໂຄງລ່າງ. ສະຫຼູບລວມແລ້ວການຈັດຕັ້ງປະຕິບັດວຽກງານພັດທະ ນາ ແລະ ແກ້ໄຂຄວາມທຸກຍາກຂອງອົງການປົກຄອງຂັ້ນເມືອງໄດ້ມີວິທີການການຈັດຕັ້ງປະຕິບັດວຽກງານພັດທະນາ ແລະ ແກ້ໄຂຄວາມທຸກຍາກຂອງອົງການປົກຄອງຂັ້ນເມືອງ ແມ່ນຕ້ອງມີການໂຄສະນາເຜີຍແຜ່ນິຕິກຳໂດຍສະເພາະແມ່ນແຜນການ ແລະນະໂຍບາຍຂອງຂັ້ນເທິງໃຫ້ທ້ອງຖິ່ນໄດ້ຮັບຮູ້ ແລະ ເຂົ້າໃຈ, ມີໂຄງການ ຫລື ກິດຈະກຳໃດໜຶ່ງທີ່ເປັນການພັດທະນາ ແລະ ແກ້ໄຂຄວາມທຸກຍາກໂດຍແມ່ນການນຳພາຂັ້ນທ້ອງຖິ່ນເປັນຜູ້ຈັດຕັ້ງປະຕິບັດຕົວຈິງເພື່ອເປັນບ່ອນອີງໃຫ້ເຂົ້າເຈົ້າຕໍ່ການພັດທະນາຄັ້ງຕໍ່ໄປ ແລະ ເປັນເຈົ້າການໃນການປະສານສົມທົບກັບບັນດາຂະແໜງການຕ່າງໆທີ່ກ່ຽວຂ້ອງ.
Zitieren
APA
LANGKAVONG, V., VONGKHAMPHA, S., SIHALATH, S., DUANGPILA, I., & SAENNOUVONG, M. (2026). ການພັດທະນາ ແລະ ການແກ້ໄຂຄວາມທຸກຍາກຂອງອົງການປົກຄອງເມືອງສັງທອງ. ວາລະສານວິທະຍາສາດສັງຄົມ, 26(1), 230-237. https://doi.org/10.71026/ssj.v26i1.182
Vancouver
LANGKAVONG V, VONGKHAMPHA S, SIHALATH S, DUANGPILA I, SAENNOUVONG M. ການພັດທະນາ ແລະ ການແກ້ໄຂຄວາມທຸກຍາກຂອງອົງການປົກຄອງເມືອງສັງທອງ. ວາລະສານວິທະຍາສາດສັງຄົມ. 2026;26(1):230-237. doi:10.71026/ssj.v26i1.182
BibTeX
@article{LANGKAVONG2026,
author = {LANGKAVONG, Vilay and VONGKHAMPHA, Sommany and SIHALATH, Somphavanh and DUANGPILA, Intha and SAENNOUVONG, Minavanh},
title = {ການພັດທະນາ ແລະ ການແກ້ໄຂຄວາມທຸກຍາກຂອງອົງການປົກຄອງເມືອງສັງທອງ},
journal = {ວາລະສານວິທະຍາສາດສັງຄົມ},
year = {2026},
volume = {26},
number = {1},
pages = {230--237},
doi = {10.71026/ssj.v26i1.182}
}
EUVIMED