ສຶກສາບັນຫາການແກ້ບົດເຝິກຫັດ ວິຊາວິເຄາະຄະນິດ ກ່ຽວກັບ ສົມຜົນ ແລະ ອະສົມຜົນທີ່ໂຮງຮຽນມັດທະຍົມສົມບູນ ເມືອງນານ ແຂວງຫຼວງພະບາງ
ວາລະສານ ວິທະຍາສາດທຳມະຊາດ · 30.06.2025 · 25 (1) · 129-134
DOI: 10.71026/sj.2025.01016 ↗Kurz gefasst
Fachartikel in der Zeitschrift ວາລະສານ ວິທະຍາສາດທຳມະຊາດ, online erschienen am 30.06.2025. Verfasst von Bounlue DOUANGDY und 3 weiteren Autor:innen.
Abstract (Originalsprache)
ການຄົ້ນຄ້ວາຄັ້ງນີ້ ມີຈຸດປະສົງເພື່ອສຶກສາບັນຫາການຮຽນ ຕໍ່ກັບການແກ້ບົດເຝິກຫັດ ວິຊາວິເຄາະຄະນິດ ກ່ຽວກັບ ສົມຜົນ ແລະ ອະສົມຜົນ ຂອງນັກຮຽນຊັ້ນ ມ.5 ທີ່ໂຮງຮຽນມັດທະຍົມສົມບູນ ເມືອງນານ ສົກຮຽນ 2022-2023, ໃນການສຶກສາແມ່ນໄດ້ ຄົ້ນຄວ້າ ແລະ ສ້າງແບບສອບຖາມ ສໍາລັບນັກຮຽນ ເປັນກຸ່ມຕົວຢ່າງຈໍານວນ 79 ຄົນ, ຍິງ 39 ຄົນ. ຈາກຈຳນວນປະຊາກອນທັງໝົດ 264 ຄົນ, ຍິງ 130 ຄົນ. ດ້ວຍວິທີການສູ່ມເອົາກູ່ມຕົວຢ່າງໃນເກນ 30% ( ບຸນຊົມ ສີສະອາດ, ພສ 2535 ໜ້າທີ 38). ເຄື່ອງມືໃນການສຶກສາຄັ້ງນີ້ ໄດ້ແກ່ ແບບສອບຖາມ ສຶກສາບັນຫາການແກ້ບົດເຝິກຫັດ ວິຊາວິເຄາະຄະນິດ ກ່ຽວກັບ ສົມຜົນ ແລະ ອະສົມຜົນ ທີ ໂຮງຮຽນມັດທະຍົມສົມບູນ ເມືອງນານ ແຂວງຫຼວງພະບາງ. ເຊິ່ງປະກອບ ມີ 3 ດ້ານຄື: ຂໍ້ມູນສ່ວນຕົວຂອງນັກຮຽນ, ສະພາບບັນຫາການຮຽນຂອງນັກຮຽນ ແລະ ລະດັບບັນຫາການແກ້ບົດເຝິກຫັດຂອງນັກຮຽນ. ການວິເຄາະຂໍ້ມູນໄດ້ນຳໃຊ້ Microsoft Excel ແລະ ສະຖິຕິ ເຊັ່ນ: ຄິດໄລ່ເປີເຊັນ(Percentage), ຄິດໄລ່ຄ່າສະເລ່ຍ (Arithmetic Mean) ແລະ ຄ່າຜັນປ່ຽນມາດຖານ (Standard Deviation). ຜົນການສຶກສາພົບວ່າ: ບັນຫາໃນການຮຽນວິຊາວິເຄາະຄະ ນິດກ່ຽວກັບ ສົມຜົນ ແລະ ອະສົມຜົນ ແມ່ນຢູ່ໃນລະດັບບັນຫາໜ້ອຍ ມີຄ່າສະເລ່ຍ = 3.81 ແລະ ມີຄ່າຜັນປ່ຽນມາດຖານ = 0.99 ; ຮອງລົງມາແມ່ນເຄື່ອງໝາຍຂອງຜົນ ຫານເຊິ່ງມີຄ່າສະເລ່ຍ = 3.57 ແລະ ມີຄ່າຜັນປ່ຽນ = 0.93 ແລະ ເນື້ອໃນບົດຮຽນທີ່ມີບັນ ຫາຫຼາຍກວ່າໝູ່ແມ່ນການນຳໃຊ້ສົມຜົນຂັ້ນໜຶ່ງເຂົ້າໃນການແກ້ໂຈດບັນຫາ ເຊິ່ງມີຄ່າສະເລ່ຍ = 3.29 ແລະ ຄ່າຜັນປ່ຽນ = 0.86; ຖັດຂື້ນໄປແມ່ນສົມຜົນຢູ່ໃນຮູບແບບທີ່ສາມາດປ່ຽນຮູບແບບຜົນສູນ ເທົ່າສູນ ເຊີ່ງມີຄ່າສະເລ່ຍ = 3.45 ແລະ ຄ່າຜັນປ່ຽນ = 1.01.
Zitieren
APA
DOUANGDY, B., CHERLAO, F., SYHALATH, S., & NONGXIA, L. (2025). ສຶກສາບັນຫາການແກ້ບົດເຝິກຫັດ ວິຊາວິເຄາະຄະນິດ ກ່ຽວກັບ ສົມຜົນ ແລະ ອະສົມຜົນທີ່ໂຮງຮຽນມັດທະຍົມສົມບູນ ເມືອງນານ ແຂວງຫຼວງພະບາງ. ວາລະສານ ວິທະຍາສາດທຳມະຊາດ, 25(1), 129-134. https://doi.org/10.71026/sj.2025.01016
Vancouver
DOUANGDY B, CHERLAO F, SYHALATH S, NONGXIA L. ສຶກສາບັນຫາການແກ້ບົດເຝິກຫັດ ວິຊາວິເຄາະຄະນິດ ກ່ຽວກັບ ສົມຜົນ ແລະ ອະສົມຜົນທີ່ໂຮງຮຽນມັດທະຍົມສົມບູນ ເມືອງນານ ແຂວງຫຼວງພະບາງ. ວາລະສານ ວິທະຍາສາດທຳມະຊາດ. 2025;25(1):129-134. doi:10.71026/sj.2025.01016
BibTeX
@article{DOUANGDY2025,
author = {DOUANGDY, Bounlue and CHERLAO, Fongyaneng and SYHALATH, Soulagon and NONGXIA, Lengher},
title = {ສຶກສາບັນຫາການແກ້ບົດເຝິກຫັດ ວິຊາວິເຄາະຄະນິດ ກ່ຽວກັບ ສົມຜົນ ແລະ ອະສົມຜົນທີ່ໂຮງຮຽນມັດທະຍົມສົມບູນ ເມືອງນານ ແຂວງຫຼວງພະບາງ},
journal = {ວາລະສານ ວິທະຍາສາດທຳມະຊາດ},
year = {2025},
volume = {25},
number = {1},
pages = {129--134},
doi = {10.71026/sj.2025.01016}
}
EUVIMED