ການປ່ຽນແປງສະພາບອາກາດທີ່ສົ່ງຜົນຕໍ່ການຜະລິດກະສິກໍາ ແລະ ການປັບຕົວວິຖີຊີວິດປະຊາຊົນ ບ້ານໂຄກສະຫວ່າງ ເມືອງສຸຂຸມາ ແຂວງຈໍາປາສັກ
ວາລະສານ ວິທະຍາສາດທຳມະຊາດ · 30.12.2025 · 25 (2) · 112-118
DOI: 10.71026/sj.2025.02016 ↗Kurz gefasst
Fachartikel in der Zeitschrift ວາລະສານ ວິທະຍາສາດທຳມະຊາດ, online erschienen am 30.12.2025. Verfasst von Somsanook AKHAVONG und 6 weiteren Autor:innen.
Abstract (Originalsprache)
ການຄົ້ນຄວ້ານີ້, ມີຈຸດປະສົງ ເພື່ອສຶກສາຄວາມຮັບຮູ້ຄວາມສ່ຽງໄພພິບັດ, ຜົນກະທົບຂອງການ ປ່ຽນແປງດິນຟ້າອາກາດຕໍ່ອາຊີບກະສິກຳ ແລະ ການປັບຕົວເພື່ອຮັບມືກັບຜົນກະທົບຂອງການປ່ຽນແປງ ດິນຟ້າອາກາດຕໍ່ອາຊີບກະສິກຳ ແລະ ວິຖີຊີວິດປະຊາຊົນ, ໂດຍມີ 3 ຈຸດປະສົງຫຼັກຂອງການຄົ້ນຄວ້າແມ່ນ: 1. ຄວາມຮັບຮູ້ຄວາມສ່ຽງໄພພິບັດຂອງດິນຟ້າອາກາດ ແລະ ການກຽມຄວາມພ້ອມຮັບມືຂອງປະຊາຊົນ, 2. ຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ອາຊີບກະສິກຳ ແລະ ວິຖີຊີວິດປະຊາຊົນ ແລະ 3. ການປັບຕົວເພື່ອຮັບມືກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ອາຊີບກະສິກຳ ແລະ ວິຖີຊີວິດປະຊາຊົນ. ເຊີ່ງເຄື່ອງມືທີ່ໃຊ້ໃນການສຶກສາແມ່ນ ແບບສໍາພາດ 9 ຄໍາຖາມຈາກກຸ່ມຕົວຢ່າງ 100 ເປັນເຊັນ ຈໍານວນ 117 ຄອບຄົວ ແລະ ວິເຄາະລະດັບຄວາມຮັບຮູ້ຄວາມສ່ຽງໃນແຕ່ລະປະເພດຄື: ຄວາມຮັບຮູ້ຂອງຄວາມສ່ຽງໄພນໍ້າຖ້ວມຢູ່ໃນລະດັບສູງ (X = 3.50) ຄວາມຮັບຮູ້ຄວາມສ່ຽງໄພແຫ້ງແລ້ງດັບປານກາງ (X = 3.16) ຄວາມຮັບຮູ້ຂອງອັນຕະລາຍຈາກລົມພະຍຸລະດັບປານກາງ (X = 3.34) ຄວາມໜ້າເຊື່ອຖືສໍາລັບລາຍການທີ່ໃຊ້ໃນການສ້າງຄວາມເຂົ້າໃຈກ່ຽວກັບຄວາມສ່ຽງນໍ້າຖ້ວມ (FRP) ຢູ່ໃນ ລະດັບ 0.744, ຄວາມໜ້າເຊື່ອຖື, ສໍາລັບການສ້າງຄວາມເຂົ້າໃຈກ່ຽວກັບກະທົບສາມາດເຫັນວ່າໄພນໍ້າຖ້ວມ ມີຄ່າລວມແມ່ນ X = 3.05 , ລົມພາຍຸມີຄ່າລວມແມ່ນ X = 2.85 ແລະ ໄພແຫ້ງແລ້ງມີຄ່າລວມແມ່ນ X = 2.83 ໃນນີ້ໄພ້ນໍ້າຖ້ວມຈະເກິດຂື້ນຫລາຍກວ່າໄພພິບັດປະເພດອື່ນລວມ 3 ລະດັບແມ່ນໜ້າເຊື່ອຖືທີ່ຍອມຮັບໄດ້ການປັບຕົວຂອງຊາວກະສິກອນຕໍ່ກັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດປ່ຽນແນວພັນເຊັ່ນ: ການປ່ຽນແນວພັນເຂົ້າ ແລະ ປູກແນວພັນເຂົ້າໃໝ່ໃນແຕ່ລະ ລະດູການເຮັດນາ, ປ່ຽນແປງວິທີການ ຫຼື ຂະບວນການປູກພືດເຊັ່ນ: ປ່ຽນວິທີການປູກພືດນຳໃຊ້ເຕັກນິກການປູກພືດໃໝ່ໆຈາກພູມປັນຍາທ້ອງຖິ່່ນ ປັບປ່ຽນການບໍາລຸງດິນປ່ຽນປະຕິທິນການຜະລິດການປູກເຂົ້າ/ການປູກພືດ/ການເກັບກ່ຽວເລື່ອນລະດູການຜະລິດ, ປັບປະຕິທິນການປູກເຂົ້າ,ການປູກພືດ ແລະ ເລື່ອນລະດູການເກັບກ່ຽວ.
Zitieren
APA
AKHAVONG, S., PHENGVICHITH, V., PHOMMEXAY, P., NANTHAVONGDUANGSY, K., SITTHIVONG, K., SIVORRAVONG, S., & VONGPHOUTHONE, T. (2025). ການປ່ຽນແປງສະພາບອາກາດທີ່ສົ່ງຜົນຕໍ່ການຜະລິດກະສິກໍາ ແລະ ການປັບຕົວວິຖີຊີວິດປະຊາຊົນ ບ້ານໂຄກສະຫວ່າງ ເມືອງສຸຂຸມາ ແຂວງຈໍາປາສັກ. ວາລະສານ ວິທະຍາສາດທຳມະຊາດ, 25(2), 112-118. https://doi.org/10.71026/sj.2025.02016
Vancouver
AKHAVONG S, PHENGVICHITH V, PHOMMEXAY P, NANTHAVONGDUANGSY K, SITTHIVONG K, SIVORRAVONG S, et al. ການປ່ຽນແປງສະພາບອາກາດທີ່ສົ່ງຜົນຕໍ່ການຜະລິດກະສິກໍາ ແລະ ການປັບຕົວວິຖີຊີວິດປະຊາຊົນ ບ້ານໂຄກສະຫວ່າງ ເມືອງສຸຂຸມາ ແຂວງຈໍາປາສັກ. ວາລະສານ ວິທະຍາສາດທຳມະຊາດ. 2025;25(2):112-118. doi:10.71026/sj.2025.02016
BibTeX
@article{AKHAVONG2025,
author = {AKHAVONG, Somsanook and PHENGVICHITH, Vansaleum and PHOMMEXAY, Phansamai and NANTHAVONGDUANGSY, Kethsa and SITTHIVONG, Kiphet and SIVORRAVONG, Sisuvan and VONGPHOUTHONE, Thong},
title = {ການປ່ຽນແປງສະພາບອາກາດທີ່ສົ່ງຜົນຕໍ່ການຜະລິດກະສິກໍາ ແລະ ການປັບຕົວວິຖີຊີວິດປະຊາຊົນ ບ້ານໂຄກສະຫວ່າງ ເມືອງສຸຂຸມາ ແຂວງຈໍາປາສັກ},
journal = {ວາລະສານ ວິທະຍາສາດທຳມະຊາດ},
year = {2025},
volume = {25},
number = {2},
pages = {112--118},
doi = {10.71026/sj.2025.02016}
}
EUVIMED