EUVIMEDEUVIMED entdecken
Crossref

ສຶກສາຄວາມຫຼາກຫຼາຍ ແລະ ການຈໍາລອງໂຄງສ້າງດ້ານເລຂາຄະນິດຂອງຫັດຖະກໍາຜ້າແພໃນແຂວງຫົວພັນ

Khamphou Inthavone, Sackmone Sirisack, Thongsouk Saybounheaung, Bounsanong Sounvoravong, Innavane Namkhaluck, Sonexay Songvilay

ວາລະສານ ວິທະຍາສາດທຳມະຊາດ · 30.12.2023 · 23 (2) · 25-37

DOI: 10.71026/sj.v23i2.140 ↗

Kurz gefasst

Fachartikel in der Zeitschrift ວາລະສານ ວິທະຍາສາດທຳມະຊາດ, online erschienen am 30.12.2023. Verfasst von Khamphou Inthavone und 5 weiteren Autor:innen.

AbstractBibliografische AngabenZitierenVerwandte Studien

Abstract (Originalsprache)

ການສຶກສາຄັ້ງນີ້ແມ່ນມີຈຸດປະສົງ: ເພື່ອສຶກສາຄວາມຫຼາກຫຼາຍ, ຈໍາແນກ ແລະ ຈັດໝວດເຄື່ອງຫັດຖະກໍາຜ້າແພປະເພດຕ່າງໆຢູ່ໃນແຂວງຫົວພັນ; ເພື່ອ​ຈໍາລອງບາງຫັດຖະກໍາທີ່ເກັບກໍາມາໄດ້ຢູ່ໃນແຕ່ລະເມືອງ; ເພື່ອກໍານົດສົມຜົນ ແລະ ຄິດໄລ່ເນື້ອທີ່ຂອງບາງເຄື່ອງຫັດຖະກໍາຜ້າແພທີ່ມີລັກສະນະສະເພາະ ຢູ່ໃນແຕ່ລະເມືອງ. ວິທີການສຶກສາແມ່ນໄດ້ສໍາຫຼວດເກັບກໍາຂໍ້ມູນກ່ຽວກັບຄວາມຫຼາກຫຼາຍຂອງບັນດາເຄື່ອງຫັດຖະກໍາຜ້າແພຄື: ສິ້ນໄໝສໍາເລັດຮູບ, ສິ້ນໄໝມ້ອນ, ສິ້ນຝ້າຍສໍາເລັດຮູບ, ສິ້ນຝ້າຍຍ້ອມສີທໍາມະຊາດ, ຜ້າບ່ຽງໄໝສໍາເລັດຮູບ, ຜ້າບ່ຽງໄໝມ້ອນ, ຜ້າບ່ຽງຝ້າຍສໍາເລັດຮູບ, ຜ້າບ່ຽງຝ້າຍຍ້ອມສີ ທໍາມະຊາດ ແລະ ອື່ນໆ ທີ່ເກັບກໍາຂໍ້ມູນໄດ້ທັງໝົດ 120 ລາຍການ. ຈາກນັ້ນໄດ້ນໍາເຄື່ອງຫັດຖະກໍາຜ້າແພຕ່າງໆ ມາສຶກສາ ລາຍລະອຽດຂອງບັນດາລວດລາຍວ່າມີການພົວພັນທາງດ້ານເລຂາຄະນິດແນວໃດ ແລະ ຄັດຈ້ອນລວດລາຍທີ່ເປັນເອກະລັກ ພ້ອມທັງຈໍາລອງແບບໂຄງສ້າງ, ກໍານົດສົມຜົນລວດລາຍຂອງບາງເຄື່ອງຫັດຖະກໍາທີ່ເປັນເອກະລັກ ແລະ ມີການພົວພັນທາງດ້ານເລຂາຄະນິດ ແລະ ຄິດໄລ່ເນື້ອທີ່. ຜົນການສຶກສາພົບວ່າ: ສໍາລັບການສຶກສາຄວາມຫຼາກຫຼາຍ, ຈໍາແນກ ແລະ ຈັດໝວດຜ້າແພແຍກຕາມຊະນິດຜ້າແພປະກອບມີ: ຜ້າແພໄໝ 58 ລາຍການ, ຜ້າແພຝ້າຍ 36 ລາຍການ ແລະ ຜ້າແພໄໝປະສົມຝ້າຍ 26 ລາຍການ. ສໍາລັບການຈັດໝວດຜ້າແພແຍກຕາມປະເພດຜ້າແພປະກອບມີ: ຜ້າແພສໍາເລັດຮູບ 21 ລາຍການ, ຜ້າແພທໍາມະຊາດ 93 ລາຍການ ແລະ ຜ້າ ແພສໍາເລັດຮູບປະສົມທໍາມະຊາດ 6 ລາຍການ. ສໍາລັບການກໍານົດສົມຜົນແມ່ນໄດ້ກໍານົດສົມຜົນເສັ້ນຊື່ໃນລະບົບເສັ້ນເຄົ້າສາກຂອງຜ້າແພທີ່ມີລັກສະນະຮູບດອກຈັນ ແລະ ຮູບຈະຕຸລັດໄດ້ 3 ຮູບ, ສົມຜົນໃນລະບົບເສັ້ນເຄົ້າຂວັ້ນຂອງຜ້າແພທີ່ມີລັກສະ ນະຮູບດອກຈັນ ແລະ ຮູບຈະຕຸລັດໄດ້ 3 ຮູບ, ການຄິດໄລ່ເນື້ອທີ່ ແມ່ນຄິດໄລ່ເນື້ອທີ່ຂອງຮູບຜ້າແພທີ່ມີລັກສະນະຮູບຮູບດອກຈັນ ແລະ ຮູບຈະຕຸລັດດ້ວຍວິທີຕ່າງໆໄດ້ 4 ຮູບ, ຄິດໄລ່ເນື້ອທີ່ຜ້າແພທີ່ມີໂຄງສ້າງເປັນຮູບດອກຈັນໄດ້ 2 ຮູບ ແລະ ຄິດ ໄລ່ເນື້ອທີ່ຜ້າແພ ທີ່ມີໂຄງສ້າງເປັນສົມຜົນເສັ້ນເລກ 8 ໄດ້ 1 ຮູບ. ຜົນ​ການ​ສຶກສາຄົ້ນຄວ້າຍັງ​​​ເປັນ​ຂໍ້​ມູນ​ຊ່ວຍ​​ໃຫ້​ແກ່ການສຶກສາຄວາມຫຼາກຫຼາຍ ແລະ ໂຄງສ້າງທາງດ້ານເລຂາ ຄະນິດສ່ວນຕ່າງໆຂອງສິ່ງອື່ນໆໄດ້, ສາມາດນໍາຜົນ​ການ​ຄົ້ນຄວ້າໄປຂະຫຍາຍຕໍ່ສຶກສາຄົ້ນຄວ້າເຖິງການອອກແບບໂຄງສ້າງຕ່າງໆຂອງສິ່ງອື່ນໆ ໃນຮູບແບບເລຂາຄະນິດໄດ້ ແລະ ການພົວພັນທາງດ້ານເລຂາ ຄະນິດກັບໂຄງສ້າງຕ່າງໆຂອງຜ້າແພສາມາດເປັນຂໍ້ມູນພື້ນຖານໃຫ້ແກ່ຜູ້ທີ່ສົນໃຈສຶກສາຄົ້ນຄວ້າໄດ້ນໍາໃຊ້, ໄດ້ສຶກສາຮຽນຮູ້ ແລະ ປະກອບເປັນຂໍ້ມູນຊ່ວຍໃນການຄົ້ນຄວ້າທີ່ກ່ຽວຂ້ອງໄດ້.

Zitieren

APA

Inthavone, K., Sirisack, S., Saybounheaung, T., Sounvoravong, B., Namkhaluck, I., & Songvilay, S. (2023). ສຶກສາຄວາມຫຼາກຫຼາຍ ແລະ ການຈໍາລອງໂຄງສ້າງດ້ານເລຂາຄະນິດຂອງຫັດຖະກໍາຜ້າແພໃນແຂວງຫົວພັນ. ວາລະສານ ວິທະຍາສາດທຳມະຊາດ, 23(2), 25-37. https://doi.org/10.71026/sj.v23i2.140

Vancouver

Inthavone K, Sirisack S, Saybounheaung T, Sounvoravong B, Namkhaluck I, Songvilay S. ສຶກສາຄວາມຫຼາກຫຼາຍ ແລະ ການຈໍາລອງໂຄງສ້າງດ້ານເລຂາຄະນິດຂອງຫັດຖະກໍາຜ້າແພໃນແຂວງຫົວພັນ. ວາລະສານ ວິທະຍາສາດທຳມະຊາດ. 2023;23(2):25-37. doi:10.71026/sj.v23i2.140

BibTeX
@article{Inthavone2023,
  author = {Inthavone, Khamphou and Sirisack, Sackmone and Saybounheaung, Thongsouk and Sounvoravong, Bounsanong and Namkhaluck, Innavane and Songvilay, Sonexay},
  title = {ສຶກສາຄວາມຫຼາກຫຼາຍ ແລະ ການຈໍາລອງໂຄງສ້າງດ້ານເລຂາຄະນິດຂອງຫັດຖະກໍາຜ້າແພໃນແຂວງຫົວພັນ},
  journal = {ວາລະສານ ວິທະຍາສາດທຳມະຊາດ},
  year = {2023},
  volume = {23},
  number = {2},
  pages = {25--37},
  doi = {10.71026/sj.v23i2.140}
}
Kostenlos starten →