ວິເຄາະປະສິດທິພາບການໃຫ້ບໍລິການ 5G ໃນນະຄອນຫຼວງວຽງຈັນ
ວາລະສານວິທະຍາສາດສັງຄົມ · 15.08.2026 · 1 (1) · 142-149
DOI: 10.71026/ssj.v1i1.179 ↗Kurz gefasst
Fachartikel in der Zeitschrift ວາລະສານວິທະຍາສາດສັງຄົມ, online erschienen am 15.08.2026. Verfasst von Happy Sanoukphon und 1 weiteren Autor:innen.
Abstract (Originalsprache)
ການຄົ້ນຄວ້າວິໄຈຄັ້ງນີ້ມີຈຸດປະສົງຫຼັກເພື່ອວັດແທກ ແລະ ວິເຄາະປະສິດທິພາບທາງເຕັກນິກຂອງເຄືອຂ່າຍ 5G ໃນນະຄອນຫຼວງວຽງຈັນ ໂດຍການປະເມີນຕົວຊີ້ວັດຄຸນນະພາບການບໍລິການ (QoS) ປະກອບດ້ວຍ: ຄວາມແຮງຂອງສັນຍານ (RSRP), ຄຸນນະພາບສັນຍານ (SINR), ອັດຕາການຮັບ-ສົ່ງຂໍ້ມູນ (Throughput: Download/Upload) ແລະ ຄ່າຄວາມໜ່ວງເວລາ (Latency). ພ້ອມທັງປຽບທຽບຜົນການວັດແທກກັບເກນມາດຕະຖານ IMT-2020 ແລະ 3GPP ຂອງ ITU-R M.2083 ແລະ ວິເຄາະປັດໄຈດ້ານສະພາບແວດລ້ອມທາງກາຍະພາບທີ່ມີຜົນກະທົບຕໍ່ຄວາມສະຖຽນຂອງສັນຍານ. ວິທີການສຶກສາແມ່ນການວິໄຈແບບປະລິມານ (Quantitative Research) ໂດຍໃຊ້ການທົດສອບພາກສະໜາມ (Field Measurement) ຜ່ານເຄື່ອງມື Asencoz (Ascom Network Testing) ແລະ ສະມາດໂຟນ. ການເກັບຂໍ້ມູນໄດ້ແບ່ງພື້ນທີ່ທົດລອງອອກເປັນ 3 ຮູບແບບ (Scenarios) ໄດ້ແກ່: ເຂດຊຸມຊົນໜາແໜ້ນ, ເຂດຕຶກອາຄານສູງ ແລະ ເຂດພື້ນທີ່ໂລ່ງ ຢູ່ທີ່ໄລຍະຫ່າງ 300 ແມັດ, 500 ແມັດ, ແລະ 1,000 ແມັດ ຈາກສະຖານີຖານ. ໃນແຕ່ລະຈຸດໄດ້ເກັບຂໍ້ມູນຊ້ຳ 10 ຄັ້ງ ລວມທັງໝົດ 90 ຊຸດຂໍ້ມູນ ເພື່ອນຳມາຫາຄ່າສະເລ່ຍທາງສະຖິຕິ. ຜົນການສຶກສາພົບວ່າ ຄຸນນະພາບການບໍລິການ 5G ໃນນະຄອນຫຼວງວຽງຈັນ ໂດຍລວມແມ່ນຢູ່ໃນລະດັບ "ດີພໍໃຊ້". ຢ່າງໃດກໍຕາມ, ຄ່າຕົວຊີ້ວັດທາງເຕັກນິກຍັງມີລະດັບຕ່ຳກວ່າມາດຕະຖານສູງສຸດຂອງ IMT-2020/3GPP ຍ້ອນຂໍ້ຈຳກັດດ້ານໂຄງລ່າງພື້ນຖານ ແລະ ຄວາມໜາແໜ້ນຂອງສະຖານີຖານ. ໄລຍະຫ່າງຈາກສະຖານີຖານ ແລະ ສິ່ງກີດຂວາງທາງກາຍະພາບ (ຕຶກອາຄານສູງ ແລະ ບ້ານເຮືອນ) ມີຄວາມສຳພັນທາງລົບກັບຄຸນນະພາບສັນຍານຢ່າງມີໄນສຳຄັນ ເຊິ່ງເຮັດໃຫ້ເກດປະກົດການ Shadowing Effect ແລະ Path Loss ທີ່ສົ່ງຜົນໃຫ້ Throughput ຫຼຸດລົງ ແລະ Latency ເພີ່ມຂຶ້ນເມື່ອໄລຍະຫ່າງເພີ່ມຂຶ້ນ ຫຼື ເມື່ອມີຕຶກອາຄານບັງສັນຍານ. ຜົນການວິໄຈນີ້ສາມາດນຳໄປໃຊ້ເປັນຂໍ້ມູນອ້າງອີງສຳລັບຜູ້ໃຫ້ບໍລິການໂທລະຄົມມະນາຄົມໃນການວາງແຜນ ແລະ ປັບປຸງເຄືອຂ່າຍ 5G ໃນ ສປປ ລາວ ຕໍ່ໄປ.
Zitieren
APA
Sanoukphon, H., & Chanthaminavong, S. (2026). ວິເຄາະປະສິດທິພາບການໃຫ້ບໍລິການ 5G ໃນນະຄອນຫຼວງວຽງຈັນ. ວາລະສານວິທະຍາສາດສັງຄົມ, 1(1), 142-149. https://doi.org/10.71026/ssj.v1i1.179
Vancouver
Sanoukphon H, Chanthaminavong S. ວິເຄາະປະສິດທິພາບການໃຫ້ບໍລິການ 5G ໃນນະຄອນຫຼວງວຽງຈັນ. ວາລະສານວິທະຍາສາດສັງຄົມ. 2026;1(1):142-149. doi:10.71026/ssj.v1i1.179
BibTeX
@article{Sanoukphon2026,
author = {Sanoukphon, Happy and Chanthaminavong, Saengratsamee},
title = {ວິເຄາະປະສິດທິພາບການໃຫ້ບໍລິການ 5G ໃນນະຄອນຫຼວງວຽງຈັນ},
journal = {ວາລະສານວິທະຍາສາດສັງຄົມ},
year = {2026},
volume = {1},
number = {1},
pages = {142--149},
doi = {10.71026/ssj.v1i1.179}
}
EUVIMED