EUVIMEDEUVIMED entdecken
Crossref

ຄວາມຫຍຸ້ງຍາກທາງເສດຖະກິດ ແລະ ເງື່ອນໄຂການປັບຕົວດ້ານການດໍາລົງຊີວິດຂອງຄູປະຖົມ ຢູເມືອງໄຊທານີ ນະຄອນຫຼວງວຽງຈັນ

Chansouk VANPHEANGPHAN, Souphin VONGPHACHAN, Dexanourath SENEDUANGDETH

ວາລະສານວິທະຍາສາດສັງຄົມ · 15.08.2026 · 1 (1) · 103-113

DOI: 10.71026/ssj.v1i1.165 ↗

Kurz gefasst

Fachartikel in der Zeitschrift ວາລະສານວິທະຍາສາດສັງຄົມ, online erschienen am 15.08.2026. Verfasst von Chansouk VANPHEANGPHAN und 2 weiteren Autor:innen.

AbstractBibliografische AngabenZitierenVerwandte Studien

Abstract (Originalsprache)

ການສຶກສາຄັ້ງນີ້ ມີຈຸດປະສົງເພື່ອສຶກສາສະພາບຄວາມຫຍຸ້ງຍາກທາງເສດຖະກິດຕໍ່ການດໍາລົງຊີວິດ ແລະ ເງື່ອນໄຂການປັບຕົວດ້ານການດໍາລົງຊີວິດຂອງຄູປະຖົມຕໍ່ຄວາມຫຍຸ້ງຍາກທາງເສດຖະກິດ ຢູເມືອງໄຊທານີ ນະ ຄອນຫຼວງວຽງຈັນ. ວິທີການສຶກສາແບບປະລິມານໄດຖືກນໍາໃຊ້ເຂົ້າໃນການສຶກສາຄັ້ງນີ້ຊຶ່ງເກັບກໍາຂໍ້ມູນຈາກຄູປະ ຖົມຈໍານວນ 234 ທ່ານ. ຜົນການສຶກສາພົບວ່າ: ຄວາມຫຍຸ້ງຍາກທາງເສດຖະກິດຕໍ່ການດໍາລົງຊີວິດຂອງຄູປະຖົມໃນເມືອງໄຊທານີໄລຍະປີ (2020-2025) ແມ່ນຢູ່ໃນລະດັບຫຼາຍ ໂດຍສະເພາະດ້ານການອອມເງິນ, ການໃຊ້ຈ່າຍປະຈໍາວັນ, ການລົງທຶນອາຊີບເສີມ ແລະ ພາລະໜີ້ສິນ. ສາເຫດຫຼັກເກີດຈາກສະພາບເງິນເຟີ້ ແລະ ລາຄາສິນຄ້າອຸປະໂພກ-ບໍລິໂພກເພີ່ມສູງຂຶ້ນ, ປະກອບກັບຄ່າໃຊ້ຈ່າຍພື້ນຖານທີ່ຫຼີກລ່ຽງບໍ່ໄດ້ເຊັ່ນ: ຄ່ານ້ຳ, ຄ່າໄຟ, ອິນເຕີເນັດ ແລະ ພາລະຄອບຄົວເຮັດໃຫ້ລາຍຮັບບໍ່ພຽງພໍ. ຄວາມຫຍຸ້ງຍາກກ່າວມານັ້ນ ໄດ້ສົ່ງຜົນກະທົບໄປເຖິງການສິດສອນຂອງຄູເພາະພວກເຂົາເຈົ້າຕ້ອງແບ່ງເວ ລາການສອນຂອງຕົນໄປປະກອບອາຊີບເສີມເພື່ອສ້າງລາຍຮັບເພີ່ມ. ເງື່ອນໄຂການປັບຕົວດ້ານການດໍາລົງຊີວິດຂອງຄູປະຖົມໂດຍລວມແມ່ນຢູ່ໃນລະດັບຫຼາຍ ຊຶ່ງປັດໄຈທີ່ເປັນເງື່ອນໄຂໃນລະດັບຫຼາຍທີ່ສຸດແມ່ນມີທຶນທາງທໍາມະຊາດ (ທີ່ດິນ, ແຫຼ່ງນ້ຳ, ປ່າໄມ້); ຮອງລົງມາແມ່ນທຶນການຍະພາບ (ທີ່ພັກອາໄສ, ພາຫະນະ, ໂຄງສ້າງພື້ນຖານ) ແລະ ທືນທາງສັງຄົມ (ການຊ່ວຍເຫຼືອຈາກຄອບຄົວ, ພີ່ນ້ອງ, ໝູ່ເພື່ອນ). ນອກຈາກນີ້, ທຶນການເງິນ ແລະ ສຸຂະພາບກໍເປັນເງື່ອນໄຂໃນລະດັບຫຼາຍເຊັ່ນກັນ. ເງຶ່ນໄຂທີ່ກ່າວມານັ້ນການມີເງິນເດືອນເປັນພື້ນຖານ, ການຫາແຫຼ່ງອາຫານຈາກທີ່ດິນ,ແຫຼ່ງນໍ້າ ແລະ ປ່າໄມ້, ການມີພາຫານະຮັບໃຊ້ ແລະ ການຊ່ວຍເຫຼືອຈາກຄອບຄົວ-ພີ່ນ້ອງ ແລະ ການມີດິນປຸກສ້າງ ແລະ ເຮືອນຢູ່ເປັນຂອງຕົນເອງນັ້ນ ຖືວ່າເປັນເງື່ອນໄຂປັບຕົວໃຫ້ຢູ່ລອດ ແລະ ໄດ້ດີ. ຜົນການສຶກສານີ້ສະທ້ອນໃຫ້ເຫັນວ່າ ການມີທຶນທາງທໍາມະຊາດ, ທຶນສັງຄົມ, ທຶນກາຍຍະພາບ ແລະ ທຶນການເງິນທີ່ມີໃນມືຂອງຕົນເອງນັ້ນຈະມີເງື່ອນໄຂປັບຕົວໄດ້ດີກວ່າ.

Zitieren

APA

VANPHEANGPHAN, C., VONGPHACHAN, S., & SENEDUANGDETH, D. (2026). ຄວາມຫຍຸ້ງຍາກທາງເສດຖະກິດ ແລະ ເງື່ອນໄຂການປັບຕົວດ້ານການດໍາລົງຊີວິດຂອງຄູປະຖົມ ຢູເມືອງໄຊທານີ ນະຄອນຫຼວງວຽງຈັນ. ວາລະສານວິທະຍາສາດສັງຄົມ, 1(1), 103-113. https://doi.org/10.71026/ssj.v1i1.165

Vancouver

VANPHEANGPHAN C, VONGPHACHAN S, SENEDUANGDETH D. ຄວາມຫຍຸ້ງຍາກທາງເສດຖະກິດ ແລະ ເງື່ອນໄຂການປັບຕົວດ້ານການດໍາລົງຊີວິດຂອງຄູປະຖົມ ຢູເມືອງໄຊທານີ ນະຄອນຫຼວງວຽງຈັນ. ວາລະສານວິທະຍາສາດສັງຄົມ. 2026;1(1):103-113. doi:10.71026/ssj.v1i1.165

BibTeX
@article{VANPHEANGPHAN2026,
  author = {VANPHEANGPHAN, Chansouk and VONGPHACHAN, Souphin and SENEDUANGDETH, Dexanourath},
  title = {ຄວາມຫຍຸ້ງຍາກທາງເສດຖະກິດ ແລະ ເງື່ອນໄຂການປັບຕົວດ້ານການດໍາລົງຊີວິດຂອງຄູປະຖົມ ຢູເມືອງໄຊທານີ ນະຄອນຫຼວງວຽງຈັນ},
  journal = {ວາລະສານວິທະຍາສາດສັງຄົມ},
  year = {2026},
  volume = {1},
  number = {1},
  pages = {103--113},
  doi = {10.71026/ssj.v1i1.165}
}
Kostenlos starten →