EUVIMEDEUVIMED entdecken
Crossref

ສຶກສາປະລິມານໄມໂຄຣພລາສຕິກທີ່ເຈື່ອປົນຢູ່ໃນນໍ້າ ແລະ ປາ ຢູ່ ເຂດເສດຖະກິດພິເສດບຶງທາດຫຼວງ

ສີສຸວັນ ກິດຕະວົງ, ຄານຕາວັນ ອິນທະວົງ, ສຸພາພອນ ແກ້ວອຸດອນ, ສຸກຕາວັນ ແກ້ວອາສາ

ວາລະສານ ວິທະຍາສາດທຳມະຊາດ · 30.12.2025 · 25 (2) · 169-180

DOI: 10.71026/ss.2025.0223 ↗

Kurz gefasst

Fachartikel in der Zeitschrift ວາລະສານ ວິທະຍາສາດທຳມະຊາດ, online erschienen am 30.12.2025. Verfasst von ສີສຸວັນ ກິດຕະວົງ und 3 weiteren Autor:innen.

AbstractBibliografische AngabenZitierenVerwandte Studien

Abstract (Originalsprache)

ການສຶກສາ ແລະ ຄົ້ນຄວ້າກ່ຽວກັບໄມໂຄຣພລາສຕິກທີ່ເຈືອປົນຢູ່ໃນນໍ້າ ແລະ ປາໃນເຂດເສດຖະກິດພິເສດ ບຶງທາດຫຼວງ ມີຈຸດປະສົງເພື່ອສຶກສາຫາປະລິມານໄມໂຄຣພລາສຕິກໃນນໍ້າ ແລະ ສັດນໍ້າທີ່ອາໄສຢູ່ໃນບໍລິເວນຂອບເຂດດັ່ງກ່າວ ທີ່ອາດສົ່ງຜົນກະທົບຕໍ່ກັບສຸຂະພາບຂອງຄົນເຮົາ ທັງໃນປະຈຸບັນ ແລະ ອະນາຄົດ. ໃນການສຶກສານີ້ໄດ້ມີການນໍາໃຊ້ວິທີການ ຂອງ NOAA Marin Debris Program (2015) ໃນການທົດລອງຫາໄມໂຄຣພລາສຕິກໃນນໍ້າ ແລະ ປາ. ນອກຈາກນີ້, ຍັງມີການ ນໍາໃຊ້ເຄື່ອງມືພິເສດ Plankton Net ໃນການເກັບຕົວຢ່າງໄມໂຄຣພລາສຕິກໃນນໍ້າໃນຂອບເຂດເສດຖະກິດພິເສດບຶງທາດຫຼວງ ເຊິ່ງການສຶກສາຄັ້ງນີ້ ໄດ້ມີການເກັບຕົວຢ່າງນໍ້າທັງໝົດ 18 ຕົວຢ່າງ ຈາກ 3 ຈຸດ ແລະ ຕົວຢ່າງປາ 1 ຕົວຢ່າງ ແລະ ໄດ້ມີການວັດແທກ ຄ່າຕົວຊີ້ວັດຕ່າງໆເຊັ່ນ: ອຸນຫະພູມ, ຄວາມຂຸ່ນ, TDS, pH, EC ແລະ DO. ເນື່ອງຈາກວ່າປະລິມານໄມໂຄຣພລາສຕິກທີ່ເພີ່ມຂຶ້ນແມ່ນມາຈາກ ການຖິ້ມຂີ້ເຫຍື້ອຊະຊາຍລົງສູ່ແຫຼ່ງນໍ້າ, ການຊັກລ້າງ ແລະ ອື່ນໆ. ສະນັ້ນ, ໃນບົດຄົ້ນຄ້ວາສະບັບນີ່ ແມ່ນຈະລົງເລິກເພື່ອສຶກສາຫາ ປະລິມານຂອງ ໄມໂຄຣ ພລາສຕິກທີ່ເຈືອປົນຢູ່ໃນນໍ້າ ແລະ ປາ ໃນບໍລິເວນດັ່ງກ່າວ. ຈາກຜົນການສຶກສາ ສາມາດສະຫຼຸບໄດ້ວ່າ: ໃນຈຸດທີ 1 ໃນລະດັບເລິກຂອງນໍ້າ 100 cm ມີປະລິມານໄມໂຄຣພລາສຕິກທັງໝົດ 429 ອັນ ສ່ວນຫຼາຍຈະເປັນຮູບຮ່າງ Fiber. ຈຸດທີ 2 ແລະ ຈຸດທີ 3 ໃນລະດັບເລິກເລິກດຽວກັນ ມີທັງໝົດ 580 ອັນ ແລະ 195 ອັນ ຕາມລຳດັບ ແລະ ສ່ວນຫຼາຍຈະເປັນ Fiber ເຊັ່ນດຽວກັນ. ນອກຈາກນີ້, ຍັງມີຕົວຢ່າງປາ ເຊິ່ງໄດ້ມີການແບ່ງອະໄວຍະວະຂອງປາອອກເປັນ 3 ພາກສ່ວນຄື: 1. ກະເພາະ ແລະ ລຳໄສ້ ມີໄມໂຄຣພລາສຕິກທັງໝົດ 41 ອັນ, 2. ຟັມຟືມ ບໍ່ພົບໄມໂຄຣພລາສ ຕິກ ແລະ 3. ຕັບ ມີທັງໝົດ 4 ອັນ ເຊິ່ງສ່ວນຫຼາຍຈະເປັນຮູບຮ່າງ Fiber.

Zitieren

APA

ກິດຕະວົງ, ສ., ອິນທະວົງ, ຄ., ແກ້ວອຸດອນ, ສ., & ແກ້ວອາສາ, ສ. (2025). ສຶກສາປະລິມານໄມໂຄຣພລາສຕິກທີ່ເຈື່ອປົນຢູ່ໃນນໍ້າ ແລະ ປາ ຢູ່ ເຂດເສດຖະກິດພິເສດບຶງທາດຫຼວງ. ວາລະສານ ວິທະຍາສາດທຳມະຊາດ, 25(2), 169-180. https://doi.org/10.71026/ss.2025.0223

Vancouver

ກິດຕະວົງ ສ, ອິນທະວົງ ຄ, ແກ້ວອຸດອນ ສ, ແກ້ວອາສາ ສ. ສຶກສາປະລິມານໄມໂຄຣພລາສຕິກທີ່ເຈື່ອປົນຢູ່ໃນນໍ້າ ແລະ ປາ ຢູ່ ເຂດເສດຖະກິດພິເສດບຶງທາດຫຼວງ. ວາລະສານ ວິທະຍາສາດທຳມະຊາດ. 2025;25(2):169-180. doi:10.71026/ss.2025.0223

BibTeX
@article{2025,
  author = {ກິດຕະວົງ, ສີສຸວັນ and ອິນທະວົງ, ຄານຕາວັນ and ແກ້ວອຸດອນ, ສຸພາພອນ and ແກ້ວອາສາ, ສຸກຕາວັນ},
  title = {ສຶກສາປະລິມານໄມໂຄຣພລາສຕິກທີ່ເຈື່ອປົນຢູ່ໃນນໍ້າ ແລະ ປາ ຢູ່ ເຂດເສດຖະກິດພິເສດບຶງທາດຫຼວງ},
  journal = {ວາລະສານ ວິທະຍາສາດທຳມະຊາດ},
  year = {2025},
  volume = {25},
  number = {2},
  pages = {169--180},
  doi = {10.71026/ss.2025.0223}
}
Kostenlos starten →