EUVIMEDEUVIMED entdecken
Crossref

ປັດໄຈທີ່ສົ່ງຜົນຕໍ່ບັນຫາໃນການຮຽນ-ການສອນ ວິຊາວິເຄາະຄະນິດກ່ຽວກັບບົດຮຽນລະບົບສົມຜົນ ແລະ ລະບົບອະສົມຜົນຂອງນັກຮຽນຊັ້ນມັດທະຍົມສົມບູນ ເມືອງໄຊຍະບູລີ ແຂວງໄຊຍະບູລີ

Bounlue DOUANGDY, Sinxay BAKHAM, Soulagon SYHALATH, Fongyaneng C HERLAO

ວາລະສານ ວິທະຍາສາດທຳມະຊາດ · 07.12.2025 · 25 (2) · 143-149

DOI: 10.71026/sj.2025.02020 ↗

Kurz gefasst

Fachartikel in der Zeitschrift ວາລະສານ ວິທະຍາສາດທຳມະຊາດ, online erschienen am 07.12.2025. Verfasst von Bounlue DOUANGDY und 3 weiteren Autor:innen.

AbstractBibliografische AngabenZitierenVerwandte Studien

Abstract (Originalsprache)

ການ​ຄົ້ນ​ຄ້ວາ​ຄັ້ງ​ນີ້​ ມີ​ຈຸດປະສົງ​ເພື່ອສຶກສາປັດໄຈທີ່ເປັນບັນຫາຕໍ່ການຮຽນ-ການສອນວິຊາ ວິເຄາະຄະນິດຊັ້ນ ມ.5 ພາກລະບົບສົມຜົນ ແລະ ລະບົບອະສົມຜົນ ທີ່ໂຮງຮຽນມັດທະຍົມສົມບູນ ໄຊຍະບູລີ, ສົກຮຽນ 2023-2024, ການສຶກສາແມ່ນໄດ້ ສຶກສາກ່ຽວກັບ ບັນຫາ ແລະ ສ້າງແບບສອບຖາມ, ສຳລັບນັກຮຽນຊັ້ນ ມ.5 ເປັນກຸ່ມຕົວຢ່າງຈໍານວນ 60 ຄົນ, ຍິງ 27 ຄົນ. ຈາກຈຳນວນປະຊາກອນທັງໝົດ 200 ຄົນ, ຍິງ 91 ຄົນ. ດ້ວຍວິທີການສູ່ມເອົາກູ່ມຕົວຢ່າງໃນເກນ 30% (ບຸນຊົມ ສີສະອາດ, ພສ 2535 ໜ້າທີ 38). ການວິເຄາະຂໍ້ມູນໄດ້ນຳໃຊ້ Microsoft Excel ແລະ ສະຖິຕິ ເຊັ່ນ: ຄິດໄລ່ເປີເຊັນ(Percentage), ຄິດໄລ່ຄ່າສະເລ່ຍ (Arithmetic Mean) ແລະ ຄ່າຜັນປ່ຽນມາດຖານ (Standard Deviation) ຜົນການສຶກສາພົບວ່າ: ສະພາບທົ່ວໄປຂອງການຮຽນ- ການສອນວິຊາວິເຄາະຄະນິດ ຊັ້ນ ມ.5 ພາກລະບົບ ລະບົບອະສົມຜົນ ພົບວ່າ: ການຈັດການຮຽນເປັນກຸ່ມ ເປັນປັດໄຈທີ່ມີ ແລະ ສົມຜົນ ບັນຫາຫຼາຍກ່ວາໝູ່ ຄື: ມີຄ່າສະເລ່ຍ = 2.26 ແລະ ຄ່າຜັນປ່ຽນມາດຖານ = 1.16, ສະພາບບັນຫາຂອງນັກຮຽນ ຕໍ່ເນື້ອໃນບົດຮຽນ ລະບົບສົມຜົນ ແລະ ລະບົບອະສົມຜົນ ພົບວ່າ: ການນຳໃຊ້ລະບົບອະສົມຜົນເຂົ້າໃນການແກ້ໂຈດບັນຫາ ເປັນປັດໄຈທີ່ມີ ບັນຫາຫຼາຍກວ່າໝູ່ ຄື: ມີຄ່າສະເລ່ຍ = 2.50 ແລະ ຄ່າຜັນປ່ຽນມາດຖານ = 0.94, ຮອງລົງ ມາແມ່ນ ການນຳໃຊ້ລະບົບສົມຜົນເຂົ້າໃນການແກ້ໂຈດບັນຫາຄື: ມີຄ່າສະເລ່ຍ = 2.68 ແລະ ຄ່າຜັນປ່ຽນມາດຖານ = 1.01 ວິທີແກ້ລະບົບສົມຜົນຕາມວິທີຂອງ Gauss ຈັດຢູ່ໃນລະດັບມີບັນຫາ ປານກາງຄື: ມີຄ່າສະເລ່ຍ = 2.72 ແລະ ຄ່າຜັນປ່ຽນມາດຖານ = 0.91 , ລະບົບສົມຜົນ ຂັ້ນໜຶ່ງທີ່ມີສາມຕົວລັບມີບັນຫາຢູ່ໃນລະດັບປານກາງຄື: ມີຄ່າສະເລ່ຍ = 2.76 ແລະ ຄ່າຜັນ ປ່ຽນມາດຖານ = 0.90

Zitieren

APA

DOUANGDY, B., BAKHAM, S., SYHALATH, S., & HERLAO, F. C. (2025). ປັດໄຈທີ່ສົ່ງຜົນຕໍ່ບັນຫາໃນການຮຽນ-ການສອນ ວິຊາວິເຄາະຄະນິດກ່ຽວກັບບົດຮຽນລະບົບສົມຜົນ ແລະ ລະບົບອະສົມຜົນຂອງນັກຮຽນຊັ້ນມັດທະຍົມສົມບູນ ເມືອງໄຊຍະບູລີ ແຂວງໄຊຍະບູລີ. ວາລະສານ ວິທະຍາສາດທຳມະຊາດ, 25(2), 143-149. https://doi.org/10.71026/sj.2025.02020

Vancouver

DOUANGDY B, BAKHAM S, SYHALATH S, HERLAO FC. ປັດໄຈທີ່ສົ່ງຜົນຕໍ່ບັນຫາໃນການຮຽນ-ການສອນ ວິຊາວິເຄາະຄະນິດກ່ຽວກັບບົດຮຽນລະບົບສົມຜົນ ແລະ ລະບົບອະສົມຜົນຂອງນັກຮຽນຊັ້ນມັດທະຍົມສົມບູນ ເມືອງໄຊຍະບູລີ ແຂວງໄຊຍະບູລີ. ວາລະສານ ວິທະຍາສາດທຳມະຊາດ. 2025;25(2):143-149. doi:10.71026/sj.2025.02020

BibTeX
@article{DOUANGDY2025,
  author = {DOUANGDY, Bounlue and BAKHAM, Sinxay and SYHALATH, Soulagon and HERLAO, Fongyaneng C},
  title = {ປັດໄຈທີ່ສົ່ງຜົນຕໍ່ບັນຫາໃນການຮຽນ-ການສອນ ວິຊາວິເຄາະຄະນິດກ່ຽວກັບບົດຮຽນລະບົບສົມຜົນ ແລະ ລະບົບອະສົມຜົນຂອງນັກຮຽນຊັ້ນມັດທະຍົມສົມບູນ ເມືອງໄຊຍະບູລີ ແຂວງໄຊຍະບູລີ},
  journal = {ວາລະສານ ວິທະຍາສາດທຳມະຊາດ},
  year = {2025},
  volume = {25},
  number = {2},
  pages = {143--149},
  doi = {10.71026/sj.2025.02020}
}
Kostenlos starten →