ການພັດທະນາເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມຂອງເມືອງໄຊທານີ ນະຄອນຫຼວງວຽງຈັນ ແຕ່ປີ 2016 ຫາປີ 2025
ວາລະສານວິທະຍາສາດສັງຄົມ · 15.08.2026 · 1 (1) · 134-141
DOI: 10.71026/ssj.v1i1.178 ↗Kurz gefasst
Fachartikel in der Zeitschrift ວາລະສານວິທະຍາສາດສັງຄົມ, online erschienen am 15.08.2026. Verfasst von Vanxay CHANTHADALA und 2 weiteren Autor:innen.
Abstract (Originalsprache)
ການສຶກສານີ້ມີຈຸດປະສົງເພື່ອສຶກສາສະພາບການພັດທະນາເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມຂອງເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນໄລຍະ 10 ປີ (2016-2025). ການຄົ້ນຄວ້ານີ້ໄດ້ນຳໃຊ້ວິທີວິທະຍາແບບຄຸນນະພາບ ໂດຍການເກັບກຳຂໍ້ມູນທາງຄຸນນະພາບຜ່ານການສຳພາດເຈາະເລິກ ກັບຜູ້ທີ່ມີສ່ວນກ່ຽວຂ້ອງ ຫຼື ຜູ້ໃຫ້ຂໍ້ມູນຫຼັກຈຳນວນ 19 ທ່ານໄດ້ແກ່: ຄະນະພັກ ຄະນະນໍາເມືອງ 2 ທ່ານ ແລະ ບັນດາຫົວໜ້າຫ້ອງການທີ່ກ່ຽວຂ້ອງ 17 ຫ້ອງການ ສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມຂອງເມືອງໄຊທານີ ນະຄອນຫຼວງວຽງຈັນໃນໄຍລະ ແຕ່ປີ 2016 ຫາ 2025, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ ຊຶ່ງມີຜົນສໍາເລັດທີ່ພົ້ນເດັ່ນໃນແຕ່ລະດ້ານດັ່ງນີ້: ການພັດທະນາເສດຖະກິດຂອງເມືອງມີການເຕີບໂຕຢ່າງຕໍ່ເນື່ອງໃນຈັງຫວະໝັ້ນທ່ຽງ ໂດຍສະເລ່ຍຕົວເລກການຂະຫຍາຍຕົວ (GDP) ຢູ່ໃນລະດັບ 6% ເຖິງ 13% ຕໍ່ປີ. ລວມຍອດຜະລິດຕະພັນ (GDP) ແລະ ລາຍຮັບ: ລວມຍອດຜະລິດຕະພັນພາຍໃນມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ (ປີ 2024 ບັນລຸປະມານ 20,63 ຕື້ກີບ) ແລະ ສະເລ່ຍລາຍຮັບຕໍ່ຫົວຄົນເພີ່ມຂຶ້ນຮອດລະດັບ 4.100 ໂດລາສະຫະລັດຂຶ້ນໄປໃນຊ່ວງທ້າຍປີ. ການລົງທຶນ ແລະ ງົບປະມານ ໄດ້ຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດຢ່າງເປັນລະບົບ (ສະເລ່ຍປະມານ 30-60 ໂຄງການຕໍ່ປີ) ພ້ອມທັງຍູ້ແຮງວຽກງານຈັດເກັບລາຍຮັບເຂົ້າງົບປະມານ ສາມາດປະຕິບັດໄດ້ລື່ນແຜນການໃນຫຼາຍປີ ເຊັ່ນປີ 2024 ຈັດເກັບໄດ້ 74,86 ຕື້ກີບ ຫຼື ເທົ່າກັບ 122% ຂອງແຜນການ. ດ້ານກະສິກຳ ແລະ ອຸດສາຫະກຳ ໄດ້ສຸມໃສ່ 3 ປະເພດວຽກຄໍ້າປະກັນສະບຽງອາຫານ ແລະ ສົ່ງເສີມການຜະລິດກະສິກຳເປັນສິນຄ້າ, ພ້ອມທັງຄຸ້ມຄອງ, ສົ່ງເສີມ ແລະ ອອກໃບອະນຸຍາດໃຫ້ແກ່ຫົວໜ່ວຍທຸລະກິດ, ໂຮງຈັກ-ໂຮງງານ ແລະ ຫັດຖະກຳຂະໜາດນ້ອຍ-ກາງ ໃຫ້ຂະຫຍາຍຕົວຢ່າງໝັ້ນທ່ຽງ. ດ້ານການພັດທະນາສັງຄົມ: ການສຶກສາ ແລະ ກິລາ ແມ່ນໄດ້ຈັດຕັ້ງປະຕິບັດຍຸດທະສາດການສຶກສາແຫ່ງຊາດຢ່າງຕັ້ງໜ້າ, ອັດຕາການເຂົ້າຮຽນຂອງເດັກໃນເກນອາຍຸບັນລຸຕາມຄາດໝາຍ (ເກືອບ 100%), ພ້ອມທັງຍູ້ແຮງການສ້າງໂຮງຮຽນຕົວແບບ, ໂຮງຮຽນຂຽວ-ສະອາດ-ປອດສິ່ງເສບຕິດ ແລະ ຍົກລະດັບຄຸນນະພາບການຮຽນ-ການສອນໃນທຸກຊັ້ນຮຽນ. ດ້ານສາທາລະນະສຸກແມ່ນໄດ້ເອົາໃຈໃສ່ວຽກງານ 5 ດີ 1 ພໍໃຈ ຢູ່ໂຮງໝໍເມືອງ ແລະ ສຸກສາລາຊຸມຊົນ, ພ້ອມທັງເປັນເຈົ້າການໃນການປ້ອງກັນ ແລະ ຄວບຄຸມພະຍາດລະດູການໄດ້ເປັນຢ່າງດີ. ດ້ານສະຫວັດດີການ ແລະ ແຮງງານແມ່ນໄດ້ປະຕິບັດນະໂຍບາຍຕໍ່ພະນັກງານບຳນານ, ຜູ້ເສຍອົງຄະ, ຜູ້ມີຜົນງານຄຸນງາມຄວາມດີ ແລະ ຊ່ວຍເຫຼືອບັນເທົາທຸກປະຊາຊົນຜູ້ປະສົບໄພພິບັດ; ພ້ອມທັງຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍແຮງງານ ຢູ່ຕາມຫົວໜ່ວຍທຸລະກິດຢ່າງເປັນປົກກະຕິ. ດ້ານການພັດທະນາສິ່ງແວດລ້ອມ: ເມືອງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດກາ ແລະ ຕິດຕາມຜົນກະທົບຕໍ່ສິ່ງແວດລ້ອມຈາກໂຮງຈັກໂຮງງານ, ຟາມລ້ຽງສັດ ແລະ ປໍ້ານໍ້າມັນຢ່າງຕໍ່ເນື່ອງທຸກໆປີ (ສະເລ່ຍລົງກວດກາ ແລະ ແກ້ໄຂຫຼາຍສິບຄັ້ງຕໍ່ປີ). ໄດ້ອອກໃບຢັ້ງຢືນສິ່ງແວດລ້ອມໃຫ້ແກ່ຫົວໜ່ວຍທຸລະກິດ, ໂຮງງານ ແລະ ຕະຫຼາດຢ່າງເປັນລະບົບ ພ້ອມທັງຄຸ້ມຄອງ ແລະ ພັດທະນາທີ່ດິນປ່າສະຫງວນ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວທຳມະຊາດແບບຍືນຍົງ.
Zitieren
APA
CHANTHADALA, V., SAENDOUNGDETH, D., & VONGPHACHANH, S. (2026). ການພັດທະນາເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມຂອງເມືອງໄຊທານີ ນະຄອນຫຼວງວຽງຈັນ ແຕ່ປີ 2016 ຫາປີ 2025. ວາລະສານວິທະຍາສາດສັງຄົມ, 1(1), 134-141. https://doi.org/10.71026/ssj.v1i1.178
Vancouver
CHANTHADALA V, SAENDOUNGDETH D, VONGPHACHANH S. ການພັດທະນາເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມຂອງເມືອງໄຊທານີ ນະຄອນຫຼວງວຽງຈັນ ແຕ່ປີ 2016 ຫາປີ 2025. ວາລະສານວິທະຍາສາດສັງຄົມ. 2026;1(1):134-141. doi:10.71026/ssj.v1i1.178
BibTeX
@article{CHANTHADALA2026,
author = {CHANTHADALA, Vanxay and SAENDOUNGDETH, Dexanourath and VONGPHACHANH, Soupinh},
title = {ການພັດທະນາເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມຂອງເມືອງໄຊທານີ ນະຄອນຫຼວງວຽງຈັນ ແຕ່ປີ 2016 ຫາປີ 2025},
journal = {ວາລະສານວິທະຍາສາດສັງຄົມ},
year = {2026},
volume = {1},
number = {1},
pages = {134--141},
doi = {10.71026/ssj.v1i1.178}
}
EUVIMED