EUVIMEDEUVIMED entdecken
Crossref

ການພັດທະນາພະລັງງານໄຟຟ້າໃຫ້ມີຄວາມຍືນຍົງໃນ ສປປ ລາວ: ກໍລະນີສຶກສາການຫັນປ່ຽນສູ່ພະລັງງານສະອາດ

Xaysongkham VORACHITH

ວາລະສານວິທະຍາສາດສັງຄົມ · 30.12.2025 · 25 (2) · 207-219

DOI: 10.71026/ss.2025.0226 ↗

Kurz gefasst

Fachartikel in der Zeitschrift ວາລະສານວິທະຍາສາດສັງຄົມ, online erschienen am 30.12.2025. Verfasst von Xaysongkham VORACHITH.

AbstractBibliografische AngabenZitierenVerwandte Studien

Abstract (Originalsprache)

ບົດຄົ້ນຄວ້ານີ້ມີຈຸດປະສົງຫຼັກເພື່ອສຶກສາ ແລະ ວິເຄາະແນວທາງການພັດທະນາພະລັງງານໄຟຟ້າໃຫ້ມີຄວາມຍືນຍົງໃນ ສປປ ລາວ ໂດຍມຸ່ງເນັ້ນໃສ່ການຫັນປ່ຽນຈາກການເພິ່ງພາພະລັງງານນ້ຳພຽງຢ່າງດຽວ ໄປສູ່ການສ້າງໂຄງສ້າງພະລັງງານແບບປະສົມປະສານ (Energy Mix). ການສຶກສາໄດ້ລົງເລິກເຖິງທ່າແຮງ ແລະ ກົນໄກການເຊື່ອມໂຍງພະລັງງານນ້ຳ ເຂົ້າກັບພະລັງງານທົດແທນອື່ນໆ ທີ່ມີຄວາມຜັນຜວນ ແຕ່ເປັນມິດຕໍ່ສິ່ງແວດລ້ອມ ເປັນຕົ້ນແມ່ນ ພະລັງງານແສງອາທິດ ແລະ ພະລັງງານລົມ. ໂດຍນຳໃຊ້ວິທີການວິໄຈແບບຄຸນນະພາບ ຜ່ານການຮວບຮວມຂໍ້ມູນດ້ານເຕັກນິກ ແລະ ນະໂຍບາຍໃນປະຈຸບັນ.ຜົນການສຶກສາພົບວ່າ: 1) ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຊັ່ນ: ລະບົບໂຄງຂ່າຍໄຟຟ້າອັດສະລິຍະ (Smart Grid) ແລະ ລະບົບກັກເກັບພະລັງງານດ້ວຍໝໍ້ໄຟ (BESS) ແມ່ນມີຄວາມຈຳເປັນຢ່າງຍິ່ງເພື່ອຮັກສາສະຖຽນລະພາບຂອງລະບົບໄຟຟ້າ; 2) ການປັບປຸງນະໂຍບາຍການຄຸ້ມຄອງພະລັງ ງານ ແລະ ການສ້າງນິຕິກຳທີ່ເອື້ອອໍານວຍຕໍ່ການລົງທຶນຈາກພາກເອກະຊົນ ແມ່ນປັດໄຈຕັດສິນໃນການສ້າງຄວາມໝັ້ນຄົງທາງດ້ານພະລັງງານໃນໄລຍະຍາວ. ນອກຈາກນີ້, ການຫັນປ່ຽນດັ່ງກ່າວຍັງຊ່ວຍຫຼຸດຜ່ອນຜົນກະທົບຕໍ່ລະບົບນິເວດວິທະຍາ ແລະ ຕອບສະໜອງຕໍ່ພັນທະສາກົນວ່າດ້ວຍການປ່ຽນແປງສະພາບພູມອາກາດ, ເຊິ່ງຈະເປັນພື້ນຖານທີ່ໝັ້ນຄົງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແບບສີຂຽວ ແລະ ຍືນຍົງ.

Zitieren

APA

VORACHITH, X. (2025). ການພັດທະນາພະລັງງານໄຟຟ້າໃຫ້ມີຄວາມຍືນຍົງໃນ ສປປ ລາວ: ກໍລະນີສຶກສາການຫັນປ່ຽນສູ່ພະລັງງານສະອາດ. ວາລະສານວິທະຍາສາດສັງຄົມ, 25(2), 207-219. https://doi.org/10.71026/ss.2025.0226

Vancouver

VORACHITH X. ການພັດທະນາພະລັງງານໄຟຟ້າໃຫ້ມີຄວາມຍືນຍົງໃນ ສປປ ລາວ: ກໍລະນີສຶກສາການຫັນປ່ຽນສູ່ພະລັງງານສະອາດ. ວາລະສານວິທະຍາສາດສັງຄົມ. 2025;25(2):207-219. doi:10.71026/ss.2025.0226

BibTeX
@article{VORACHITH2025,
  author = {VORACHITH, Xaysongkham},
  title = {ການພັດທະນາພະລັງງານໄຟຟ້າໃຫ້ມີຄວາມຍືນຍົງໃນ ສປປ ລາວ: ກໍລະນີສຶກສາການຫັນປ່ຽນສູ່ພະລັງງານສະອາດ},
  journal = {ວາລະສານວິທະຍາສາດສັງຄົມ},
  year = {2025},
  volume = {25},
  number = {2},
  pages = {207--219},
  doi = {10.71026/ss.2025.0226}
}
Kostenlos starten →