ສຶກສາຂອບເຂດນໍ້າຖ້ວມ ແລະ ປະລິມານການໄຫຼຂອງນໍ້າຝົນ ສໍາລັບການອອກແບບປັບປຸງຄອງລະບາຍນໍ້າເພື່ອສ້າງລະບົບນິເວດທີ່ດີ ແລະ ສາມາດປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ກໍລະນີສຶກສາຢູ່ທີ່ ເມືອງໄຊ ແຂວງອຸດົມໄຊ
ວາລະສານ ວິທະຍາສາດທຳມະຊາດ · 30.12.2025 · 25 (2) · 162-168
DOI: 10.71026/ss.2025.0222 ↗Kurz gefasst
Fachartikel in der Zeitschrift ວາລະສານ ວິທະຍາສາດທຳມະຊາດ, online erschienen am 30.12.2025. Verfasst von ສີວຽງຊຳ ຄຳມະນີໂຄດ und 4 weiteren Autor:innen.
Abstract (Originalsprache)
ບົດຄົ້ນຄວ້າສະບັບນີ້ແມ່ນມີຈຸດປະສົງຫຼັກແມ່ນເພື່ອສຶກສາຂອບເຂດນໍ້າຖ້ວມ ແລະ ປະລິມານການໄຫຼຂອງນໍ້າຝົນ ສໍາລັບການອອກແບບປັບປຸງຄອງລະບາຍນໍ້າເພື່ອສ້າງລະບົບນິເວດທີ່ດີ ແລະ ສາມາດປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ຢູ່ທີ່ ເມືອງໄຊ ແຂວງອຸດົມໄຊ. ເຊິ່ງການຄົ້ນຄວ້າແມ່ນໄດ້ດໍາເນີນໄປຕາມຂັ້ນຕອນທີ່ລະບຸໄວ້ໃນວິທີການຄົ້ນຄ້ວາ ແລະ ຈາກຜົນການຄົ້ນຄວ້າຕາມຈຸດປະສົງທີ່ໄດ້ວາງໄວ້ແມ່ນເຫັນວ່າ 1) ໃນຮອບວຽນ 5 ປີ, 10 ປີ, 20 ປີ, 50 ປີ ແລະ 100 ປີ ທີ່ຮູບແບບການກະຈາຍຕົວນໍ້າຝົນແບບ 1 ຊົ່ວໂມງ ມີພື້ນທີ່ສ່ຽງໄພພິບັດໃນລະດັບອັນຕະລາຍຮ້າຍແຮງທີ່ລະດັບນໍ້າຖ້ວມສູງເກີນ 2 m ແມ່ນມີ 59.99 km2, 79.03 km2, 105.79 km2, 127.03 km2ແລະ 146.56 km2 ຕາມລໍາດັບ, ທີ່ຮູບແບບ 3 ຊົ່ວໂມງ ມີພື້ນທີ່ສ່ຽງໄພພິບັດ 63.45 km2, 87.77 km2, 108.56 km2, 122.56 km2 ແລະ 136.15 km2 ຕາມລໍາດັບ ແລະ ຮູບແບບ 6 ຊົ່ວໂມງ ມີພື້ນທີ່ສ່ຽງໄພພິບັດ 68.09 km2, 86.31 km2, 107.53 km2, 117.87 km2 ແລະ 127.76 km2 ຕາມລໍາດັບຮອບວຽນ 2) ປະລິມານການໄຫຼຂອງນໍ້າທີ່ຕ້ອງການລະບາຍອອກຈາກຕົວເມືອງໄຊ ແມ່ນໄດ້ກວມເອົາຂອບເຂດຂອງຄອງຮັບນໍ້າໃນຕົວເມືອງເຂດບ້ານ ໜອງແມງດາ-ບ້ານ ເຈງ ເມືອງໄຊ ທັງ 4 ແລວ DL01, DL02, DL03, DL04 ແລະ ຮ່ອງລະບາຍນໍ້າລວມກ່ອນອອກສູ່ສາຍນໍ້າກໍ ໂດຍຄິດໄລ່ໄດ້ຈາກປະລິມານນໍ້າຝົນທີ່ຕົກລົງໃນພື້ນທີ່ຮັບນໍ້າຂອງຮ່ອງລະບາຍນໍ້າແຕ່ລະເສັ້ນກ່ອນໄຫຼລວມກັນອອກສູ່ສາຍນໍ້າກໍ ຈາກການກໍານົດຂອບເຂດພື້ນທີ່ຮັບນໍ້າ ຕາມທິດທາງການໄຫຼຂອງນໍ້າຝົນໃນພື້ນທີ່ຮັບນໍ້າຂອງຮ່ອງລະບາຍແຕ່ລະເສັ້ນ ເຊິ່ງສາມາດຄິດໄລ່ປະລິມານນໍ້າທີ່ຕ້ອງການລະບາຍສູງສຸດໃນແຕ່ລະພື້ນທີ່ຮັບນໍ້າແມ່ນ 4.07 m3/s, 7.86 m3/s, 3.83m3/s, 5.3 m3/s ແລະ 37.9 m3/s ຕາມລໍາດັບ. ຈາກນັ້ນໄດ້ນໍາປະລິມານການໄຫຼຂອງນໍ້າມາສ້າງແບບຈໍາລອງການລະບາຍນໍ້າເປັນ 2 ຮູບແບບ ໂດຍຈໍາລອງການລະບາຍນໍ້າໃນຮ່ອງທີ່ມີໂຄງສ້າງເປັນຄອນກຣີດ ແລະ ການລະບາຍນໍ້າໃນຮ່ອງທີ່ມີໂຄງສ້າງເປັນຫີນທີ່ນໍ້າສາມາດຊຶມຜ່ານໄດ້ ໂດຍນໍາໃຊ້ຄ່າສໍາປະສິດແມນນິງ Manning (n) ທີ່ແຕກຕ່າງກັນຄື: ໂຄງສ້າງທີ່ເປັນຄອນກຣີດ n = 0.025 ແລະ ໂຄງສ້າງເປັນຫີນ n = 0.036 ຫຼັງຈາກໄດ້ຜົນຈາກແບບຈໍາລອງແລ້ມກໍ່ມາອອກແບບໜ້າຕັດ, ໜ້າຕັດທີ່ອອກແບບສາມາດລະບາຍນໍ້າໄດ້ສູງສຸດ 5.12 m3/s, 8.45 m3/s, 4.01 m3/s, 5.95 m3/s ແລະ 41.26 m3/s ຕາມລໍາດັບ. 3) ຈາກແບບຈໍາລອງການລະບາຍນໍ້າເຫັນວ່າປະລິມານນໍ້າທີ່ລະບາຍອອກໄດ້ຈາກແບບຈໍາລອງທັງ 2 ແບບ ມີຄວາມແຕກຕ່າງກັນ ສະນັ້ນໃນການອອກແບບຮ່ອງລະບາຍນໍ້າແມ່ນຈະອອກແບບເປັນຮ່ອງທີ່ໃຊ້ວັດສະດຸທີ່ເປັນໂຄງສ້າງຫີນ ແລະ ຈາກປະລິມານນໍ້າທີ່ຕ້ອງການລະບາຍອອກໃນພື້ນທີ່ຮັບນໍ້າຝົນຂອງຮ່ອງລະບາຍທັງ 4 ແລວ DL01, DL02, DL03, DL04 ແລະ ຮ່ອງລະບາຍນໍ້າລວມກ່ອນອອກສູ່ສາຍນໍ້າກໍ ແມ່ນສາມາດອອກແບບຂະໜາດໜ້າຕັດໄດ້ຂະໜາດໜ້າຕັດດັ່ງນີ້: 2.8 m2, 5.95 m2, 4.08 m2, 4.68 m2 ແລະ ຮ່ອງລະບາຍນໍ້າລວມກ່ອນອອກສູ່ສາຍນໍ້າກໍ 16.32 m2 ຕາມລໍາດັບ.
Zitieren
APA
ຄຳມະນີໂຄດ, ສ., ກິດຕະວົງ, ສ., ອິນທະວົງ, ຄ., ສັກຕິຄຸນ, ທ., & ບຸດສະມາລີ, ສ. (2025). ສຶກສາຂອບເຂດນໍ້າຖ້ວມ ແລະ ປະລິມານການໄຫຼຂອງນໍ້າຝົນ ສໍາລັບການອອກແບບປັບປຸງຄອງລະບາຍນໍ້າເພື່ອສ້າງລະບົບນິເວດທີ່ດີ ແລະ ສາມາດປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ກໍລະນີສຶກສາຢູ່ທີ່ ເມືອງໄຊ ແຂວງອຸດົມໄຊ. ວາລະສານ ວິທະຍາສາດທຳມະຊາດ, 25(2), 162-168. https://doi.org/10.71026/ss.2025.0222
Vancouver
ຄຳມະນີໂຄດ ສ, ກິດຕະວົງ ສ, ອິນທະວົງ ຄ, ສັກຕິຄຸນ ທ, ບຸດສະມາລີ ສ. ສຶກສາຂອບເຂດນໍ້າຖ້ວມ ແລະ ປະລິມານການໄຫຼຂອງນໍ້າຝົນ ສໍາລັບການອອກແບບປັບປຸງຄອງລະບາຍນໍ້າເພື່ອສ້າງລະບົບນິເວດທີ່ດີ ແລະ ສາມາດປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ກໍລະນີສຶກສາຢູ່ທີ່ ເມືອງໄຊ ແຂວງອຸດົມໄຊ. ວາລະສານ ວິທະຍາສາດທຳມະຊາດ. 2025;25(2):162-168. doi:10.71026/ss.2025.0222
BibTeX
@article{2025,
author = {ຄຳມະນີໂຄດ, ສີວຽງຊຳ and ກິດຕະວົງ, ສີສຸວັນ and ອິນທະວົງ, ຄານຕາວັນ and ສັກຕິຄຸນ, ທອງສະຫຼັກ and ບຸດສະມາລີ, ສັນໄຊ},
title = {ສຶກສາຂອບເຂດນໍ້າຖ້ວມ ແລະ ປະລິມານການໄຫຼຂອງນໍ້າຝົນ ສໍາລັບການອອກແບບປັບປຸງຄອງລະບາຍນໍ້າເພື່ອສ້າງລະບົບນິເວດທີ່ດີ ແລະ ສາມາດປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ກໍລະນີສຶກສາຢູ່ທີ່ ເມືອງໄຊ ແຂວງອຸດົມໄຊ},
journal = {ວາລະສານ ວິທະຍາສາດທຳມະຊາດ},
year = {2025},
volume = {25},
number = {2},
pages = {162--168},
doi = {10.71026/ss.2025.0222}
}
EUVIMED