ສຶກສາຄວາມກັງວົນຂອງນັກສຶກສາປີສຸດທ້າຍ ສາຂາພາສາອັງກິດ ຄະນະອັກສອນສາດ ກ່ຽວກັບການຊອກວຽກເຮັດຫຼັງຈົບການສຶກສາ
ວາລະສານວິທະຍາສາດສັງຄົມ · 23.05.2026 · 26 (1) · 134-144
DOI: 10.71026/ss.2026.01013 ↗Kurz gefasst
Fachartikel in der Zeitschrift ວາລະສານວິທະຍາສາດສັງຄົມ, online erschienen am 23.05.2026. Verfasst von Thongsouk KEOMANY und 2 weiteren Autor:innen.
Abstract (Originalsprache)
ການສຶກສາຄັ້ງນີ້ມີຈຸດປະສົງເພື່ອ: 1) ປະເມີນລະດັບຄວາມວິຕົກກັງວົນໃນການຊອກວຽກເຮັດຂອງນັກສຶກສາປີສຸດທ້າຍ ສາຂາພາສາອັງກິດ, ຄະນະອັກສອນສາດ, ມະຫາວິທະຍາ ໄລແຫ່ງຊາດ. 2) ເພື່ອວິເຄາະປັດໄຈທີ່ມີອິດທິພົນຕໍ່ຄວາມກັງວົນໃນການປະກອບອາຊີບຂອງນັກສຶກສາປີສຸດທ້າຍ ສາຂາພາສາອັງກິດ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ.3) ເພື່ອສຶກສາສາເຫດຫຼັກທີ່ເປັນຕົວຊີ້ວັດ ການເກີດຄວາມກັງວົນໃນການກ້າວເຂົ້າສູ່ຕະຫຼາດແຮງງານຂອງນັກສຶກສາປີສຸດທ້າຍສາຂາພາສາອັງກິດ, ຄະນະອັກສອນສາດ, ມະຫາວິທະຍາ ໄລແຫ່ງຊາດໃນສົກຮຽນ 2025-2026 ຈຳນວນ 98 ຄົນ. ນຳໃຊ້ວິທີການຄົ້ນຄວ້າແບບປະລິມານ, ເຄື່ອງມືທີ່ໃຊ້ແມ່ນແບບສອບຖາມ. ຜົນການສຶກສາພົບວ່າ ຄວາມກັງວົນໃນການຊອກວຽກເຮັດຂອງນັກສຶກສາປີສຸດທ້າຍແມ່ນຜົນກະທົບຈາກແຮງກົດດັນຮ່ວມກັນລະຫວ່າງປັດໄຈພາຍໃນ ແລະ ພາຍນອກ. ປັດໄຈພາຍໃນທີ່ສຳຄັນແມ່ນຄວາມສົງໄສໃນສະມັດຖະນະທາງພາສາອັງກິດຂອງຕົນເອງວ່າຈະສາມາດນຳໃຊ້ໃນລະດັບວິຊາຊີບໄດ້ ຫຼື ບໍ່. ສ່ວນປັດໄຈພາຍນອກປະກອບມີ ພາວະຄວາມຜັນປ່ວນທາງເສດຖະກິດ, ອັດຕາເງິນເຟີ້, ຄ່າຄອງຊີບທີ່ສູງຂຶ້ນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານທີ່ເນັ້ນປະສົບການຕົວຈິງ. ນອກຈາກນີ້, ຄວາມກ້າວໜ້າຂອງເຕັກໂນໂລຊີປັນຍາປະດິດ (AI) ຍັງກາຍເປັນຕົວຊີ້ວັດໃໝ່ທີ່ກະຕຸ້ນໃຫ້ເກີດຄວາມບໍ່ໝັ້ນໃຈໃນຄຸນຄ່າຂອງວິຊາສະເພາະດ້ານພາສາ. ຜົນການວິໄຈນີ້ອາດຈະເປັນບ່ອນອີງໃຫ້ແກ່ຜູ້ບໍລິຫານຫຼັກສູດໃນການປັບປຸງການຮຽນ-ການສອນ ແລະ ການສ້າງລະບົບສະໜັບສະໜູນທາງຈິດໃຈ ເພື່ອຫຼຸດຜ່ອນຊ່ອງວ່າງທາງດ້ານທັກສະ ແລະ ເພີ່ມຄວາມພ້ອມໃຫ້ແກ່ນັກສຶກສາກ່ອນກ້າວສູ່ສະ ໜາມແຮງງານຕົວຈິງ.
Zitieren
APA
KEOMANY, T., PANYAVONG, S., & SIMMALAVONG, K. (2026). ສຶກສາຄວາມກັງວົນຂອງນັກສຶກສາປີສຸດທ້າຍ ສາຂາພາສາອັງກິດ ຄະນະອັກສອນສາດ ກ່ຽວກັບການຊອກວຽກເຮັດຫຼັງຈົບການສຶກສາ. ວາລະສານວິທະຍາສາດສັງຄົມ, 26(1), 134-144. https://doi.org/10.71026/ss.2026.01013
Vancouver
KEOMANY T, PANYAVONG S, SIMMALAVONG K. ສຶກສາຄວາມກັງວົນຂອງນັກສຶກສາປີສຸດທ້າຍ ສາຂາພາສາອັງກິດ ຄະນະອັກສອນສາດ ກ່ຽວກັບການຊອກວຽກເຮັດຫຼັງຈົບການສຶກສາ. ວາລະສານວິທະຍາສາດສັງຄົມ. 2026;26(1):134-144. doi:10.71026/ss.2026.01013
BibTeX
@article{KEOMANY2026,
author = {KEOMANY, Thongsouk and PANYAVONG, Sommor and SIMMALAVONG, Kheuavan},
title = {ສຶກສາຄວາມກັງວົນຂອງນັກສຶກສາປີສຸດທ້າຍ ສາຂາພາສາອັງກິດ ຄະນະອັກສອນສາດ ກ່ຽວກັບການຊອກວຽກເຮັດຫຼັງຈົບການສຶກສາ},
journal = {ວາລະສານວິທະຍາສາດສັງຄົມ},
year = {2026},
volume = {26},
number = {1},
pages = {134--144},
doi = {10.71026/ss.2026.01013}
}
EUVIMED