EUVIMEDEUVIMED entdecken
Crossref

ປັດໄຈທີ່ກຳນົດການຕັດສິນໃຈປ່ຽນແປງການໃຊ້ທີ່ດິນຈາກນາເຂົ້າໄປສູ່ການປູກພືດຊະນິດອື່ນ: ກໍລະນີສຶກສາ ເມືອງໄຊທານີ ນະຄອນຫຼວງວຽງຈັນ

Sengdeuane SIVILAY, Sivilay Keobountham, Somkhit BOULIDAM

ວາລະສານວິທະຍາສາດສັງຄົມ · 15.08.2026 · 1 (1) · 55-65

DOI: 10.71026/ssj.v1i1.161 ↗

Kurz gefasst

Fachartikel in der Zeitschrift ວາລະສານວິທະຍາສາດສັງຄົມ, online erschienen am 15.08.2026. Verfasst von Sengdeuane SIVILAY und 2 weiteren Autor:innen.

AbstractBibliografische AngabenZitierenVerwandte Studien

Abstract (Originalsprache)

ການສຶກສານີ້ມີຈຸດປະສົງເພື່ອວິເຄາະປັດໄຈທີ່ກຳນົດການຕັດສິນໃຈ ແລະ ການປ່ຽນແປງການໃຊ້ທີ່ດິນຈາກນາເຂົ້າໄປສູ່ການປູກພືດທາງເລືອກຂອງຊາວກະສິກອນ ຢູ່ເມືອງໄຊທານີ ນະຄອນ ຫຼວງວຽງຈັນ. ການສຶກສານີ້ ໃຊ້ລະບຽບວິທີວິໄຈແບບປະສົມປະສານລະຫວ່າງການວິເຄາະຂໍ້ມູນປະລິມານ ແລະ ຄຸນນະພາບ. ການເກັບກໍາຂໍ້ມູນປະຖົມມະພູມປະກອບດ້ວຍ 3 ພາກສ່ວນ: (1) ສົນທະນາກຸ່ມ ແລະ ສໍາພາດຜູ້ໃຫ້ຂໍ້ມູນສຳຄັນ: ຜູ້ນຳຊຸມຊົນ (ນາຍບ້ານ) ຈຳນວນ 3 ບ້ານເປົ້າໝາຍ (ບ້ານດົງຄວາຍ, ບ້ານໂນນແຕ້ ແລະ ບ້ານລາດຄວາຍ) ເພື່ອເກັບກຳຂໍ້ມູນ ທາງເສດຖະກິດ-ສັງຄົມ ແລະ ການປ່ຽນແປງການໃຊ້ທີ່ດິນໃນໄລຍະປີ 2021–2025; (2) ສອບຖາມຊາວກະສິກອນ 328 ຄອບຄົວ, ພ້ອມທັງສຳພາດເຈາະຈົງກຸ່ມຕົວຢ່າງທີ່ຫັນປ່ຽນການໃຊ້ທີ່ດິນຕົວຈິງ 5 ຄອບຄົວຕໍ່ບ້ານ; ແລະ (3) ສຳພາດພະນັກງານພາກລັດລະດັບຫ້ອງການເມືອງ, ພະແນກ ແລະ ຫ້ອງການກ່ຽວຂ້ອງ ຈຳນວນ 3 ທ່ານ ເພື່ອສຶກສານະໂຍບາຍການຄຸ້ມຄອງທີ່ດິນ. ນອກຈາກນີ້, ຍັງໄດ້ໃຊ້ວິທີການລົງສັງເກດພາກສະໜາມ ເພື່ອກວດສອບສະພາບທາງກາຍະພາບຂອງດິນ ແລະ ການໃຊ້ທີ່ດິນຕົວຈິງ. ຂໍ້ມູນປະລິມານຖືກວິເຄາະໂດຍໃຊ້ສະຖິຕິພັນລະນາເພື່ອໃຫ້ໄດ້ຄ່າຄວາມຖີ່, ສ່ວນຮ້ອຍ, ຄ່າສະເລ່ຍ ແລະ ຄ່າຜິດດ່ຽງມາດຕະຖານ ຜ່ານໂປຣແກຣມ SPSS. ຜົນການສຶກສາພົບວ່າ: ປັດໄຈທີ່ມີອິດທິພົນໃນລະດັບສູງສຸດຕໍ່ການຕັດສິນໃຈປ່ຽນແປງການໃຊ້ທີ່ດິນນາໄປປູກພືດຊະນິດອື່ນ ປະກອບດ້ວຍປັດໄຈທີ່ຕັ້ງຂອງທີ່ດິນ, ສະພາບເສດຖະກິດຄອບຄົວ, ຕົ້ນທຶນແຮງງານ, ລາຄາຜົນຜະລິດໃນຕະຫຼາດ, ປັດໄຈການຜະລິດ, ສະພາບແວດລ້ອມທາງທຳມະຊາດ ແລະ ສັງຄົມ. ຂະນະທີ່ປັດໄຈດ້ານ ການພັດທະນາພື້ນຖານໂຄງລ່າງ, ການເຂົ້າມາລົງທຶນຂອງທຶນພາຍນອກ, ການເຂົ້າເຖິງເຕັກໂນໂລຊີ ແລະ ມາດຕະການນະໂຍບາຍຂອງລັດຖະບານ ແມ່ນສົ່ງຜົນກະທົບໃນລະດັບປານກາງເຖິງສູງ ຕໍ່ການຫັນປ່ຽນໂຄງສ້າງການຜະລິດກະສິກຳໃນພື້ນທີ່ດັ່ງກ່າວ. ຜົນການສຶກສາຂໍສະເໜີແນະດັ່ງນີ້: (1) ກະສິກອນຄວນວິເຄາະຕົ້ນທຶນ ແລະ ຜົນຕອບແທນ (Cost-Benefit Analysis) ໃຫ້ລະອຽດກ່ອນການຕັດສິນໃຈປ່ຽນແປງການໃຊ້ທີ່ດິນ ໂດຍສະເພາະການຄຳນຶງເຖິງຕົ້ນທຶນແຮງງານ ແລະ ປັດໄຈການຜະລິດທີ່ມີຄວາມຜັນຜວນ; ແລະ (2) ພາກລັດຄວນກໍານົດເຂດກະສິກຳທີ່ຊັດເຈນ ລະຫວ່າງເຂດປູກເຂົ້າ ເພື່ອຄວາມໝັ້ນຄົງທາງດ້ານອາຫານ ແລະ ເຂດສົ່ງເສີມພືດທາງເລືອກ ເພື່ອປ້ອງກັນການສູນເສຍເນື້ອທີ່ນາທີ່ເໝາະສົມບູນຕໍ່ການປູເຂົ້າ.

Zitieren

APA

SIVILAY, S., Keobountham, S., & BOULIDAM, S. (2026). ປັດໄຈທີ່ກຳນົດການຕັດສິນໃຈປ່ຽນແປງການໃຊ້ທີ່ດິນຈາກນາເຂົ້າໄປສູ່ການປູກພືດຊະນິດອື່ນ: ກໍລະນີສຶກສາ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ວາລະສານວິທະຍາສາດສັງຄົມ, 1(1), 55-65. https://doi.org/10.71026/ssj.v1i1.161

Vancouver

SIVILAY S, Keobountham S, BOULIDAM S. ປັດໄຈທີ່ກຳນົດການຕັດສິນໃຈປ່ຽນແປງການໃຊ້ທີ່ດິນຈາກນາເຂົ້າໄປສູ່ການປູກພືດຊະນິດອື່ນ: ກໍລະນີສຶກສາ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ວາລະສານວິທະຍາສາດສັງຄົມ. 2026;1(1):55-65. doi:10.71026/ssj.v1i1.161

BibTeX
@article{SIVILAY2026,
  author = {SIVILAY, Sengdeuane and Keobountham, Sivilay and BOULIDAM, Somkhit},
  title = {ປັດໄຈທີ່ກຳນົດການຕັດສິນໃຈປ່ຽນແປງການໃຊ້ທີ່ດິນຈາກນາເຂົ້າໄປສູ່ການປູກພືດຊະນິດອື່ນ: ກໍລະນີສຶກສາ ເມືອງໄຊທານີ ນະຄອນຫຼວງວຽງຈັນ},
  journal = {ວາລະສານວິທະຍາສາດສັງຄົມ},
  year = {2026},
  volume = {1},
  number = {1},
  pages = {55--65},
  doi = {10.71026/ssj.v1i1.161}
}
Kostenlos starten →