ການປັບຕົວ ແລະ ແຜນຮັບມືການປ່ຽນແປງດິນຟ້າອາກາດ ທີ່ມີຜົນກະທົບຕໍ່ປະຊາຊົນເຂດພາກເໜືອຂອງລາວ, ກໍລະນີສຶກສາ ເມືອງໄຊ ແລະ ເມືອງຫຼາ ແຂວງອຸດົມໄຊ
ວາລະສານ ວິທະຍາສາດທຳມະຊາດ · 11.06.2026 · 26 (1) · 102-189
DOI: 10.71026/sj.2026.0112 ↗Kurz gefasst
Fachartikel in der Zeitschrift ວາລະສານ ວິທະຍາສາດທຳມະຊາດ, online erschienen am 11.06.2026. Verfasst von Khantavanh INTHAVONG und 4 weiteren Autor:innen.
Abstract (Originalsprache)
ແຂວງອຸດົມໄຊ ປະກອບມີ 7 ເມືອງ ເຊັ່ນ: ເມືອງໄຊ, ເມືອງຫຼາ, ເມືອງນາໝໍ້, ເມືອງງາ, ເມືອງແບ່ງ, ເມືອງຮຸນ ແລະ ເມືອງປາກແບງ, ມີ 51 ກຸ່ມບ້ານ ມີ 468 ບ້ານ, ໃນນີ້: ບ້ານໃນຕົວເມືອງ ມີ 58 ບ້ານ ກວມເອົາ 12%, ບ້ານຊົນນະບົດມີເສັ້ນທາງ ມີ 297 ບ້ານກວມເອົາ 63% ແລະ ບ້ານຊົນນະບົດທີ່ບໍ່ມີເສັ້ນທາງ ມີ 113 ບ້ານ ກວມເອົາ 24%; ມີຄົວເຮືອນທັງໝົດ 62.741 ຄົວເຮືອນ, ໃນນີ້: ຄົວເຮືອນຕົວເມືອງ 14.917 ຄົວເຮືອນ ກວມເອົາ 24%, ຄົວເຮືອນຊົນນະບົດມີເສັ້ນທາງ 37.532 ຄົວເຮືອນ ກວມ 60% ແລະ ຄົວເຮືອນຊົນນະບົດ ບໍ່ມີເສັ້ນທາງ 10.292 ຄົວເຮືອນ ກວມເອົາ 16% ມີພົນລະເມືອງທັງໝົດ 342.595 ຄົນ, ຍິງ 173.281 ຄົນ ກວມ 51%, ລະດັບຄວາມໜາແໜ້ນຂອງພົນລະເມືອງ ສະ ເລ່ຍແມ່ນ 22 ຄົນ/km². ສາມາດຄາດຄະເນລວມຍອດຜະລິດຕະພັນພາຍໃນ (GDP) ໃນປີ 2022 ຂະຫຍາຍຕົວໃນລະດັບ 3.98% (ມະຕິສະພາ 4.75%), ລວມມູນຄ່າຕາມລາຄາປີປັດຈຸບັນ 7.888,22 ຕື້ກີບ (ມະຕິສະພາ 6.025,47 ຕື້ກີບ), ສະເລ່ຍຕໍ່ຫົວຄົນໄດ້ 1.541 ໂດລາສະຫະລັດ/ຄົນ. ການປ່ຽນແປງດິນຟ້າດິນຟ້າອາກາດເປັນບັນຫາໃຫຍ່ທາງດ້ານສິ່ງແວດລ້ອມທີ່ເກີດຂຶ້ນທົ່ວໂລກ ລວມທັງປະເທດລາວເຮົາທີ່ກໍາລັງພົບກັບບັນຫາດັ່ງກ່າວນີ້ຢູ່ ເຊິ່ງມັນໄດ້ສົ່ງຜົນກະທົບຕໍ່ການຜະລິດສະບຽງອາ ຫານ ແລະ ຕໍ່ເສດຖະກິດອື່ນໆອີກຢ່າງຫຼວງຫຼາຍ. ການຫຼຸດປະລິມານການປ່ອຍແກສເຮືອນແກ້ວ ທີ່ກໍ່ ໃຫ້ເກີດພາວະໂລກຮ້ອນ ຫຼື ອຸນຫະພູມໃນຊັ້ນບັນ ຍາກາດຂອງໂລກສູງຂຶ້ນ ເຮັດໃຫ້ເກີດການປ່ຽນແປງສະພາບດິນຟ້າອາກາດທີ່ສົ່ງຜົນໃຫ້ສະຖານະການ ແລະ ແນວໂນ້ມຄວາມເສື່ອມໂຊມຂອງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ທະວີຄວາມຮຸນແຮງຂຶ້ນ ໂດຍສະເພາະບັນຫາມົນລະພິດທາງອາ ກາດ, ອຸນຫະພູມໂລກທີ່ຮ້ອນຂຶ້ນ, ການເຊາະເຈື່ອນເຂດຕາຝັ່ງແມ່ນໍ້າ, ໄພແຫ້ງແລ້ງ ແລະ ໄພພິບັດນໍ້າຖ້ວມ. ປັດຈຸບັນ, ມີແນວໂນ້ມຂອງການເກີດໄພພິບັດທາງທຳມະຊາດທີ່ມີຄວາມຮຸນແຮງເພີ່ມຂຶ້ນ ເຊິ່ງເປັນຜົນຈາກການປ່ຽນແປງຂອງສະພາບຂອງດິນຟ້າອາ ກາດ ແລະ ພາວະໂລກຮ້ອນ ໃນປະເທດລາວ ທີ່ຕັ້ງອຸນຫະ ພູມມີອາກາດຮ້ອນຂຶ້ນ ແລະ ໄດ້ຮັບອິດທິພົນຈາກລົມມໍລະສຸມເກືອບຕະຫຼອດປີ ເຮັດໃຫ້ມີຝົນ ຕົກໜັກ ແລະ ຕໍ່ເນື່ອງ. ໄພພິບັດທີ່ເກີດຂຶ້ນຈາກໄພນໍ້າຖ້ວມ, ການປ່ຽນແປງດິນຟ້າອາກາດກໍ່ໃຫ້ເກີດໄພແຫ້ງແລ້ງ, ໄຟໄໝ້ປ່າ ແລະ ໄພພິບັດນໍ້າຖ້ວມ ເຊິ່ງມີຜົນກະທົບໂດຍກົງຕໍ່ສຸຂະພາບ ເຮັດໃຫ້ເກີດພະຍາດ, ໄຟຟ້າຊ໊ອດ, ການຈົມນໍ້າ ລວມທັງຜົນກະທົບດ້ານຈິດໃຈ. ໂດຍສະເພາະແມ່ນເຫດການທີ່ເກີດຂຶ້ນຢູ່ແຂວງອຸດົມໄຊ ວັນທີ 16 ກັນຍາ 2022 ທີ່ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງທີ່ສຸດໃນຮອບ 37 ປີ (1985-2022) ເຮັດໃຫ້ປະຊາຊົນພາຍໃນເມືອງໄຊ ແລະ ເມືອງຫຼາ ໄດ້ຮັບຜົນກະທົບ 69 ບ້ານ, 2.283 ຫຼັງຄາເຮືອນ, ຈໍານວນ 12.079 ຄົນ, ເສຍຊີວິດ 1 ຄົນ, ຫາຍສາບສູນ 1 ຄົນ ແລະ ບາດເຈັບ 5 ຄົນ. ການປັບຕົວໃຫ້ຢູ່ລອດ ແລະ ວາງແຜນເພື່ອກຽມຄວາມພ້ອມຮັບມືກັບໄພພິບັດ ສາມາດເພິ່ງພາຕົນເອງໄດ້ ເຊິ່ງເປັນສິ່ງທີ່ສໍາຄັນ. ການວາງແຜນຮັບມືທີ່ດີຈະເຮັດໃຫ້ຄວາມຮຸນແຮງຈາກໄພພິບັດຫຼຸດລົງ. ເຖິງຢ່າງ ໃດກໍ່ຕາມ, ປັດໄຈທີ່ກ່ຽວກັບຄວາມຮູ້ ແລະ ພຶດຕິກຳໃນການກຽມຄວາມພ້ອມໃນປະເທດລາວ ຍັງມີການສຶກສາຢູ່ໜ້ອຍຫຼາຍ. ປະຊາຊົນໃນແຂວງອຸດົມໄຊ ຍັງມີການປຸກສ້າງເຮືອນຊານລຽບຕາມສັນພູ ແລະ ລຽບຕາມແມ່ນໍ້າ ເຊິ່ງມີຄວາມສ່ຽງຖືກຜົນກະທົບຢ່າງຮ້າຍແຮງ.
Zitieren
APA
INTHAVONG, K., SISANETH, S., CHANTHIKOUN, K., MALAVONG, B., & DEUANMANY, C. (2026). ການປັບຕົວ ແລະ ແຜນຮັບມືການປ່ຽນແປງດິນຟ້າອາກາດ ທີ່ມີຜົນກະທົບຕໍ່ປະຊາຊົນເຂດພາກເໜືອຂອງລາວ, ກໍລະນີສຶກສາ ເມືອງໄຊ ແລະ ເມືອງຫຼາ ແຂວງອຸດົມໄຊ. ວາລະສານ ວິທະຍາສາດທຳມະຊາດ, 26(1), 102-189. https://doi.org/10.71026/sj.2026.0112
Vancouver
INTHAVONG K, SISANETH S, CHANTHIKOUN K, MALAVONG B, DEUANMANY C. ການປັບຕົວ ແລະ ແຜນຮັບມືການປ່ຽນແປງດິນຟ້າອາກາດ ທີ່ມີຜົນກະທົບຕໍ່ປະຊາຊົນເຂດພາກເໜືອຂອງລາວ, ກໍລະນີສຶກສາ ເມືອງໄຊ ແລະ ເມືອງຫຼາ ແຂວງອຸດົມໄຊ. ວາລະສານ ວິທະຍາສາດທຳມະຊາດ. 2026;26(1):102-189. doi:10.71026/sj.2026.0112
BibTeX
@article{INTHAVONG2026,
author = {INTHAVONG, Khantavanh and SISANETH, Souklaty and CHANTHIKOUN, Kone and MALAVONG, Banchai and DEUANMANY, Chanthanom},
title = {ການປັບຕົວ ແລະ ແຜນຮັບມືການປ່ຽນແປງດິນຟ້າອາກາດ ທີ່ມີຜົນກະທົບຕໍ່ປະຊາຊົນເຂດພາກເໜືອຂອງລາວ, ກໍລະນີສຶກສາ ເມືອງໄຊ ແລະ ເມືອງຫຼາ ແຂວງອຸດົມໄຊ},
journal = {ວາລະສານ ວິທະຍາສາດທຳມະຊາດ},
year = {2026},
volume = {26},
number = {1},
pages = {102--189},
doi = {10.71026/sj.2026.0112}
}
EUVIMED