EUVIMEDEUVIMED entdecken
Crossref

ການຈັດການຮຽນການສອນແບບສືບຄົ້ນຫາຄວາມຮູ້ (5E) ວິຊາພາສາລາວ ເພື່ອສົ່ງເສີມການຄິດວິເຄາະ ສໍາລັບນັກຮຽນລະດັບຊັ້ນ ມ.3 ໂຮງຮຽນມັດທະຍົມສົມບູນສາທິດ

Vandthong NANTHAVONG, Kongsy CHOUNLAMANY, Phonesavanh KHAMKIENGYOM, Phaivone NUNTHAVONG, Bounlay THIAOMALONGVONG

ວາລະສານວິທະຍາສາດສັງຄົມ · 10.10.2026 · 26 (2) · 86-94

DOI: 10.71026/ssj.v26i2.184 ↗

Kurz gefasst

Fachartikel in der Zeitschrift ວາລະສານວິທະຍາສາດສັງຄົມ, online erschienen am 10.10.2026. Verfasst von Vandthong NANTHAVONG und 4 weiteren Autor:innen.

AbstractBibliografische AngabenZitierenVerwandte Studien

Abstract (Originalsprache)

ການວິໄຈຄັ້ງນີ້ມີຈຸດປະສົງເພື່ອ: 1) ສຶກສາປະສິດທິ ພາບຂອງບົດສອນວິຊາພາສາລາວ ໂດຍນໍາໃຊ້ການສອນແບບສືບຄົ້ນຫາຄວາມຮູ້ (5E) ໃຫ້ມີປະສິດທິພາບຕາມເກນ 80/80; 2) ສຶກສາດັດຊະນີປະສິດທິຜົນ (E.I) ຂອງການຮຽນ ແລະ 3) ສຶກສາຄວາມເພິ່ງພໍໃຈຂອງນັກຮຽນຕໍ່ກັບການຈັດການຮຽນ-ການສອນແບບ 5E. ການວິໄຈຄັ້ງນີ້ເປັນການວິໄຈແບບທົດລອງ (Quasi-Experimental Design), ກຸ່ມຕົວຢ່າງທີ່ໃຊ້ແມ່ນນັກຮຽນຊັ້ນ ມ.3/1 ໂຮງຮຽນມັດທະຍົມສົມບຸນສາທິດ ຈຳນວນ 56 ຄົນ, ໄດ້ມາໂດຍວິທີເລືອກແບບເຈາະຈົງ (Purposive Sampling). ເຄື່ອງມືທີ່ໃຊ້ໃນການວິໄຈປະກອບມີ: ບົດສອນຈຳນວນ 5 ບົດ (15 ຊົ່ວໂມງ), ແບບທົດສອບວັດຜົນສຳເລັດການຄິດວິເຄາະ ແລະ ແບບສອບຖາມຄວາມເພິ່ງພໍໃຈ. ສະຖິຕິທີ່ໃຊ້ໃນການວິເຄາະຂໍ້ມູນຄື: ສ່ວນຮ້ອຍ (%), ຄ່າສະເລ່ຍ (Mean) ແລະ ສ່ວນບ່ຽງເບນມາດຕະຖານ (S.D.). ຜົນການວິໄຈພົບວ່າ: 1) ປະສິດທິພາບຂອງບົດສອນແບບສືບຄົ້ນຫາຄວາມຮູ້ (5E) ວິຊາພາສາລາວມີຄ່າປະສິດທິພາບ ( ) ເທົ່າກັບ 85.52/86.13ຊຶ່ງສູງກວ່າເກນ 80/80 ທີ່ກຳນົດໄວ້. 2) ດັດຊະນີປະສິດທິຜົນ (E.I) ຂອງການຈັດການຮຽນຮູ້ນີ້ ມີຄ່າເທົ່າກັບ 0.80 ສະແດງວ່ານັກຮຽນມີຄວາມຮູ້ເພີ່ມຂຶ້ນຄິດເປັນສ່ວນຮ້ອຍເທົ່າກັບ 80.00%. 3) ຄວາມເພິ່ງພໍໃຈຂອງນັກຮຽນຕໍ່ການຈັດການຮຽນ-ການສອນແບບ 5E ໂດຍລວມແມ່ນຢູ່ໃນລະດັບ ຫຼາຍ ( = 4.30, S.D. = 0.50).

Zitieren

APA

NANTHAVONG, V., CHOUNLAMANY, K., KHAMKIENGYOM, P., NUNTHAVONG, P., & THIAOMALONGVONG, B. (2026). ການຈັດການຮຽນການສອນແບບສືບຄົ້ນຫາຄວາມຮູ້ (5E) ວິຊາພາສາລາວ ເພື່ອສົ່ງເສີມການຄິດວິເຄາະ ສໍາລັບນັກຮຽນລະດັບຊັ້ນ ມ.3 ໂຮງຮຽນມັດທະຍົມສົມບູນສາທິດ. ວາລະສານວິທະຍາສາດສັງຄົມ, 26(2), 86-94. https://doi.org/10.71026/ssj.v26i2.184

Vancouver

NANTHAVONG V, CHOUNLAMANY K, KHAMKIENGYOM P, NUNTHAVONG P, THIAOMALONGVONG B. ການຈັດການຮຽນການສອນແບບສືບຄົ້ນຫາຄວາມຮູ້ (5E) ວິຊາພາສາລາວ ເພື່ອສົ່ງເສີມການຄິດວິເຄາະ ສໍາລັບນັກຮຽນລະດັບຊັ້ນ ມ.3 ໂຮງຮຽນມັດທະຍົມສົມບູນສາທິດ. ວາລະສານວິທະຍາສາດສັງຄົມ. 2026;26(2):86-94. doi:10.71026/ssj.v26i2.184

BibTeX
@article{NANTHAVONG2026,
  author = {NANTHAVONG, Vandthong and CHOUNLAMANY, Kongsy and KHAMKIENGYOM, Phonesavanh and NUNTHAVONG, Phaivone and THIAOMALONGVONG, Bounlay},
  title = {ການຈັດການຮຽນການສອນແບບສືບຄົ້ນຫາຄວາມຮູ້ (5E) ວິຊາພາສາລາວ ເພື່ອສົ່ງເສີມການຄິດວິເຄາະ ສໍາລັບນັກຮຽນລະດັບຊັ້ນ ມ.3 ໂຮງຮຽນມັດທະຍົມສົມບູນສາທິດ},
  journal = {ວາລະສານວິທະຍາສາດສັງຄົມ},
  year = {2026},
  volume = {26},
  number = {2},
  pages = {86--94},
  doi = {10.71026/ssj.v26i2.184}
}
Kostenlos starten →