EUVIMEDEUVIMED entdecken
Crossref

ການພັດທະນາຫຼັກສູດຝຶກອົບຮົມ ການປຸງແຕ່ງກາເຟ ໂດຍການນໍາໃຊ້ເຄື່ອງເອສເພຣສໂຊແສງແກວ້ ວງົວຽງໄຊ

Sengkeo VONGVIENGXAY

ວາລະສານວິທະຍາສາດສັງຄົມ · 16.08.2026 · 1 (1)

DOI: 10.71026/ssj.v1i1.155 ↗

Kurz gefasst

Fachartikel in der Zeitschrift ວາລະສານວິທະຍາສາດສັງຄົມ, online erschienen am 16.08.2026. Verfasst von Sengkeo VONGVIENGXAY.

AbstractBibliografische AngabenZitieren

Abstract (Originalsprache)

ການສຶກສາຄັ້ງນີ້ ມີຈຸດປະສົງຄື: 1) ເພື່ອສຶກສາການພັດທະນາຫຼັກສູດຝຶກອົບຮົມ ການປຸງແຕ່ງກາເຟໂດຍການນໍາໃຊ້ເຄື່ອງ ເອສເພຣສໂຊ, 2) ເພື່ອສຶກສາປະສິດທິພາບໃນການນໍາໃຊ້ຫຼັກສູດຝຶກອົບຮົມການປຸງແຕ່ງກາເຟ, 3) ເພື່ອສຶກສາດັດສະນີປະສິດທິຜົນໃນການນໍາໃຊ້ຫຼັກສູດຝຶກອົບຮົມການປຸງແຕ່ງກາເຟ, 4) ເພື່ອສຶກສາຄວາມເພີງພໍໃຈຂອງຜູ້ເຂົ້າຮ່ວມຝຶກອົບຫລັກສູດການປຸງແຕ່ງກາເຟ. ກຸ່ມເປົ້າໝາຍທີ່ໃຊ້ເຂົ້າໃນການສຶກສາໃນຄັ້ງນີ້ລວມທັງໝົດຈໍານວນ 15 ທ່ານ ຈາກ 9 ຕົວເມືອງທີ່ຂຶ້ນກັບນະຄອນ ຫຼວງວຽງຈັນ ເຄື່ອງມືທີ່ໃຊ້ເກັບຮວບລວມຂໍ້ມູນຄັ້ງນີ້ ຫຼັກສູດຝຶກອົບຮົມ, ແບບທົດສອບ, ແບບສອບຖາມ. ວິເຄາະຂໍ້ມູນໂດຍການຄິດໄລ່ສ່ວນຮ້ອຍ, ຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ. ຜົນການຄົ້ນຄວ້າພົບວ່າ: 1) ຫຼັກສູດຝຶກອົບຮົມມີສ່ວນປະກອບຂອງໂຄງສ້າງຫຼັກສູດປະກອບດ້ວຍ ຫຼັກການ ແລະ ເຫດຜົນ, ຈຸດປະສົງ, ​ເນື້ອໃນ,​ ໂຄງສ້າງຫຼັກສູດ, ກິດຈະກໍາ, ສື່ປະກອບການຝຶກອົບຮົມ, ການວັດ ແລະ ປະເມີນຜົນ. ຫຼັກສູດຝຶກອົບຮົມສະບັບນີ້ເປັນຄູ່ມືເພື່ອດຳເນີນກິດຈະກຳ ເນັ້ນໂຄງສ້າງການຝຶກອົບຮົມໄລຍະສັ້ນ ແລະ ແຜນການຝຶກອົບຮົມຢ່າງລະອຽດ ຊຶ່ງແຜນການຈັດຝຶກອົບຮົມປະກອບດ້ວຍ: ຊື່ຫຼັກສູດ, ຊື່ໃບຢັ້ງຢືນ, ໜ່ວຍງານຮັບຜິດຊອບ, ຈຸດປະສົງ, ຄາດຄະເນຜົນໄດ້ຮັບ, ການກໍານົດເວລາເປີດຝຶກອົບຮົມ, ຄາດຄະເນຮັບຜູ້ເຂົ້າຮ່ວມຝຶກອົບຮົມ, ເງື່ອນໄຂຜູ້ເຂົ້າຮ່ວມຝຶກອົບຮົມ, ວິທີການຄັດເລືອກຜູ້ເຂົ້າຝຶກອົບຮົມ, ການຈັດຕັ້ງການຝຶກອົບຮົມ, ເນື້ອໃນໂຄງສ້າງຫຼັກສູດ, ວາລະການຝຶກອົບຮົມ, ການລົງທະບຽນ, ອາຄານສະຖານທີ, ອຸປະກອນການຝຶກອົບຮົມ, ງົບປະມານ. ການປະເມີນໂຄງຮ່າງຫຼັກສູດຝຶກອົບຮົມການປຸງແຕ່ງກາເຟ ຈາກຜູ້ຊ່ຽວຊານຈຳນວນ 5 ທ່ານ ສະເລ່ຍໂດຍລວມແລ້ວກວມເອົາ 90.11 ສ່ວນຮ້ອຍ. 2) ຜົນການວິເຄາະປະສິດທິພາບຂອງການນໍາໃຊ້ຫຼັກສູດການປຸງແຕ່ງກາເຟ ນໍາກຸ່ມເຂົ້າຮ່ວມຝຶກອົບຮົມ ຈຳນວນ 15 ຄົນ ເຫັນວ່າປະສິດທິິພາບຂອງຂະບວນການຝຶກອົບຮົມ ໂດຍລວມແລ້ວປະສິດທິພາບຂອງບົດສອນ (E1/E2 = 85.63 / 89.90) ເຊິ່ງສູງກວ່າເກນທີ່ຕັ້ງໄວ້ 80/80. 3) ຜົນການວິເຄາະຫາຄ່າດັດສະນີປະສິດທິຜົນ ມີຄວາມກ້າວໜ້າຂອງຜູ້ເຂົ້າຮ່ວມຝຶກອົບຮົມຫຼັກສູດການປຸງແຕ່ງກາເຟ (E.I= 0.85) ສະແດງວ່າຜູ້ເຂົ້າຮ່ວມຝຶກອົບຮົມມີຄວາມກ້າວໜ້າທາງດ້ານການຮຽນຮູ້ເພີ່ມຂຶ້ນ. 4) ຜູ້ເຂົ້າຮ່ວມຝຶກອົບຮົມຫລັກສູດການປຸງແຕ່ງກາເຟ ພົບວ່າຄວາມເພິງພໍໃຈຂອງຜູ້ເຂົ້າຮ່ວມການຝຶກອົບຮົມການປຸງແຕ່ງກາເຟໂດຍການນໍາໃຊ້ ເຄື່ອງເອສເພຣສໂຊ ແມ່ນຢູ່ໃນລະດັບຫຼາຍທີສຸດ.

Zitieren

APA

VONGVIENGXAY, S. (2026). ການພັດທະນາຫຼັກສູດຝຶກອົບຮົມ ການປຸງແຕ່ງກາເຟ ໂດຍການນໍາໃຊ້ເຄື່ອງເອສເພຣສໂຊແສງແກວ້ ວງົວຽງໄຊ. ວາລະສານວິທະຍາສາດສັງຄົມ, 1(1). https://doi.org/10.71026/ssj.v1i1.155

Vancouver

VONGVIENGXAY S. ການພັດທະນາຫຼັກສູດຝຶກອົບຮົມ ການປຸງແຕ່ງກາເຟ ໂດຍການນໍາໃຊ້ເຄື່ອງເອສເພຣສໂຊແສງແກວ້ ວງົວຽງໄຊ. ວາລະສານວິທະຍາສາດສັງຄົມ. 2026;1(1). doi:10.71026/ssj.v1i1.155

BibTeX
@article{VONGVIENGXAY2026,
  author = {VONGVIENGXAY, Sengkeo},
  title = {ການພັດທະນາຫຼັກສູດຝຶກອົບຮົມ ການປຸງແຕ່ງກາເຟ ໂດຍການນໍາໃຊ້ເຄື່ອງເອສເພຣສໂຊແສງແກວ້ ວງົວຽງໄຊ},
  journal = {ວາລະສານວິທະຍາສາດສັງຄົມ},
  year = {2026},
  volume = {1},
  number = {1},
  doi = {10.71026/ssj.v1i1.155}
}
Kostenlos starten →