ການປຽບທຽບຄຸນລັກສະນະ ແລະ ໂຄງສ້າງດ້ານເລຂາຄະນິດຂອງໄຫຫີນ ແຂວງຊຽງຂວາງ
ວາລະສານ ວິທະຍາສາດທຳມະຊາດ · 30.06.2024 · 23 (1) · 21-29
DOI: 10.71026/sj.202301004 ↗Kurz gefasst
Fachartikel in der Zeitschrift ວາລະສານ ວິທະຍາສາດທຳມະຊາດ, online erschienen am 30.06.2024. Verfasst von Sonexay Songvilay und 4 weiteren Autor:innen.
Abstract (Originalsprache)
ການສຶກສາຄັ້ງນີ້ແມ່ນມີຈຸດປະສົງ: ເພື່ອສໍາຫຼວດ, ວັດແທກ ແລະ ສຶກສາຄຸນລັກສະນະໂຄງສ້າງທາງດ້ານເລຂາຄະນິດຂອງໄຫຫີນແຕ່ລະຮູບຮ່າງ, ເພື່ອສ້າງສົມຜົນ ແລະ ຄິດໄລ່ສ່ວນຕ່າງໆຂອງໂຄງສ້າງໄຫ, ເພື່ອປຽບທຽບການມີລັກສະນະ ແລະ ໂຄງສ້າງທີ່ຄ້າຍຄືກັນ ຫຼື ຕ່າງກັນທາງດ້ານເລຂາຄະນິດຂອງໄຫຫີນແຕ່ລະແຫຼ່ງ. ວິທີການສຶກສາແມ່ນໄດ້ລົງເກັບກໍາຂໍ້ມູນດ້ວຍການສໍາຫຼວດ ແລະ ວັດແທກໄຫຫີນຕົວຈິງ ໄດ້ທັງໝົດ 8 ແຫຼ່ງ ແລະ ໄດ້ຂໍ້ມູນໄຫຫີນທັງໝົດ 76 ໄຫ ຄື: ທົ່ງໄຫຫີນບ້ານນາໂອ ຈຳນວນ 15 ໄຫ, ທົ່ງໄຫຫີນບ້ານຄັງໜອງຫຼວງ (ບ້ານພູເກັງ) ຈໍານວນ 7 ໄຫ, ທົ່ງໄຫຫີນບ້ານນາໂຄ້ຈຳນວນ 10 ໄຫ, ທົ່ງໄຫຫີນບ້ານຊຽງດີ ຈຳນວນ 10 ໄຫ, ທົ່ງໄຫຫີນບ້ານສອງຮັກ ຈຳນວນ 7 ໄຫ, ທົ່ງໄຫຫີນບ້ານສັກສອດ (ບ້ານນາຄວນ) ຈຳນວນ 1 ໄຫ, ທົ່ງໄຫຫີນບ້ານຜາແກ້ວ ຈຳນວນ 10 ໄຫ ແລະ ທົ່ງໄຫຫີນບ້ານນໍ້າຮົ່ມ ຈຳນວນ 16 ໄຫ; ຜົນການສຶກສາພົບວ່າ: ໄຫຫີນເປັນສະຖາປັດຕະຍະ ກຳພິເສດອັນໜຶ່ງທີ່ເຮັດດ້ວຍຫີນ ມີປະຫວັດຄວາມເປັນມາຢ່າງຍາວນານ, ສັງເກດເຫັນວ່າ ການສ້າງໄຫຫີນຂອງນັກສະຖາປານິກໃນເວລານັ້ນໄດ້ມີຫຼາຍຮູບຮ່າງ ຊຶ່ງມີການພົວພັນທາງດ້ານເລຂາຄະນິດຢ່າງຊັດເຈນ ແລະ ເຮັດໃຫ້ຮັບຮູ້ເຖິງ: ໂຄງສ້າງຂອງໄຫຫີນໃນແຕ່ລະຮູບຮ່າງ, ຄຸນລັກສະນະທີ່ຄືກັນ ແລະ ຕ່າງກັນທາງດ້ານເລ ຂາຄະນິດຂອງໄຫຫີນ, ການພົວພັນທາງດ້ານເລຂາຄະ ນິດກັບໂຄງສ້າງຕ່າງໆຂອງໄຫຫີນ; ສາມາດຈໍາແນກຈັດໝວດໄຫຫີນຕາມລັກສະນະໂຄງສ້າງທາງດ້ານເລຂາ ຄະນິດ ອອກເປັນ 10 ໝວດ ຄື: ໝວດໄຫຫີນທີ່ມີໂຄງສ້າງຂອງປາກໄຫເປັນຮູບວົງມົນ ຈໍານວນ 2 ໄຫ ແລະ ປາກໄຫເປັນຮູບແອນລິບ ຈໍານວນ 11 ໄຫ, ໝວດໄຫຫີນທີ່ມີໂຄງສ້າງເປັນຮູບໝ່ວຍມົນ ຈໍານວນ 1 ໄຫ, ຮູບທໍ່ກົມ ຈໍານວນ 14 ໄຫ, ຮູບທໍ່ລ່ຽມ (ຮູບທໍ່ສີ່ລ່ຽມ, ຮູບທໍ່ຫ້າລ່ຽມ) ຈໍານວນ 3 ໄຫ, ຮູບຈວຍກຸດ ຈໍານວນ 25 ໄຫ, ຮູບທາດລ່ຽມກຸດ ຈໍານວນ 9 ໄຫ, ຮູບທາດສີ່ລ່ຽມກຸດສະເໝີ ຈໍານວນ 7 ໄຫ, ຮູບທາດສາມລ່ຽມກຸດທ່ຽງ ຈໍານວນ 3 ໄຫ ແລະ ຮູບທາດສີ່ລ່ຽມກຸດຮູບດອກຈັນ ຈໍານວນ 1 ໄຫ; ສາມາດກໍານົດສົມຜົນສຳຄັນ ຂອງ ໂຄງສ້າງໄຫຫີນໄດ້ທັງໝົດ 11 ສົມຜົນ ໂດຍມີສົມຜົນວົງວົງ 6 ສົມຜົນ, ສົມຜົນແອນລິບ 5 ສົມຜົນ, ຄິດໄລ່ເນື້ອທີ່ຕ່າງໆຂອງໄຫຫີນໄດ້ 20 ໄຫ ແລະ ຄິດໄລ່ບໍລິມາດຂອງໄຫຫີນໄດ້ 25 ໄຫ.
Zitieren
APA
Songvilay, S., Saybounheaung, T., Phanalasy, O., Sirisack, S., & Inthavone, K. (2024). ການປຽບທຽບຄຸນລັກສະນະ ແລະ ໂຄງສ້າງດ້ານເລຂາຄະນິດຂອງໄຫຫີນ ແຂວງຊຽງຂວາງ. ວາລະສານ ວິທະຍາສາດທຳມະຊາດ, 23(1), 21-29. https://doi.org/10.71026/sj.202301004
Vancouver
Songvilay S, Saybounheaung T, Phanalasy O, Sirisack S, Inthavone K. ການປຽບທຽບຄຸນລັກສະນະ ແລະ ໂຄງສ້າງດ້ານເລຂາຄະນິດຂອງໄຫຫີນ ແຂວງຊຽງຂວາງ. ວາລະສານ ວິທະຍາສາດທຳມະຊາດ. 2024;23(1):21-29. doi:10.71026/sj.202301004
BibTeX
@article{Songvilay2024,
author = {Songvilay, Sonexay and Saybounheaung, Thongsouk and Phanalasy, Oudone and Sirisack, Sackmone and Inthavone, Khamphou},
title = {ການປຽບທຽບຄຸນລັກສະນະ ແລະ ໂຄງສ້າງດ້ານເລຂາຄະນິດຂອງໄຫຫີນ ແຂວງຊຽງຂວາງ},
journal = {ວາລະສານ ວິທະຍາສາດທຳມະຊາດ},
year = {2024},
volume = {23},
number = {1},
pages = {21--29},
doi = {10.71026/sj.202301004}
}
EUVIMED