EUVIMEDEUVIMED entdecken
Crossref

ປັດໄຈທີ່ສົ່ງຜົນຕໍ່ການປ່ຽນແປງສັດລ້ຽງລູກດ້ວຍນົມໃນເຂດປ່າສະຫງວນແຫ່ງຊາດດົງພູວຽງ ແຂວງ ສະຫວັນນະເຂດ ສປປ ລາວ

Latsamy Phonesay, Khounphet Soudkongthong, Phouvanh Sonedavong, Yenta Sanouvong

ວາລະສານ ວິທະຍາສາດທຳມະຊາດ · 30.05.2025 · 25 (1) · 110-118

DOI: 10.71026/sj.2025.01014 ↗

Kurz gefasst

Fachartikel in der Zeitschrift ວາລະສານ ວິທະຍາສາດທຳມະຊາດ, online erschienen am 30.05.2025. Verfasst von Latsamy Phonesay und 3 weiteren Autor:innen.

AbstractBibliografische AngabenZitierenVerwandte Studien

Abstract (Originalsprache)

ການຄົ້ນຄວ້າຄັ້ງນີ້ ມີຈຸດປະສົງຫຼັກເພື່ອສຶກສາປັດໄຈທີ່ສົ່ງຜົນຕໍ່ການປ່ຽນແປງສັດລ້ຽງລູກດ້ວຍນົມໃນເຂດປ່າສະຫງວນແຫ່ງຊາດດົງພູວຽງ ແຂວງສະຫວັນນະເຂດ. ກຸ່ມເປົ້າໝາຍທີ່ໃຊ້ໃນການຄົ້ນຄວ້າຄັ້ງນີ້ໄດ້ແກ່ ພະນັກງານຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ພີນ, ເມືອງ ເຊໂປນ ແລະ ເມືອງ ນອງ, ໜ່ວຍງານຮັບຜິດຊອບຄຸ້ມຄອງປ່າສະຫງວນ ແລະ ສັດປ່ານາໆຊະນິດ, ລວມຈໍານວນ 24 ຄົນ (ການກຳຫນົດກຸ່ມຕົວຢ່າງໃຊ້ແບບເຈາະຈົງ ແລະ ແບ່ງແບບໂຄຕ້າ), ອໍານາດການປົກຄອງບ້ານ, ປະຊາຊົນທີ່ເຄີຍເຂົ້າໄປຫາຢູ່ຫາກິນໃນເຂດດັ່ງກ່າວນີ້ ແລະ ທີມງານອະນຸລັກສັດປ່າຂອງບ້ານ ຈໍານວນ 126 ຄົນ(ການກຳຫນົດກຸ່ມຕົວຢ່າງໃຊ້ແບບເຈາະຈົງ ແລະ ແບ່ງແບບໂຄຕ້າ) ລວມຈໍານວນທັງໝົດ 150 ຄົນ. ເຄື່ອງມືທີ່ໃຊ້ໃນການຄົ້ນຄວ້າຄັ້ງນີ້ເປັນແບບສອບຖາມ - ແບບສໍາພາດ ແລະ ການວິເຄາະຂໍ້ມູນໂດຍນໍາໃຊ້ໂປແກຣມສໍາເລັດຮູບ SPSS for windows ແລະ Microsoft Excel ເພື່ອວິເຄາະຫາຄ່າຄວາມຖີ, ເປີເຊັນ, ຄ່າ​ສະ​ເລ່ຍ, ຄ່າຜັນປ່ຽນ ແລະ ຄ່າຜັນປ່ຽນມາດຕະຖານ ແລະ ວິເຄາະຄວາມສໍາພັນ (Corelation) ລະຫວ່າງປັດໄຈທີ່ມີຜົນຕໍ່ການປ່ຽນແປງປະຊາກອນສັດປ່າລ້ຽງລູກດ້ວຍນົມ. ຜົນການວິໄຈພົບວ່າ: ປັດໄຈທີ່ມີຜົນຕໍ່ການປ່ຽນແປງສັດລ້ຽງລູກດ້ວຍນົມໃນເຂດປ່າສະຫງວນແຫ່ງຊາດ ດົງພູວຽງ ປະກອບດ້ວຍປັດໄຈຫຼັກໆ ໄດ້ແກ່ ການບຸກລຸກ ແລະ ການທໍາລາຍສະພາບແວດລ້ອມຂອງປ່າຊຶ່ງເປັນທີ່ຢູ່ອາໄສຂອງສັດປ່າ ຄິດເປັນເປີເຊັນຫຼາຍກວ່າໝູ່ ເທົ່າກັບ 39.32%, ຮອງລົງມາ ແມ່ນດ້ານການລັກລອບລ່າສັດປ່າຄິດເປັນເປີເຊັນເທົ່າກັບ 35.61% ແລະ ປັດໄຈທີ່ເກີດຈາກໄພທໍາມະຊາດສົ່ງຜົນຕໍ່ການປ່ຽນແປງສັດລ້ຽງລູກດ້ວຍນົມ ຄິດເປັນເປີເຊັນເທົ່າກັບ 25.07% ແລະ ອື່ນໆ ຕາມລໍາດັບ. ເມື່ອພິຈາລະນາເປັນລາຍດ້ານທີ່ມີຜົນກະທົບຕໍ່ການປ່ຽນແປງປະຊາກອນສັດປ່າລ້ຽງລູກດ້ວຍນົມ ເຫັນໄດ້ວ່າ ດ້ານການບຸກລຸກ ແລະ ການທໍາລາຍສະພາບແວດລ້ອມຂອງປ່າຊຶ່ງເປັນທີ່ຢູ່ອາໃສຂອງສັດປ່າ ໄດ້ແກ່ ການຂະຫຍາຍເນື້ອທີ່ການຜະລິດກະສິກຳ ຄິດເປັນເປີເຊັນເທົ່າກັບ 10.76%, ການຖາງປ່າເຮັດໄຮ່ ຫຼື ເຮັດສວນຂອງປະຊາຊົນກວມເອົາ 10.03%, ການຕັດໄມ້ທໍາລາຍປ່າ ຫຼື ການຂຸດຄົ້ນຜະລິດຕະພັນໄມ້ ກວມເອົາ 9.66%, ການເພີ່ມຂຶ້ນຂອງຈໍານວນປະຊາກອນເຮັດໃຫ້ມີການບໍລິໂພກ ແລະ ນໍາໃຊ້ພື້ນທີ່ເພື່ອເຮັດການຜະລິດ ແລະ ອື່ນໆ ຫຼາຍຂຶ້ນ ກວມເອົາ 9.12%, ການພັດທະນາຕົວເມືອງ ຫຼື ການພັດທະນາຊຸມຊົນ ກວມເອົາ 9.02%, ການສ້າງຂື່ອນ ຫຼື ອ່າງເກັບນໍ້າກວມເອົາ 7.75% ແລະ ອື່ນໆ, ຮອງລົງມາໄດ້ແກ່ການລັກລອບລ່າສັດປ່າເພື່ອໃຊ້ບໍລິໂພກໃນຄອບຄົວ ແລະ ເພື່ອການຄ້າ ຄິດເປັນເປີເຊັນເທົ່າກັບ 8.84% ແລະ 9.48% ເປັນຕົ້ນ ແລະ ຜົນກະທົບອັນເນື່ອງມາຈາກໄພທໍາມະຊາດໄດ້ແກ່ ໄຟໃໝ້ປ່າກວມເຖິງ 8.93%, ມີພາຍຸພັດຜ່ານ ກວມເຖິງ 3.92% ແລະ ນໍ້າຖ້ວມ 2.73% ຕາມລໍາດັບ, ເຊຶ່ງສົ່ງຜົນເຮັດໃຫ້ສະພາບພື້ນປ່າເສຍຫາຍ, ລະບົບນິເວດເກີດການປ່ຽນແປງສົ່ງຜົນໃຫ້ສັດປ່າລົມຫາຍຕາຍໄປ ແລະ ມີບາງຈໍາພວກກໍ່ໄດ້ເຄື່ອນຍ້າຍຖີ່ນທີ່ຢູ່ອາໃສໄປແຫ່ງອື່ນໆ ເຊິ່ງສົ່ງຜົນກະທົບເຮັດໃຫ້ຈໍານວນປະຊາກອນຂອງສັດປ່າລ້ຽງລູກດ້ວຍນົມໃນເຂດດັ່ງກ່າວນີ້ຫຼຸດລົງໃນແຕ່ລະປີ.

Zitieren

APA

Phonesay, L., Soudkongthong, K., Sonedavong, P., & Sanouvong, Y. (2025). ປັດໄຈທີ່ສົ່ງຜົນຕໍ່ການປ່ຽນແປງສັດລ້ຽງລູກດ້ວຍນົມໃນເຂດປ່າສະຫງວນແຫ່ງຊາດດົງພູວຽງ ແຂວງ ສະຫວັນນະເຂດ ສປປ ລາວ. ວາລະສານ ວິທະຍາສາດທຳມະຊາດ, 25(1), 110-118. https://doi.org/10.71026/sj.2025.01014

Vancouver

Phonesay L, Soudkongthong K, Sonedavong P, Sanouvong Y. ປັດໄຈທີ່ສົ່ງຜົນຕໍ່ການປ່ຽນແປງສັດລ້ຽງລູກດ້ວຍນົມໃນເຂດປ່າສະຫງວນແຫ່ງຊາດດົງພູວຽງ ແຂວງ ສະຫວັນນະເຂດ ສປປ ລາວ. ວາລະສານ ວິທະຍາສາດທຳມະຊາດ. 2025;25(1):110-118. doi:10.71026/sj.2025.01014

BibTeX
@article{Phonesay2025,
  author = {Phonesay, Latsamy and Soudkongthong, Khounphet and Sonedavong, Phouvanh and Sanouvong, Yenta},
  title = {ປັດໄຈທີ່ສົ່ງຜົນຕໍ່ການປ່ຽນແປງສັດລ້ຽງລູກດ້ວຍນົມໃນເຂດປ່າສະຫງວນແຫ່ງຊາດດົງພູວຽງ ແຂວງ ສະຫວັນນະເຂດ ສປປ ລາວ},
  journal = {ວາລະສານ ວິທະຍາສາດທຳມະຊາດ},
  year = {2025},
  volume = {25},
  number = {1},
  pages = {110--118},
  doi = {10.71026/sj.2025.01014}
}
Kostenlos starten →