ການວິເຄາະລັກສະນະ ແລະ ການປະເມີນຄວາມເໝາະສົມຂອງດິນໜຽວທ້ອງຖິ່ນ ສຳລັບການນຳໃຊ້ໃນອຸດສາຫະກຳເຊຣາມິກ
ວາລະສານວິທະຍາສາດສັງຄົມ · 15.08.2026 · 1 (1) · 188-196
DOI: 10.71026/ssj.v1i1.188 ↗Kurz gefasst
Fachartikel in der Zeitschrift ວາລະສານວິທະຍາສາດສັງຄົມ, online erschienen am 15.08.2026. Verfasst von Sengphet Keokangdong und 4 weiteren Autor:innen.
Abstract (Originalsprache)
ການສຶກສານີ້ມີຈຸດປະສົງເພື່ອປະເມີນດິນໜຽວທ້ອງຖິ່ນຂອງລາວ ໃນຖານະເປັນວັດຖຸດິບສຳລັບອຸດສາຫະກຳເຊຣາມິກ. ດິນໜຽວດິບຖືກວິເຄາະລັກສະນະດ້ວຍເຕັກນິກ XRD, XRF ແລະ TGA/DSC. ຊິ້ນງານເຊຣາມິກດິບ (Green Body) ຖືກອັດຂຶ້ນຮູບດ້ວຍເຄື່ອງອັດໄຮໂດຼລິກໃນແມ່ພິມສະແຕນເລດ. ຫຼັງຈາກອົບແຫ້ງແລ້ວ, ຊິ້ນງານຖືກເຜົາທີ່ອຸນຫະພູມຕ່າງໆ (1100–1250 °C) ເປັນເວລາ 3 ຊົ່ວໂມງ. ຊິ້ນງານທີ່ຜ່ານການເຜົາແລ້ວຖືກປະເມີນດ້ານອົງປະກອບຂອງເຟສ, ການຫົດຕົວ, ຄວາມໜາແໜ້ນ, ຄວາມພຸນ, ການດູດຊຶມນ້ຳ, ຄວາມແຂງແຮງຕໍ່ແຮງອັດ ແລະ ໂຄງສ້າງຈຸລະພາກດ້ວຍກ້ອງຈຸລະທັດເອເລັກຕຣອນແບບສ່ອງກວາດ (SEM). ຜົນການວິເຄາະ XRD ຢືນຢັນວ່າ ແຮ່ທາດຫຼັກໃນດິນໜຽວດິບແມ່ນຄວອດ (Quartz) ແລະ ເຄົາລິໄນ (Kaolinite). ພາຍຫຼັງການເຜົາ, ເຟສຜລຶກທີ່ກວດພົບມີພຽງຄວອດ ແລະ ມູໄລ (Mullite) ເທົ່ານັ້ນ. ຄຸນສົມບັດທາງກາຍະພາບ ແລະ ທາງກົນຈັກຂອງຊິ້ນງານທັງໝົດ ໄດ້ແກ່ ການຫົດຕົວ, ຄວາມໜາແໜ້ນ, ຄວາມພຸນ, ການດູດຊຶມນ້ຳ ແລະ ຄວາມແຂງແຮງ ໄດ້ຖືກບັນທຶກໄວ້. ຜົນການທົດສອບສະແດງໃຫ້ເຫັນວ່າ ຄວາມແຂງແຮງທາງກົນຈັກເພີ່ມຂຶ້ນ ໃນຂະນະທີ່ຄ່າຄວາມພຸນ ແລະ ການດູດຊຶມນ້ຳຫຼຸດລົງ.
Zitieren
APA
Keokangdong, S., Phounsavath, S., Phommachanh, S., Chanphavong, L., & Santisouk, K. (2026). ການວິເຄາະລັກສະນະ ແລະ ການປະເມີນຄວາມເໝາະສົມຂອງດິນໜຽວທ້ອງຖິ່ນ ສຳລັບການນຳໃຊ້ໃນອຸດສາຫະກຳເຊຣາມິກ. ວາລະສານວິທະຍາສາດສັງຄົມ, 1(1), 188-196. https://doi.org/10.71026/ssj.v1i1.188
Vancouver
Keokangdong S, Phounsavath S, Phommachanh S, Chanphavong L, Santisouk K. ການວິເຄາະລັກສະນະ ແລະ ການປະເມີນຄວາມເໝາະສົມຂອງດິນໜຽວທ້ອງຖິ່ນ ສຳລັບການນຳໃຊ້ໃນອຸດສາຫະກຳເຊຣາມິກ. ວາລະສານວິທະຍາສາດສັງຄົມ. 2026;1(1):188-196. doi:10.71026/ssj.v1i1.188
BibTeX
@article{Keokangdong2026,
author = {Keokangdong, Sengphet and Phounsavath, Souksavath and Phommachanh, Sounthisack and Chanphavong, Lemthong and Santisouk, Khamta},
title = {ການວິເຄາະລັກສະນະ ແລະ ການປະເມີນຄວາມເໝາະສົມຂອງດິນໜຽວທ້ອງຖິ່ນ ສຳລັບການນຳໃຊ້ໃນອຸດສາຫະກຳເຊຣາມິກ},
journal = {ວາລະສານວິທະຍາສາດສັງຄົມ},
year = {2026},
volume = {1},
number = {1},
pages = {188--196},
doi = {10.71026/ssj.v1i1.188}
}
EUVIMED