ສຶກສາຜົນກະທົບຂອງການທ່ອງທ່ຽວຕໍ່ກັບສະພາບແວດລ້ອມຂອງເມືອງງອຍ ແຂວງຫຼວງພະບາງ
ວາລະສານວິທະຍາສາດສັງຄົມ · 15.08.2025 · 1 (1) · 159-165
DOI: 10.71026/ssj.v1i1.185 ↗Kurz gefasst
Fachartikel in der Zeitschrift ວາລະສານວິທະຍາສາດສັງຄົມ, online erschienen am 15.08.2025. Verfasst von Lamngeune Souliyavong und 5 weiteren Autor:innen.
Abstract (Originalsprache)
ການສຶກສາຄັ້ງນີ້ມີວັດຖຸປະສົງເພື່ອສຶກສາຜົນກະທົບຂອງການທ່ອງທ່ຽວຕໍ່ກັບສະພາບແວດລ້ອມ ຂອງເມືອງງອຍ ແຂວງຫຼວງພະບາງ. ການດຳເນີນການຄົ້ນຄວ້າໄດ້ນຳໃຊ້ວິທີການເກັບຂໍ້ມູນທັງດ້ານປະລິມານ ແລະ ຄຸນນະພາບ ໂດຍຜ່ານການສຳພາດອຳນາດການຈັດຕັ້ງທ້ອງຖິ່ນ (ຫ້ອງການທ່ອງທ່ຽວ ແລະ ວັດທະນະທໍາ-ຖະແຫຼ່ງຂ່າວ) ແລະ ເກັບຂໍ້ມູນຈາກກຸ່ມຕົວຢ່າງ 46 ຕົວຢ່າງ ແບ່ງເປັນ ຜູ້ປະກອບການທ່ອງທ່ຽວ 20 ຕົວຢ່າງ ແລະ ນັກທ່ອງທ່ຽວ 26 ຕົວຢ່າງ ໂດຍນຳໃຊ້ແບບສອບຖາມມາດຕາສ່ວນ 5 ລະດັບ ຂອງ Likert Scale ແລະ ວິເຄາະຂໍ້ມູນສະຖິຕິຄ່າສະເລ່ຍ (X )ດ້ວຍໂປຼແກຼມ SPSS ຄວບຄູ່ກັບການວິເຄາະເນື້ອໃນ. ຜົນການສຶກສາສະແດງໃຫ້ເຫັນເຖິງສະພາບສິ່ງແວດລ້ອມທາງທຳມະຊາດຂອງເມືອງງອຍ ມີຄວາມອຸດົມສົມບູນ ແລະ ເປັນທ່າແຮງຕົ້ນຕໍໃນການສົ່ງເສີມການທ່ອງທ່ຽວແບບອະນຸລັກ ແຕ່ການຂະຫຍາຍຕົວຂອງການທ່ອງ ທ່ຽວໄດ້ສ້າງແຮງກົດດັນຕໍ່ສິ່ງແວດລ້ອມ. ເຊິ່ງໃນສະພາບແວດລ້ອມລວມທີ່ມີຄ່າສະເລ່ຍສູງສຸດແມ່ນ ມົນລະພິດເປັນປັດໄຈສຳຄັນໃນການກະຕຸ້ນການອະນຸລັກ X̄ = 3.32, ຮອງລົງມາແມ່ນ ຈຳນວນນັກທ່ອງທ່ຽວເພີ່ມຂຶ້ນມີຜົນຕໍ່ການຈັດການ X̄ = 3.28 ແລະ ມີສິ່ງເສດເຫຼືອເກີດຂຶ້ນໃນການຈັດກິດຈະກຳໃນພື້ນທີ່ X̄ = 3.15 ຕາມລຳດັບ; ຂະນະທີ່ຄວາມເສຍຫາຍຕໍ່ລະບົບນິເວດ ແລະ ສັດປ່າ ມີຄ່າສະເລ່ຍຕ່ຳທີ່ X̄ = 2.58. ເມື່ອສົມທຽບລະຫວ່າງສອງກຸ່ມ ສະແດງໃຫ້ເຫັນໄດ້ວ່າຜູ້ປະກອບການຮັບຮູ້ເຖິງບັນຫາສິ່ງເສດເຫຼືອຈາກກິດຈະກຳ X̄ = 3.55 ການບຸກລຸກພື້ນທີ່ເພື່ອສ້າງທີ່ພັກ X̄ = 3.15 ແລະ ມົນລະພິດເປັນແຮງກະຕຸ້ນການອະນຸລັກ X̄ = 3.65 ໃນລະດັບສູງກວ່າ ເນື່ອງຈາກເປັນຜູ້ປະເຊີນ ແລະ ແບກຮັບພາລະການຈັດການໂດຍກົງ. ຂະນະທີ່ນັກທ່ອງທ່ຽວເນັ້ນຮັບຮູ້ເຖິງພຶດຕິກຳຂາດຄວາມເອົາໃຈໃສ່ຂອງນັກທ່ອງທ່ຽວ X̄ = 3.15, ການທຳລາຍທຳມະຊາດ X̄ = 3.03, ການນຳໃຊ້ນ້ຳຫຼາຍຂຶ້ນ X̄ = 3.00 ແລະ ການປ່ຽນແປງຂອງສະພາບແວດລ້ອມ X̄ = 3.00 ສູງກວ່າ. ຜົນການສຶກສາສະແດງໃຫ້ເຫັນວ່າ ຄວາມເສື່ອມໂຊມທາງສິ່ງແວດລ້ອມໄດ້ກາຍເປັນ່ທ່າແຮງກະຕຸ້ນທີ່ສຳຄັນທີ່ເຮັດໃຫ້ທຸກພາກສ່ວນຕື່ນຕົວຕໍ່ການອະນຸລັກ ເຊິ່ງສອດຄ່ອງກັບທິດສະດີແຮງຈູງໃຈໃນການປ້ອງກັນ (Protection Motivation Theory) ຂອງ Rogers (1983) ແລະ ທິດສະດີຜູ້ມີສ່ວນຮ່ວມ. ສະນັ້ນ, ທິດທາງການພັດທະນາໃນອະນາຄົດ ຈຶ່ງຕ້ອງມຸ່ງເນັ້ນການທ່ອງທ່ຽວແບບຍືນຍົງ (Sustainable Tourism Development) ໂດຍເນັ້ນການຄຸ້ມຄອງຂີ້ເຫຍື້ອ-ນ້ຳເສຍຢ່າງເປັນລະບົບ, ການກຳນົດຂອບເຂດການກໍ່ສ້າງອາຄານ ແລະ ການສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນຢ່າງແທ້ຈິງ.
Zitieren
APA
Souliyavong, L., Bounkhoun, K., Xayyasith, S., Noynaly, D., Singdala, O., & Khamsing, S. (2025). ສຶກສາຜົນກະທົບຂອງການທ່ອງທ່ຽວຕໍ່ກັບສະພາບແວດລ້ອມຂອງເມືອງງອຍ ແຂວງຫຼວງພະບາງ. ວາລະສານວິທະຍາສາດສັງຄົມ, 1(1), 159-165. https://doi.org/10.71026/ssj.v1i1.185
Vancouver
Souliyavong L, Bounkhoun K, Xayyasith S, Noynaly D, Singdala O, Khamsing S. ສຶກສາຜົນກະທົບຂອງການທ່ອງທ່ຽວຕໍ່ກັບສະພາບແວດລ້ອມຂອງເມືອງງອຍ ແຂວງຫຼວງພະບາງ. ວາລະສານວິທະຍາສາດສັງຄົມ. 2025;1(1):159-165. doi:10.71026/ssj.v1i1.185
BibTeX
@article{Souliyavong2025,
author = {Souliyavong, Lamngeune and Bounkhoun, Khamchan and Xayyasith, Santi and Noynaly, Davisouk and Singdala, Outhay and Khamsing, Sengpasert},
title = {ສຶກສາຜົນກະທົບຂອງການທ່ອງທ່ຽວຕໍ່ກັບສະພາບແວດລ້ອມຂອງເມືອງງອຍ ແຂວງຫຼວງພະບາງ},
journal = {ວາລະສານວິທະຍາສາດສັງຄົມ},
year = {2025},
volume = {1},
number = {1},
pages = {159--165},
doi = {10.71026/ssj.v1i1.185}
}
EUVIMED