ພູມປັນຍາທ້ອງຖິ່ນຂອງຊົນເຜົ່າທີ່ເປັນທ່າແຮງໃນການພັດທະນາການທ່ອງທ່ຽວ ໃນເຂດອຸດທິຍານແຫ່ງຊາດນາກາຍ-ນໍ້າເທີນ ແຂວງຄໍາມ່ວນ ສປປ ລາວ
ວາລະສານວິທະຍາສາດສັງຄົມ · 15.08.2026 · 1 (1) · 45-54
DOI: 10.71026/ssj.v1i1.159 ↗Kurz gefasst
Fachartikel in der Zeitschrift ວາລະສານວິທະຍາສາດສັງຄົມ, online erschienen am 15.08.2026. Verfasst von Vilaythieng Sisouvong und 2 weiteren Autor:innen.
Abstract (Originalsprache)
ການສຶກສາຄັ້ງນີ້ມີຈຸດປະສົງເພື່ອສຶກສາພູມປັນຍາທ້ອງຖິ່ນຂອງຊົນເຜົ່າ ແລະ ວິເຄາະທ່າແຮງໃນການນຳໃຊ້ພູມປັນຍາເຫຼົ່ານັ້ນເຂົ້າໃນການພັດທະນາການທ່ອງທ່ຽວ ໃນເຂດອຸດທິຍານແຫ່ງຊາດນາກາຍ-ນໍ້າເທີນ ແຂວງຄຳມ່ວນ ສປປ ລາວ. ການຄົ້ນຄວ້າໄດ້ນຳໃຊ້ວິທີວິທະຍາແບບປະສົມປະສານ (Mixed Methods) ໂດຍການເກັບກຳຂໍ້ມູນທາງຄຸນນະພາບຜ່ານການສຳພາດເຈາະເລິກ ກັບຜູ້ທີ່ມີສ່ວນກ່ຽວຂ້ອງ ຫຼື ຜູ້ໃຫ້ຂໍ້ມູນຫຼັກຈຳນວນ 30 ທ່ານ, ພ້ອມທັງເກັບກຳຂໍ້ມູນທາງປະລິມານຈາກກຸ່ມຕົວຢ່າງ 222 ຄົວເຮືອນ ໃນ 3 ບ້ານເປົ້າໝາຍຄື: ບ້ານນາວາງ, ບ້ານນາຫາວ ແລະ ບ້ານຝັ່ງແດງ ເຊິ່ງສ່ວນໃຫຍ່ແມ່ນຊົນເຜົ່າມະກ່ອງ (78.8%) ແລະ ຊົນເຜົ່າສະລ່າງ (16.7%). ຜົນການສຶກສາພົບວ່າ ພູມປັນຍາທ້ອງຖິ່ນທັງ 8 ດ້ານ ມີລະດັບການປະຕິບັດ ແລະ ການສືບທອດທີ່ແຕກຕ່າງກັນ. ດ້ານທີ່ມີຄວາມເຂັ້ມແຂງ ແລະ ເປັນທ່າແຮງສູງສຸດໃນການພັດທະນາການ ທ່ອງທ່ຽວແມ່ນ ດ້ານຄວາມເຊື່ອ ແລະ ປະເພນີ (ເຊັ່ນ: ງານບຸນກິນແສງ ແລະ ພິທີການເຢົາ), ດ້ານການປຸງແຕ່ງອາຫານ (ເຊັ່ນ: ການຫຼາມປາໃສ່ບັ້ງໄມ້ຊອດ, ລາບໄກ່ໃສ່ທູນ), ແລະ ດ້ານການຈັດການຊັບພະ ຍາກອນທຳມະຊາດແບບອະນຸລັກ. ໃນຂະນະດຽວກັນ, ພູມປັນຍາດ້ານຫັດຖະກຳ (ການຈັກສານ), ດ້ານສິລະປະກຳ (ການຟ້ອນທັ່ງບັ້ງ, ກິລາພື້ນບ້ານ), ແລະ ດ້ານພາສາ-ວັນນະກຳ ແມ່ນຕົກຢູ່ໃນພາວະສ່ຽງທີ່ຈະສູນຫາຍ ຍ້ອນຂາດການສືບທອດຈາກຄົນຮຸ່ນໃໝ່. ການເຊື່ອມໂຍງພູມປັນຍາເຫຼົ່ານີ້ເຂົ້າໃນກິດຈະກຳການທ່ອງທ່ຽວແບບມີສ່ວນຮ່ວມ (Creative Tourism) ຈະເປັນກົນໄກສຳຄັນໃນການສ້າງລາຍຮັບແກ່ຊຸມຊົນ ແລະ ອະນຸລັກມໍລະດົກທາງວັດທະນະທຳໃຫ້ຍືນຍົງ.
Zitieren
APA
Sisouvong, V., Saendoungdeth, D., & Noudsadavong, B. (2026). ພູມປັນຍາທ້ອງຖິ່ນຂອງຊົນເຜົ່າທີ່ເປັນທ່າແຮງໃນການພັດທະນາການທ່ອງທ່ຽວ ໃນເຂດອຸດທິຍານແຫ່ງຊາດນາກາຍ-ນໍ້າເທີນ ແຂວງຄໍາມ່ວນ ສປປ ລາວ. ວາລະສານວິທະຍາສາດສັງຄົມ, 1(1), 45-54. https://doi.org/10.71026/ssj.v1i1.159
Vancouver
Sisouvong V, Saendoungdeth D, Noudsadavong B. ພູມປັນຍາທ້ອງຖິ່ນຂອງຊົນເຜົ່າທີ່ເປັນທ່າແຮງໃນການພັດທະນາການທ່ອງທ່ຽວ ໃນເຂດອຸດທິຍານແຫ່ງຊາດນາກາຍ-ນໍ້າເທີນ ແຂວງຄໍາມ່ວນ ສປປ ລາວ. ວາລະສານວິທະຍາສາດສັງຄົມ. 2026;1(1):45-54. doi:10.71026/ssj.v1i1.159
BibTeX
@article{Sisouvong2026,
author = {Sisouvong, Vilaythieng and Saendoungdeth, Dexanourath and Noudsadavong, Bounmy},
title = {ພູມປັນຍາທ້ອງຖິ່ນຂອງຊົນເຜົ່າທີ່ເປັນທ່າແຮງໃນການພັດທະນາການທ່ອງທ່ຽວ ໃນເຂດອຸດທິຍານແຫ່ງຊາດນາກາຍ-ນໍ້າເທີນ ແຂວງຄໍາມ່ວນ ສປປ ລາວ},
journal = {ວາລະສານວິທະຍາສາດສັງຄົມ},
year = {2026},
volume = {1},
number = {1},
pages = {45--54},
doi = {10.71026/ssj.v1i1.159}
}
EUVIMED