ສຶກສາໂຄງສ້າງ ແລະ ຄຸນສົມບັດໄດອີເລັກຕຣິກຂອງທາດແບລຽມໄທທາເນຕ໌ (BaTiO3) ທີ່ກະກຽມດ້ວຍວິທີປະຕິກິລິຍາທາດແຂງ
ວາລະສານ ວິທະຍາສາດທຳມະຊາດ · 30.12.2023 · 23 (2) · 1-10
DOI: 10.71026/sj.v23i2.138 ↗Kurz gefasst
Fachartikel in der Zeitschrift ວາລະສານ ວິທະຍາສາດທຳມະຊາດ, online erschienen am 30.12.2023. Verfasst von ເປ່ມ ພັກວິເສດ und 5 weiteren Autor:innen.
Abstract (Originalsprache)
ການສຶກສາຄົ້ນຄວ້າໃນຄັ້ງນີ້ແມ່ນ ໄດ້ສຶກສາການສັງເຄາະ BaTiO3 ໂດຍກໍານົດເອົາທາດ BaCO3 ແລະ TiO2 ໃນອັດຕາສ່ວນ 1mol : 1mol ມາປະສົມກັນແລ້ວນຳໄປເຜົາຢູ່ອຸນຫະພູມ 1000°C ຫຼັງຈາກນັ້ນນຳເອົາທາດທີ່ປະສົມກັນ ແລະ ເຜົາແລ້ວມາກວດສອບຜ່ານເຄື່ອງ XRD ເຫັນວ່າກາຍເປັນທາດໃໝ່ BaTiO3 ທີ່ສົມບູນ. ຈາກນັ້ນແມ່ນໄດ້ນຳທາດດັ່ງກ່າວມາຂຶ້ນຮູບເປັນວົງທີ່ມີລັດສະໝີ 10 0.05 mm ແລະ ມີຄວາມໜາສະເລ່ຍ 2 0.05 mm ໂດຍໃຊ້ເຄື່ອງອັດຂຶ້ນຮູບລະບົດໄຮໂດຣິກດ້ວຍແຮງອັດຂະໜາດ 1500kg/cm2 ເປັນເວລາ 30 ວິນາທີ. ຫຼັງຈາກນັ້ນນຳວັດສະດຸຕົວຢ່າງທີ່ຜ່ານການຂຶ້ນຮູບແລ້ວນໍາໄປເຜົາ Sintering ດ້ວຍເຕົາໄຟຟ້າທີ 5 ອຸນຫະພູມຄື 1100°C, 1200°C, 1250°C,1300°C,1350°C ເປັນເວລາ 2 ຊົ່ວໂມງ ຈາກນັ້ນນໍາເອົາເຊຣາມິກທີ່ໄດ້ມາເຮັດຂົ້ວໄຟຟ້າ ໂດຍການນໍາມາທາດ້ວຍໂລຫະເງິນທີ່ພື້ນຜິວໜ້າທັງສອງເບື້ອງຂອງຕົວຢ່າງ ແລ້ວນຳໄປອົບຢູ່ອຸນຫະພູມ 600°C ໃນເວລາ 30 ນາທີ ດ້ວຍອັດຕາການຂຶ້ນລົງຂອງອຸນຫະພູມ 10°C/ນາທີ ແລ້ວນໍາຕົວຢ່າງໄປກວດສອບຄຸນສົມບັດທາງໄດອິເລັກຕຣິກເຊິ່ງຜົນການກວດສອບພົບວ່າຄຸນສົມບັດທາງໄດອິເລັກຕຣິກທຽບກັບອຸນຫະພູມເລີ່ມແຕ່ 40°C – 170°C ທີ່ຄວາມຖີ່ 1kHz ເຫັນວ່າຄ່າໄດອິເລັກຕຣິກທີ່ຕ່ຳທີ່ສຸດແມ່ນ 28.4 ຢູ່ໃນຊ່ວນອຸນຫະພູມ 170℃ ເຊິ່ງເປັນຕົວຢ່າງທີ່ຜ່ານການເຜົາອຸນຫະພູມ 1300℃, ຄ່າໄດອິເລັກຕຣິກທີ່ສູງທີ່ສຸດແມ່ນ 1776 ຢູ່ໃນຊ່ວງອຸນຫະພູມ 130℃ ເຊິ່ງເປັນຕົວຢ່າງທີ່ຜ່ານການເຜົາອຸນຫະພູມ 1350℃ ສັງເກດໄດ້ວ່າເມື່ອອຸນຫະພູມເພີ່ມຂຶ້ນ ຄ່າຄົງທີ່ໄດອິເລັກຕຣິກມີທ່າອຽງເພີ່ມຂຶ້ນເນື່ອງຈາກການໃຫ້ປະລິມານຄວາມຮ້ອນກັບສານຕົວຢ່າງເຮັດໃຫ້ໄຟຟ້າບັນຈຸເກີດການເຄື່ອນທີ່ຈົນເກີດ Dipole moment ທາງໄຟຟ້າ, ເມື່ອເກີດສະໜາມໄຟຟ້າຈະເຮັດໃຫ້ຕຳແໜ່ງຂອງອະຕອມໄຟຟ້າບັນຈຸບວກ(+) ແລະ ໄຟຟ້າບັນຈຸລົບ(-)ເຄື່ອນທີ່ຈາກຕໍາແໜ່ງເດີມເຮັດໃຫ້ເກີດການໂພຣາໄຣເຊເຊິນຢູ່ໃນຊ່ວງ 110°C - 130°C ເຊິ່ງເປັນອຸນຫະພູມທີ່ມີຄ່າໄດອິເລັກຕຣິກສູງ. ຄຸນສົມບັດທາງໄດອິເລັກ ຕຣິກທຽບກັບຄວາມຖີ່ເລີ່ມແຕ່ 100Hz, 1kHz, 10khz, 100kHz ແລະ 1MHz ທີ່ອຸນຫະພູມຫ້ອງເຫັນວ່າຄ່າໄດອິເລັກຕຣິກທີ່ຕ່ຳທີ່ສຸດແມ່ນ 6.92 ຢູ່ໃນຊ່ວງຄວາມຖີ່ 1MHz ເຊິ່ງເປັນຕົວຢ່າງທີ່ຜ່ານການເຜົາອຸນຫະພູມ 1300℃ ແລະ ຄ່າໄດອິເລັກຕຣິກທີ່ສູງທີ່ສຸດແມ່ນ 1851 ຢູ່ໃນຊ່ວງຄວາມຖີ່ 100Hz ເຊິ່ງເປັນຕົວຢ່າງທີ່ຜ່ານການເຜົາອຸນຫະພູມ 1350℃ ສັງເກດເຫັນວ່າ ເມື່ອຄວາມຖີ່ເພີ່ມຂຶ້ນຄ່າຄົງທີ່ໄດອິເລັກຕຣິກຂອງທັງ 5 ອຸນຫະພູມມີຄ່າຫຼຸດລົງກົງກັນ ຂ້າມກັບຄ່າການສູນເສຍຄວາມເປັນໄດອິເລັກຕຣິກທີ່ເພີ່ມຂຶ້ນຕາມຄວາມຖີ່. ຈາກຜົນການວິເຄາະ SEM ທີ່ອຸນຫະພູມ 1350°C ເຫັນວ່າເກຣນຂະໜາດນ້ອຍແຊກຕົວຢູ່ກັບເກຣນຂະ ໜາດໃຫຍ່ ຈຶ່ງເຮັດໃຫ້ມີການຈັດລຽງຕົວໄປໃນທິດທາງດຽວກັນຢ່າງເປັນລະບຽບຫຼາຍຂຶ້ນສົ່ງຜົນໃຫ້ມີຄວາມໜາແໜ້ນເພີ່ມຂຶ້ນ ສະແດງໃຫ້ເຫັນວ່າເມື່ອອຸນຫະພູມເພີ່ມຂຶ້ນສູງຂະໜາດຂອງເກຣນກໍມີທ່າອຽງເພີ່ມຂຶ້ນນຳ, ຄວາມເປັນຮູພຸນຫຼຸດລົງສົ່ງຜົນໃຫ້ຄ່າຄົງທີ່ໄດອິເລັກຕຣິກສູງຂຶ້ນ.
Zitieren
APA
ພັກວິເສດ, ເ., ພີມມະວົງ, ກ., ແກ່ນນະວົງ, ສ., ສີຈຳປາ, ໃ., ສັກດາວົງ, ສ., & ວິໄລແສງ, ສ. (2023). ສຶກສາໂຄງສ້າງ ແລະ ຄຸນສົມບັດໄດອີເລັກຕຣິກຂອງທາດແບລຽມໄທທາເນຕ໌ (BaTiO3) ທີ່ກະກຽມດ້ວຍວິທີປະຕິກິລິຍາທາດແຂງ. ວາລະສານ ວິທະຍາສາດທຳມະຊາດ, 23(2), 1-10. https://doi.org/10.71026/sj.v23i2.138
Vancouver
ພັກວິເສດ ເ, ພີມມະວົງ ກ, ແກ່ນນະວົງ ສ, ສີຈຳປາ ໃ, ສັກດາວົງ ສ, ວິໄລແສງ ສ. ສຶກສາໂຄງສ້າງ ແລະ ຄຸນສົມບັດໄດອີເລັກຕຣິກຂອງທາດແບລຽມໄທທາເນຕ໌ (BaTiO3) ທີ່ກະກຽມດ້ວຍວິທີປະຕິກິລິຍາທາດແຂງ. ວາລະສານ ວິທະຍາສາດທຳມະຊາດ. 2023;23(2):1-10. doi:10.71026/sj.v23i2.138
BibTeX
@article{2023,
author = {ພັກວິເສດ, ເປ່ມ and ພີມມະວົງ, ກອງສີ and ແກ່ນນະວົງ, ສຸທິດາ and ສີຈຳປາ, ໃຈພອນ and ສັກດາວົງ, ສິນໄຊ and ວິໄລແສງ, ສຸລີນາ},
title = {ສຶກສາໂຄງສ້າງ ແລະ ຄຸນສົມບັດໄດອີເລັກຕຣິກຂອງທາດແບລຽມໄທທາເນຕ໌ (BaTiO3) ທີ່ກະກຽມດ້ວຍວິທີປະຕິກິລິຍາທາດແຂງ},
journal = {ວາລະສານ ວິທະຍາສາດທຳມະຊາດ},
year = {2023},
volume = {23},
number = {2},
pages = {1--10},
doi = {10.71026/sj.v23i2.138}
}
EUVIMED