EUVIMEDEUVIMED entdecken
Crossref

ໂມເດວການພັດທະນາສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ແບບຍືນຍົງ ໃນບໍລິບົດນະຄອນຫຼວງວຽງຈັນ: ການວິເຄາະສູ່ຮູບແບບ LSDO Model

Leebee Buapao, Khammany Soulideth, Saythong Phommavong

ວາລະສານວິທະຍາສາດສັງຄົມ · 15.08.2026 · 1 (1) · 166-175

DOI: 10.71026/ssj.v1i1.186 ↗

Kurz gefasst

Fachartikel in der Zeitschrift ວາລະສານວິທະຍາສາດສັງຄົມ, online erschienen am 15.08.2026. Verfasst von Leebee Buapao und 2 weiteren Autor:innen.

AbstractBibliografische AngabenZitierenVerwandte Studien

Abstract (Originalsprache)

ການຄົ້ນຄວ້າວິໄຈຄັ້ງນີ້ມີຈຸດປະສົງເພື່ອ: 1) ວິເຄາະຂະບວນການພັດທະນາສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ(ODOP) ແບບຍືນຍົງ ຢູ່ນະຄອນຫຼວງວຽງຈັນ; 2) ສຶກສາທ່າແຮງ ແລະ ອຸປະສັກໃນການພັດທະນາຮູບແບບການຜະລິດສິນຄ້າ ODOP ອອກສູ່ຕະຫຼາດ; ແລະ 3) ສະເໜີແນວທາງ ແລະ ຮູບແບບການສົ່ງເສີມການຜະລິດ ສິນຄ້າ ODOP ຢູ່ນະຄອນຫຼວງວຽງຈັນ ສປປ ລາວ ໃນຕໍ່ໜ້າ. ການສຶກສານີ້ໃຊ້ວິທີການຄົ້ນຄວ້າແບບຄຸນນະພາບ (Qualitative Research) ໂດຍຜ່ານການເກັບກຳຂໍ້ມູນ ຈາກການສຳພາດເຈາະເລິກ (In-depth Interview), ການສົນທະນາກຸ່ມ (Focus Group Discussion: FGD), ແລະ ການສັງເກດການພາກສະໜາມ (Observation). ກຸ່ມເປົ້າໝາຍທີ່ເລືອກແບບເຈາະຈົງ (Purposive Sampling) ມີຈຳນວນທັງໝົດ 29 ທ່ານ ປະກອບດ້ວຍຕົວແທນຜູ້ປະກອບການ, ສະຖາບັນການເງິນ, ກອງທຶນ, ສະມາຄົມ ແລະ ເຈົ້າໜ້າທີ່ລັດຂັ້ນສູງຈາກກະຊວງອຸດສາຫະກຳ ແລະ ການຄ້າ. ເຄື່ອງມືການວິໄຈໄດ້ຜ່ານການກວດສອບຄຸນນະພາບດ້ວຍຄ່າດັດສະນີ IOC ຈາກຜູ້ຊ່ຽວຊານ 5 ທ່ານ. ການວິເຄາະຂໍ້ມູນໃຊ້ວິທີການວິເຄາະເນື້ອໃນ (Content Analysis) ຮ່ວມກັບການວິເຄາະ SWOT-Like ແລະ ຢັ້ງຢືນຄວາມໜ້າເຊື່ອຖືດ້ວຍການກວດສອບຂໍ້ມູນແບບສາມເສົ້າ(Triangulation). ຜົນການສຶກສາພົບວ່າຂະບວນການພັດທະນາສິນຄ້າ ODOP ຢູ່ນະຄອນຫຼວງວຽງຈັນ ປະເຊີນກັບຄວາມທ້າທາຍອັນໃຫຍ່ຫຼວງດ້ານຕົ້ນທຶນການຜະລິດທີ່ສູງ ແລະ ກຳແພງມາດຕະຖານໃໝ່ ໂດຍສະເພາະຂໍ້ຕົກລົງກາໝາຍຫັດຖະກຳແຫ່ງຊາດ ປີ 2024 ເຊິ່ງສ້າງຄວາມຫຍຸ້ງຍາກໃຫ້ແກ່ MSMEs. ບັນຫາດ້ານແຫຼ່ງທຶນ, ຄວາມຮູ້ດ້ານເຕັກໂນໂລຊີ, ການຕະຫຼາດ ແລະ ການສ້າງແບຣນ ຍັງຄົງເປັນອຸປະສັກຫຼັກ. ເພື່ອແກ້ໄຂບັນຫາດັ່ງກ່າວ, ຜູ້ຄົ້ນຄວ້າໄດ້ສັງເຄາະ ແລະ ສະເໜີໂມເດວ “Leebee’s SDO Model (LSDO Model)” ທີ່ປະກອບດ້ວຍ 3 ເສົາຄ້ຳຫຼັກຄື: 1) ການຍົກລະດັບມາດຕະຖານ (Standardization); 2) ການຫັນເປັນດີຈີຕອນ (Digital Transformation); ແລະ 3) ການສ້າງຈຸດເດັ່ນຂອງເມືອງ (One District One Identity) ໂດຍຮອງຮັບດ້ວຍຫຼັກການບໍລິຫານແບບ Bottom-up, ສ່ວນປະສົມການຕະຫຼາດ 7Ps, ແລະ ການສ້າງເລື່ອງລາວ (Storytelling). ໂມເດວນີ້ຈະເປັນແນວທາງສຳຄັນໃນການປົດລັອກສັກກະຍະພາບຂອງສິນຄ້າ ODOP ລາວ ໃຫ້ສາມາດແຂ່ງຂັນໄດ້ໃນລະດັບສາກົນ ແລະ ສ້າງຄວາມຍືນຍົງໃຫ້ແກ່ເສດຖະກິດຖານຮາກ.

Zitieren

APA

Buapao, L., Soulideth, K., & Phommavong, S. (2026). ໂມເດວການພັດທະນາສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ແບບຍືນຍົງ ໃນບໍລິບົດນະຄອນຫຼວງວຽງຈັນ: ການວິເຄາະສູ່ຮູບແບບ LSDO Model. ວາລະສານວິທະຍາສາດສັງຄົມ, 1(1), 166-175. https://doi.org/10.71026/ssj.v1i1.186

Vancouver

Buapao L, Soulideth K, Phommavong S. ໂມເດວການພັດທະນາສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ແບບຍືນຍົງ ໃນບໍລິບົດນະຄອນຫຼວງວຽງຈັນ: ການວິເຄາະສູ່ຮູບແບບ LSDO Model. ວາລະສານວິທະຍາສາດສັງຄົມ. 2026;1(1):166-175. doi:10.71026/ssj.v1i1.186

BibTeX
@article{Buapao2026,
  author = {Buapao, Leebee and Soulideth, Khammany and Phommavong, Saythong},
  title = {ໂມເດວການພັດທະນາສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ແບບຍືນຍົງ ໃນບໍລິບົດນະຄອນຫຼວງວຽງຈັນ: ການວິເຄາະສູ່ຮູບແບບ LSDO Model},
  journal = {ວາລະສານວິທະຍາສາດສັງຄົມ},
  year = {2026},
  volume = {1},
  number = {1},
  pages = {166--175},
  doi = {10.71026/ssj.v1i1.186}
}
Kostenlos starten →