ກວດສອບການຕົກຄ້າງ ຂອງທາດຄຣໍໄພລີຟອດ ແລະ ໄຊເພີເມັດທຣີນ ໃນຜັກບາງຊະນິດ ແລະ ສຶກສາວິທີການຫຼຸດຜ່ອນກ່ອນບໍລິໂພກ
ວາລະສານ ວິທະຍາສາດທຳມະຊາດ · 12.06.2026 · 26 (1) · 190-202
DOI: 10.71026/sj.2026.0113 ↗Kurz gefasst
Fachartikel in der Zeitschrift ວາລະສານ ວິທະຍາສາດທຳມະຊາດ, online erschienen am 12.06.2026. Verfasst von Kone CHANTHIKOUN und 4 weiteren Autor:innen.
Abstract (Originalsprache)
ຜັກເປັນອາຫານທີ່ສຳຄັນສຳລັບຄົນເຮົາ ເນື່ອງຈາກປະກອບໄປດ້ວຍທາດອາຫານທີ່ມີຄຸນຄ່າສຳຄັນ ແລະ ຈຳເປັນຕໍ່ຮ່າງກາຍ. ນອກຈາກນັ້ນ, ຜັກຍັງມີທາດວິຕາມິນ ແລະ ທາດທີ່ມີລິດເປັນຢາ ເພື່ອສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍ. ປະຈຸບັນ, ຄົນເຮົາໄດ້ຫັນມາໃສ່ໃຈໃນການບໍລິໂພກພືດຜັກນັບມື້ນັບຫຼາຍຂຶ້ນ. ສະນັ້ນ, ເພື່ອຫາມາດຕະການຫຼຸດຜ່ອນ ບັນຫາຄວາມປອດໄພດ້ານອາຫານ, ການເຝົ້າລະວັງການຕົກຄ້າງຂອງຢາຂ້າແມງໄມ້ໃນຜັກ ຈຶ່ງມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ. ໃນການສຶກສາແມ່ນໄດ້ກວດສອບປະລິມານການຕົກຄ້າງຂອງຢາປາບສັດຕູພືດ Chlorpyrifos ແລະ Cypermethrin ທີ່ຕົກຄ້າງໃນຜັກ 10 ຊະນິດ (ຜັກ ສະຫຼັດ, ຜັກກາດຊອມ, ກະຫຼ່ຳປີ, ໝາກຖົ່ວຍາວ, ຫອມລາບ, ຫອມປ້ອມ, ສັດຕູພືດກ່ອນການບໍລິໂພກດ້ວຍການລ້າງດ້ວຍ ນ້ຳ, ເກືອ, ນ້ຳສົ້ມສາຍຊູ ແລະ ເບກຄິງໂສດາ, ຊຶ່ງຕົວຢ່າງພືດທີ່ນຳມາສຶກສາແມ່ນ ຊື້ຈາກ (ຕະຫຼາດອົດຊີ, ຕະຫຼາດອິນຊີ ແລະ ຕະຫຼາດສົດເມືອງປາກຊ່ອງນະ ຄອນຈຳປາສັກ) ນຳໃຊ້ການສະກັດດ້ວຍວິທີ QuEChERS ໂດຍໃຊ້ອາເຊໂຕໄນໄຕຣ (Acetonitrile) ເປັນທາດພາລະລາຍໃນການສະກັດ ຕົວຢ່າງ ທາດສະກັດທີ່ໄດ້ຖືກນຳມາທຳຄວາມສະອາດດ້ວຍ SPE cartridge ແລະ ຕາມດ້ວຍການວິເຄາະໂດຍໃຊ້ເຄື່ອງ GCMS. ຈາກຜົນການວິເຄາະພົບການຕົກຄ້າງຂອງທາດ Chlorpyrifos ໃນຜັກຫອມປ້ອມ ແລະ ຜັກຫອມບົ່ວ ໃນລະດັບ 0.14 mg/kg ແລະ 0.25 mg/kg ຕາມລຳດັບ. ນອກຈາກນີ້, ຍັງພົບທາດ Cypermethrin ຕົກຄ້າງຢູ່ໃນຕົວຢ່າງຜັກສະຫຼັດ ແລະ ຫອມບົ່ວ ໃນລະດັບ 0.48 mg/kg ແລະ 4.05 mg/kg ຖ້າປຽບທຽບຄ່າ MRL ລະດັບການຕົກຄ້າງຂອງ Cypermethrin ແມ່ນຕົກຄ້າງສູງກວ່າຄ່າ MRL. ສຳລັບ, ການຫຼຸດຜ່ອນປະລິມານຢາປາບສັດຕູພືດດ້ວຍການລ້າງດ້ວຍ ນ້ຳ, ນ້ຳເກືອ (1%), ນໍ້າສົ້ມສາຍຊູ (1%) ແລະ ເບກຄິງໂສດາ (1%) ສາມາດຫຼຸດປະລິມານຂອງ Chlorpyrifos ໃນຕົວຢ່າງຜັກຫອມປ້ອມ ໄດ້ 32, 48, 35, 58% ຕາມລຳດັບ; ແລະ ໃນຕົວຢ່າງຜັກຫອມບົ່ວ ໄດ້ 3, 29, 25, 33% ຕາມລຳດັບ. ເຫັນໄດ້ວ່າ ການລ້າງດ້ວຍທາດະລາຍນ້ຳເບກຄິງໂສດາ ສາມາດກຳຈັດຢາປາບສັດຕູພືດໄດ້ດີທີ່ສຸດ, ຮອງລົງມາແມ່ນນ້ຳເກືອ, ນ້ຳສົ້ມສາຍຊູ ແລະ ນ້ຳ ຕາມລຳດັບ.
Zitieren
APA
CHANTHIKOUN, K., INTHAVONG, K., KONGMANYKONGMANY, S., DEUANMANY, C., & SIPHOUNSOUK, S. (2026). ກວດສອບການຕົກຄ້າງ ຂອງທາດຄຣໍໄພລີຟອດ ແລະ ໄຊເພີເມັດທຣີນ ໃນຜັກບາງຊະນິດ ແລະ ສຶກສາວິທີການຫຼຸດຜ່ອນກ່ອນບໍລິໂພກ. ວາລະສານ ວິທະຍາສາດທຳມະຊາດ, 26(1), 190-202. https://doi.org/10.71026/sj.2026.0113
Vancouver
CHANTHIKOUN K, INTHAVONG K, KONGMANYKONGMANY S, DEUANMANY C, SIPHOUNSOUK S. ກວດສອບການຕົກຄ້າງ ຂອງທາດຄຣໍໄພລີຟອດ ແລະ ໄຊເພີເມັດທຣີນ ໃນຜັກບາງຊະນິດ ແລະ ສຶກສາວິທີການຫຼຸດຜ່ອນກ່ອນບໍລິໂພກ. ວາລະສານ ວິທະຍາສາດທຳມະຊາດ. 2026;26(1):190-202. doi:10.71026/sj.2026.0113
BibTeX
@article{CHANTHIKOUN2026,
author = {CHANTHIKOUN, Kone and INTHAVONG, Khantavanh and KONGMANYKONGMANY, Santi and DEUANMANY, Chanthanom and SIPHOUNSOUK, Souksavanh},
title = {ກວດສອບການຕົກຄ້າງ ຂອງທາດຄຣໍໄພລີຟອດ ແລະ ໄຊເພີເມັດທຣີນ ໃນຜັກບາງຊະນິດ ແລະ ສຶກສາວິທີການຫຼຸດຜ່ອນກ່ອນບໍລິໂພກ},
journal = {ວາລະສານ ວິທະຍາສາດທຳມະຊາດ},
year = {2026},
volume = {26},
number = {1},
pages = {190--202},
doi = {10.71026/sj.2026.0113}
}
EUVIMED