EUVIMEDEUVIMED entdecken
Crossref

ການຜະລິດສິນຄ້າທີ່ລະນຶກ ເພື່ອການທ່ອງທ່ຽວຂອງປະຊາຊົນ ບ້ານ ນາຍາງເໜືອ ເມືອງນໍ້າບາກ ແຂວງຫຼວງພະບາງ

Metkham SALEUMSACK, Amphan CHITTAVONG, Khamxay CHANHTHAHONG, Vilakone SILIRATH, Somphone S OUYAVONG

ວາລະສານວິທະຍາສາດສັງຄົມ · 22.06.2026 · 26 (1) · 110-120

DOI: 10.71026/ss.2026.01011 ↗

Kurz gefasst

Fachartikel in der Zeitschrift ວາລະສານວິທະຍາສາດສັງຄົມ, online erschienen am 22.06.2026. Verfasst von Metkham SALEUMSACK und 4 weiteren Autor:innen.

AbstractBibliografische AngabenZitierenVerwandte Studien

Abstract (Originalsprache)

ການສຶກສາໃນຄັ້ງນີ້ມີຈຸດປະສົງເພື່ອ: 1) ສຶກສາຂະບວນການຜະລິດສິນຄ້າທີ່ລະນຶກເພື່ອການທ່ອງທ່ຽວຂອງປະຊາຊົນ ບ້ານ ນາຍາງເໜືອ ເມືອງ ນໍ້າບາກ ແຂວງຫຼວງພະບາງ. 2) ສຶກສາແນວທາງການຈັດການຜະລິດຕະພັນສິນຄ້າທີ່ລະນຶກເພື່ອການທ່ອງທ່ຽວຂອງປະຊາຊົນ ບ້ານ ນາຍາງເໜືອ ເມືອງ ນໍ້າບາກແຂວງຫຼວງພະບາງ. ຮູບແບບການສຶກສາເປັນການໄດ້ນໍາໃຊ້ວິທີການສຶກສາທາງຄຸນນະພາບ ການສຶກສານີ້ຈະມຸ່ງໃສ່ການສຶກສາປະເພດຫັດຖະກຳສິນຄ້າທີ່ລະນຶກ ແລະ ຂະບວນການພັດທະນາການຕໍ່າແຜ່ນແພໃຫ້ເປັນສິນຄ້າທີ່ລະນຶກແກ່ນັກທ່ອງທ່ຽວ. ​ກຸ່ມ​ເປົ້າ​ໝາຍ​ທີ່​ໃຊ້​ໃນ​ການສຶກສາ​ວິ​ໄຈ​ໃນ​ຄັ້ງ​ນີ້​ຜູ້ສຶກສາໄດ້ກໍານົດເອົາກຸ່ມປະຊາຊົນທີ່ເປັນເປົ້າໝາຍໃນການສຶກສາຄັ້ງນີ້ລວມມີ 15 ທ່ານ. ເຄື່ອງມືທີ່ໃຊ້ໃນການເກັບກຳຂໍ້ມູນມີ 2 ຊຸດ ຄື: 1. ແບບສໍາພາດ, 2. ແບບການສັງເກດ. ການວິເຄາະຂໍ້ມູນທີ່ໄດ້ຈາກການສໍາພາດໂດຍຜ່ານຂະບວນການ ແລະ ແປຄວາມໝາຍໂດຍວິທີການພັນລະນາ. ຜົນການສຶກສາ ພົບວ່າ ຂະບວນການຜະລິດສິນຄ້າທີ່ລະນຶກເພື່ອການທ່ອງ ທ່ຽວມີອົງປະກອບຂອງການຜະລິດເຊັ່ນ: ແຫຼ່ງວັດຖຸດິບສ່ວນໜຶ່ງແມ່ນປະຊາຊົນປູກເອງ ແລະ ຊອກເກັບຕາມປ່າເຂດບ້ານ, ເຄື່ອງມືປະກອບມີ ຟືມ, ເຂົາ. ບໍ່ມີການຈ້າງແຮງງານມາຕໍ່າ, ໄດ້ ນໍາໃຊ້ທຶນຂອງຕົນເອງທັງໝົດ. ການພັດທະນາຂອງຮູບແບບຜະລິດຕະພັນ: ຮູບແບບຂອງຜະລິດຕະພັນໃນເມື່ອກ່ອນ ແມ່ນປະເພດຜ້າປູເສື່ອ, ແພສິ້ນ. ນອກຈາກນັ້ນ, ກໍຕໍ່າແພຂະໜາດກວ້າງ 1 ແມັດແລ້ວກໍຕໍ່າໃຫ້ມີຄວາມຍາວເຜື່ອໄວ້ຕັດເປັນເສື້ອ ແລະ ໂສ້ງ ແຕ່ກໍຍັງບໍ່ທັນມີຫຼາຍລວດລາຍ. ໃນປັດຈຸບັນ ແມ່ນມີຫຼາຍປະເພດ, ຫຼາຍຂະໜາດ ແລະ ຫຼາຍລວດລາຍເພີ່ມຂຶ້ນ ໂດຍອີງໃສ່ຄວາມຕ້ອງການຂອງລູກຄ້າເປັນຕົ້ນຕໍ ຈິ່ງເຮັດໃຫ້ມີການຜະລິດສິນຄ້າທີ່ລະນຶກມີຄວາມແຕກຕ່າງກັນຢູ່ເລື້ອຍໆ ແຕ່ລວດລາຍທີ່ນິຍົມກັນໃນປັດຈຸບັນກໍມີລາຍງູນ້ອຍ, ກ່ານ ປ້ອງ, ຕາກະໂລ, ລາຍກະແຈ. ຜ້າທີ່ເສດເຫຼືອຈາກການຕັດເຄື່ອງ ກໍນໍາໄປຍັດຜ້າເສື່ອ, ໝອນ ແລະ ເສື່ອນັ່ງ. ການຈັດຈໍາໜ່າຍ ໃນເມື່ອກ່ອນ ແມ່ນຂາຍຜະລິດຕະພັນຢູ່ກັບເຮືອນ, ໃນປັດຈຸ ບັນແມ່ນສົ່ງຜະລິດຕະພັນໃຫ້ແກ່ຫົວໜ້າກຸ່ມຕາມກໍານົດ ແລະ ຂາຍໃຫ້ແກ່ນັກທ່ອງທ່ຽວ. ສ່ວນແນວທາງການຈັດການຜະລິດຕະພັນສິນຄ້າທີ່ລະ ນຶກ: ອົງປະກອບຂອງການຜະລິດ ແຫຼ່ງວັດຖຸດິບ, ເຄື່ອງມື, ແຮງງານ, ຕົ້ນທຶນ. ການພັດທະນາຂອງຮູບແບບຜະລິດຕະພັນແມ່ນຍັງຕ້ອງສືບຕໍ່ປະຕິບັດຕາມການຊີ້ນໍາຈາກຫົວໜ້າກຸ່ມ ກໍຄືເຮັດຕາມການສັ່ງຈອງຂອງລູກຄ້າ. ການຈໍາໜ່າຍຜະລິດຕະພັນປະຊາຊົນຍັງບໍ່ທັນມີແຜນການຈັດຈໍາໜ່າຍໃນຮູບແບບໃດທີ່ຕ່າງຈາກປັດຈຸບັນ.

Zitieren

APA

SALEUMSACK, M., CHITTAVONG, A., CHANHTHAHONG, K., SILIRATH, V., & OUYAVONG, S. S. (2026). ການຜະລິດສິນຄ້າທີ່ລະນຶກ ເພື່ອການທ່ອງທ່ຽວຂອງປະຊາຊົນ ບ້ານ ນາຍາງເໜືອ ເມືອງນໍ້າບາກ ແຂວງຫຼວງພະບາງ. ວາລະສານວິທະຍາສາດສັງຄົມ, 26(1), 110-120. https://doi.org/10.71026/ss.2026.01011

Vancouver

SALEUMSACK M, CHITTAVONG A, CHANHTHAHONG K, SILIRATH V, OUYAVONG SS. ການຜະລິດສິນຄ້າທີ່ລະນຶກ ເພື່ອການທ່ອງທ່ຽວຂອງປະຊາຊົນ ບ້ານ ນາຍາງເໜືອ ເມືອງນໍ້າບາກ ແຂວງຫຼວງພະບາງ. ວາລະສານວິທະຍາສາດສັງຄົມ. 2026;26(1):110-120. doi:10.71026/ss.2026.01011

BibTeX
@article{SALEUMSACK2026,
  author = {SALEUMSACK, Metkham and CHITTAVONG, Amphan and CHANHTHAHONG, Khamxay and SILIRATH, Vilakone and OUYAVONG, Somphone S},
  title = {ການຜະລິດສິນຄ້າທີ່ລະນຶກ ເພື່ອການທ່ອງທ່ຽວຂອງປະຊາຊົນ ບ້ານ ນາຍາງເໜືອ ເມືອງນໍ້າບາກ ແຂວງຫຼວງພະບາງ},
  journal = {ວາລະສານວິທະຍາສາດສັງຄົມ},
  year = {2026},
  volume = {26},
  number = {1},
  pages = {110--120},
  doi = {10.71026/ss.2026.01011}
}
Kostenlos starten →