ການປະເມີນຄຸນສົມບັດທາງກາຍະພາບ, ກົນລະສາດ ແລະ ວິເຄາະຕົ້ນທຶນການຜະລິດແຜ່ນກະດານອານຸພາກ (Particle Board) ຈາກຂີ້ອ້ອຍ
ວາລະສານ ວິທະຍາສາດທຳມະຊາດ · 13.11.2026 · 26 (2) · 29-38
DOI: 10.71026/sj.v26i2.105 ↗Kurz gefasst
Fachartikel in der Zeitschrift ວາລະສານ ວິທະຍາສາດທຳມະຊາດ, online erschienen am 13.11.2026. Verfasst von Louxiong Siakor.
Abstract (Originalsprache)
ການສຶກສາກ່ຽວກັບການປະເມີນຄຸນສົມບັດທາງກາຍະພາບ ແລະ ກົນລະສາດ ຂອງຜະລິດຕະພັນແຜ່ນກະດານອານຸພາກ (Particle board) ທີ່ຜະລິດຈາກຂີ້ອ້ອຍ ມີຈຸດປະສົງ: 1) ເພື່ອສຶກສາຂັ້ນຕອນທີ່ຈຳເປັນສຳລັບການຜະລິດແຜ່ນກະດານອານຸພາກ (Particle board) ຈາກຂີ້ອ້ອຍ (Sugar cane Bagasse). 2) ເພື່ອທົດສອບຄຸນສົມບັດທາງດ້ານກາຍະພາບ (Physical Properties) ແລະ ກົນລະສາດ (Mechanical Properties) ຂອງຜະລິດຕະພັນແຜ່ນກະດານອານຸພາກທີ່ຜະລິດຈາກຂີ້ອ້ອຍ ແລະ 3) ເພື່ອປະເມີນຕົ້ນທຶນໃນການຜະລິດແຜ່ນກະດານອານຸພາກຈາກຂີ້ອ້ອຍ. ການທົດລອງຄັ້ງນີ້ນຳໃຊ້ຈຳນວນຕົວຢ່າງທັງໝົດ 240 ຕົວຢ່າງ, ໄດ້ນຳໃຊ້ສະຖິຕິພັນລະນາເຂົ້າໃນການວິເຄາະຂໍ້ມູນ ແລະ ສົມທຽບຄວາມແຕກຕ່າງດ້ວຍ t-Test . ຜົນການທົດລອງຊີ້ໃຫ້ເຫັນວ່າຂະບວນການທີ່ຈຳເປັນສຳລັບການຜະລິດແຜ່ນກະດານອານຸພາກມີ 6 ຂັ້ນຕອນໂດຍພື້ນຖານ. ຜົນການວິເຄາະຍັງພົບວ່າຂະໜາດຂອງອານຸພາກບໍ່ມີຜົນຕໍ່ຄຸນສົມບັດທາງກົນລະສາດດ້ານແຮງດັດ ແລະ ຄວາມຕ້ານ ທານຕໍ່ແຮງດຶງຕັ້ງສາກກັບຜິວໜ້າ. ຜົນການວິເຄາະຍັງຊີ້ໃຫ້ເຫັນວ່າແຜ່ນກະດານອານຸພາກຈາກຂີ້ອ້ອຍມີຄວາມເໝາະສົມກັບການນຳໃຊ້ຢູ່ທີ່ຮົ່ມ ແລະ ແຫ້ງເທົ່ານັ້ນ. ການຜະລິດແຜ່ນກະດານອານຸພາກຈາກຂີ້ອ້ອຍມີຕົ້ນທຶນການຜະລິດຕໍ່ໜ່ວຍແມ່ນ 127,637 ກີບ.
Zitieren
APA
Siakor, L. (2026). ການປະເມີນຄຸນສົມບັດທາງກາຍະພາບ, ກົນລະສາດ ແລະ ວິເຄາະຕົ້ນທຶນການຜະລິດແຜ່ນກະດານອານຸພາກ (Particle Board) ຈາກຂີ້ອ້ອຍ. ວາລະສານ ວິທະຍາສາດທຳມະຊາດ, 26(2), 29-38. https://doi.org/10.71026/sj.v26i2.105
Vancouver
Siakor L. ການປະເມີນຄຸນສົມບັດທາງກາຍະພາບ, ກົນລະສາດ ແລະ ວິເຄາະຕົ້ນທຶນການຜະລິດແຜ່ນກະດານອານຸພາກ (Particle Board) ຈາກຂີ້ອ້ອຍ. ວາລະສານ ວິທະຍາສາດທຳມະຊາດ. 2026;26(2):29-38. doi:10.71026/sj.v26i2.105
BibTeX
@article{Siakor2026,
author = {Siakor, Louxiong},
title = {ການປະເມີນຄຸນສົມບັດທາງກາຍະພາບ, ກົນລະສາດ ແລະ ວິເຄາະຕົ້ນທຶນການຜະລິດແຜ່ນກະດານອານຸພາກ (Particle Board) ຈາກຂີ້ອ້ອຍ},
journal = {ວາລະສານ ວິທະຍາສາດທຳມະຊາດ},
year = {2026},
volume = {26},
number = {2},
pages = {29--38},
doi = {10.71026/sj.v26i2.105}
}
EUVIMED