ສຶກສາຂໍ້ສະເໜີແນະການນໍາໃຊ້ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານເຂົ້າໃນການຈັດການຮຽນ-ການສອນຂອງໂຮງຮຽນມັດທະຍົມສຶກສາສົມບູນ ພາກເອກະຊົນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ວາລະສານວິທະຍາສາດສຶກສາສາດ · 25.07.2026 · 3 (2) · 68-78
DOI: 10.71026/sje.3.2.124.2026 ↗Kurz gefasst
Fachartikel in der Zeitschrift ວາລະສານວິທະຍາສາດສຶກສາສາດ, online erschienen am 25.07.2026. Verfasst von ນາລີຕ້າ ໂຄດໄຊ und 2 weiteren Autor:innen.
Abstract (Originalsprache)
ບົດຄັດຫຍໍ້ ການຄົ້ນຄ້ວາຄັ້ງນີ້ ມີຈຸດປະສົງເພື່ອ: 1) ສຶກສາສະພາບການນໍາໃຊ້ ICT ເຂົ້າໃນການຈັດການຮຽນ-ການສອນ, 2) ສຶກສາຂໍ້ສະເໜີແນະໃນການນໍາໃຊ້ ICT ເຂົ້າໃນການຈັດການຮຽນ-ການສອນ, 3) ປະເມີນຂໍ້ສະເໜີແນະໃນການນໍາໃຊ້ ICT ເຂົ້າໃນການຈັດການຮຽນ-ການສອນຂອງໂຮງຮຽນມັດທະຍົມສົມບູນພາກເອກະຊົນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນ 4 ດ້ານຄື: ດ້ານການສອນ, ດ້ານເນື້ອໃນ, ດ້ານການເລືອກໃຊ້ ICT ໃຫ້ເໝາະສົມ ແລະ ດ້ານການວັດ-ປະເມີນຜົນ. ກຸ່ມເປົ້າໝາຍໃນການຄົ້ນຄວ້າຄັ້ງນີ້ລວມທັງໝົດ 339 ຄົນ ປະກອບມີ ຄະນະຫ້ອງການສຶກສາທິການ ແລະ ກີລາ ເມືອງໄຊເສດຖາ ຈໍານວນ 3 ຄົນ, ຄະນະອໍານວຍການ ຈໍານວນ 12 ຄົນ, ຄູສອນ ຈໍານວນ 120 ຄົນ ແລະ ນັກຮຽນຊັ້ນ ມ.7 ຈໍານວນ 204 ຄົນ ຂອງໂຮງຮຽນມັດທະຍົມສຶກສາສົມບູນໃນເມືອງໄຊເສດຖາ. ການຄົ້ນຄວ້າຄັ້ງນີ້ໄດ້ນໍາໃຊ້ຮູບແບບການຄົ້ນຄວ້າແບບປະສົມປະສານ ລະຫວ່າງປະລິມານ ແລະ ຄຸນນະພາບ ໂດຍມີການດໍາເນີນອອກເປັນ 3 ໄລຍະ. ການຄິດໄລ່ແມ່ນນໍາໃຊ້ສະຖິຕິພື້ນຖານທົ່ວໄປ ໂດຍມີການຫາຄ່າຄວາມຖີ່, ຄ່າສ່ວນຮ້ອຍ, ຄ່າສະເລ່ຍ ແລະ ຄ່າຜັນປ່ຽນມາດຕະຖານ. ຜົນການຄົ້ນຄວ້າພົບວ່າ: 1) ສະພາບການນໍາໃຊ້ ICT ເຂົ້າໃນການຈັດການຮຽນ-ການສອນຂອງໂຮງຮຽນມັດທະຍົມສຶກສາສົມບູນພາກເອກະຊົນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍລວມຢູ່ໃນລະດັບຫຼາຍ ແລະ ເມື່ອພິຈາລະນາເປັນລາຍດ້ານກໍພົບວ່າ ສະພາບການນໍາໃຊ້ ICT ເຂົ້າໃນການຈັດການຮຽນ-ການສອນທຸກດ້ານລ້ວນແຕ່ຢູ່ໃນລະດັບຫຼາຍ ແລະ ມີຄ່າສະເລ່ຍທີ່ໃກ້ຄຽງກັນ. 2) ຂໍ້ສະເໜີແນະໃນການນໍາໃຊ້ ICT ເຂົ້າໃນການຈັດການຮຽນ-ການສອນມີຄືເຫັນວ່າ: ການນໍາໃຊ້ ICT ເຂົ້າໃນການຈັດການຮຽນ-ການສອນໃນດ້ານການສອນ ຄູຄວນອອກແບບການສອນໂດຍເນັ້ນນັກຮຽນເປັນໃຈກາງ (Student-Centered) ໂດຍນໍາໃຊ້ ICT ມາເປັນເຄື່ອງມືຊ່ວຍ, ຄວນມີການນໍາໃຊ້ກິດຈະກໍາອອນລາຍ ເຊັ່ນ Quiz, Discussion, Game-based learning ເພື່ອເພີ່ມການມີສ່ວນຮ່ວມຂອງນັກຮຽນ ແລະ ສົ່ງເສີມໃຫ້ນັກຮຽນຄົ້ນຄວ້າຜ່ານ ICT ດ້ວຍຕົນເອງ ແລະ ຄວນຈັດຝຶກອົບຮົມຄູໃຫ້ມີທັກສະ ICT ເພີ່ມຕື່ມ ແລະ ຄວນຈັດຢ່າງຕໍ່ເນື່ອງ; ໃນດ້ານເນື້ອໃນ ຄູຄວນພັດທະນາເນື້ອໃນບົດຮຽນໃຫ້ເປັນດິຈິຕອນເຊັ່ນ: E-book, Video lesson ແລະ Interactive media, ຈັດເນື້ອໃນໃຫ້ສັ້ນກະທັດຮັດ ແລະ ເຂົ້າໃຈງ່າຍ, ນໍາໃຊ້ເນື້ອໃນທີ່ມີຄວາມທັນສະໄໝ ສອດຄ່ອງກັບຊີວິດຈິງ ແລະ ເພີ່ມສື່ Multimedia ເຊັ່ນ: ຮູບພາບ, ສຽງ ແລະ ວິດີໂອ ເພື່ອກະຕຸ້ນຄວາມໜ້າສົນໃຈຂອງນັກຮຽນ; ໃນດ້ານການເລືອກໃຊ້ ICT ໃຫ້ເໝາະສົມ ຄູຄວນເລືອກໃຊ້ ICT ໃຫ້ສອດຄ່ອງກັບເນື້ອໃນບົດຮຽນ ແລະ ຈຸດປະສົງການສອນ, ຄວນຄໍານຶງເຖິງຄວາມສາມາດຂອງນັກຮຽນ ແລະ ຄວາມພ້ອມທາງດ້ານອຸປະກອນ, ຄວນມີການສົ່ງເສີມໃຫ້ນໍາໃຊ້ແອັບ ແລະ ໂປຼແກຼມທີ່ຫຼາກຫຼາຍ ບໍ່ຄວນຈໍາກັດການນໍາໃຊ້ພຽງແຕ່ PowerPoint ເທົ່ານັ້ນ ແລະ ຄວນພັດທະນາໂຄງລ່າງພື້ນຖານດ້ານ ICT ໃຫ້ພຽງພໍຕໍ່ການນໍາໃຊ້; ໃນດ້ານການວັດ-ປະເມີນຜົນ ຄູຄວນນໍາໃຊ້ແບບທົດສອບອອນລາຍ ແລະ ແອັບພິເຄຊັ່ນໃນການປະເມີນນັກຮຽນ, ນໍາໃຊ້ ICT ມາສ້າງເປັນເວັບໄຊສ໌ໄວ້ສໍາລັບຕິດຕາມຜົນການຮຽນແບບ Real-Time ແລະ ນໍາຂໍ້ມູນການປະເມີນຜົນມາວິເຄາະເພື່ອປັບການສອນ. 3) ຜົນການປະເມີນຂໍ້ສະເໜີແນະໃນການນໍາໃຊ້ ICT ເຂົ້າໃນການຈັດການຮຽນ-ການສອນຂອງໂຮງຮຽນມັດທະຍົມສຶກສາສົມບູນພາກເອກະຊົນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນພົບວ່າ ຜົນການປະເມີນໂດຍລວມ ແລະ ແຕ່ລະດ້ານລ້ວນແຕ່ ມີຄວາມເໝາະສົມທີ່ສຸດ ແລະ ມີຄວາມເປັນໄປໄດ້ຫຼາຍທີ່ສຸດ. Abstract This research were objectives: 1) to investigate the current state of ICT utilization in learning and teaching management; 2) to develop appropriate suggestions for the integration of ICT into instructional practices; and 3) to evaluate these suggestions across four dimensions: Teaching Methodologies, Content Development, Appropriate ICT Selection, and Measurement and Evaluation. The target group consisted of 339 participants, including 3 officials from the Xaysettha District Education and Sports Office, 12 school administrators, 120 teachers, and 204 Grade 7 students. A mixed-methods research design was employed, and data were analyzed using frequency, percentage, mean (μ), and standard deviation (σ). The findings revealed that: 1) The overall utilization of ICT was at a high level. When analyzed by dimension, all aspects were rated highly, with relatively similar mean scores. However, "Teaching Methodologies" yielded the highest mean score, followed by "Appropriate ICT Selection," while "Measurement and Evaluation" received the lowest mean score, indicating that this area requires further improvement. 2) Suggestions for the Use of ICT for Learning and Teaching: Teaching Methodologies: Teachers should adopt student-Centered approaches using ICT as a support tool, incorporate interactive online activities such as quizzes, classroom discussions, and game-based learning to enhance student engagement, and engage in continuous professional development to improve their ICT competencies. ,For Content: Instructional content should be developed in digital formats, such as e-books, video lessons, and interactive media. Content should be concise, well-organized, up-to-date, and relevant to real-life contexts. Multimedia elements should be integrated to stimulate student interest. For The selection and appropriate use of ICT: ICT tools must be selected in alignment with lesson objectives, while considering student ability and the availability of technological resources. Teachers should be encouraged to utilize a variety of applications and software rather than relying solely on PowerPoint. Moreover, ICT infrastructure should be adequately developed to support effective implementation. Finally, for Assessment and Evaluation, online testing and applications should be utilized for student assessment, and ICT should be used to develop platforms or websites for real-time monitoring of learning outcomes, with assessment data analyzed systematically to refine instructional practices. 3) Evaluation of the Suggestion for ICT the evaluation results indicated that the overall standards of suitability and feasibility of the proposed recommendations were at the highest level Keywords: Information Communication Technology (ICT), Learning and Teaching, Private Schools.
Zitieren
APA
ໂຄດໄຊ, ນ., ຈຸນລາມະນີ, ກ., & ບຸດມີໄຊ, ຄ. (2026). ສຶກສາຂໍ້ສະເໜີແນະການນໍາໃຊ້ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານເຂົ້າໃນການຈັດການຮຽນ-ການສອນຂອງໂຮງຮຽນມັດທະຍົມສຶກສາສົມບູນ ພາກເອກະຊົນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ວາລະສານວິທະຍາສາດສຶກສາສາດ, 3(2), 68-78. https://doi.org/10.71026/sje.3.2.124.2026
Vancouver
ໂຄດໄຊ ນ, ຈຸນລາມະນີ ກ, ບຸດມີໄຊ ຄ. ສຶກສາຂໍ້ສະເໜີແນະການນໍາໃຊ້ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານເຂົ້າໃນການຈັດການຮຽນ-ການສອນຂອງໂຮງຮຽນມັດທະຍົມສຶກສາສົມບູນ ພາກເອກະຊົນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ວາລະສານວິທະຍາສາດສຶກສາສາດ. 2026;3(2):68-78. doi:10.71026/sje.3.2.124.2026
BibTeX
@article{2026,
author = {ໂຄດໄຊ, ນາລີຕ້າ and ຈຸນລາມະນີ, ກົງສີ and ບຸດມີໄຊ, ຄໍາແພງ},
title = {ສຶກສາຂໍ້ສະເໜີແນະການນໍາໃຊ້ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານເຂົ້າໃນການຈັດການຮຽນ-ການສອນຂອງໂຮງຮຽນມັດທະຍົມສຶກສາສົມບູນ ພາກເອກະຊົນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ},
journal = {ວາລະສານວິທະຍາສາດສຶກສາສາດ},
year = {2026},
volume = {3},
number = {2},
pages = {68--78},
doi = {10.71026/sje.3.2.124.2026}
}
EUVIMED