EUVIMEDEUVIMED entdecken
Crossref

ສຶກສາການຄຸ້ມຄອງຊີວະນາໆພັນ ໃນເຂດອ່າງຮັບນໍ້າຂອງໂຄງການເຂື່ອນໄຟຟ້ານໍ້າພູນ, ເມືອງປາກລາຍ, ແຂວງໄຊຍະບູລີ ກໍລະນີສຶກສາ: ການຄຸ້ມຄອງຊ້າງປ່າ ໃນໄລຍະກໍ່ສ້າງ

ລົດຈະນາ ສົມບັນດິດ, ບຸນສຸກ ສຸກສະຫວັດ, ສີສຸວັນ ກິດຕະວົງ, ຄານຕາວັນ ອິນທະວົງ

ວາລະສານ ວິທະຍາສາດທຳມະຊາດ · 30.12.2025 · 25 (2) · 181-193

DOI: 10.71026/ss.2025.0224 ↗

Kurz gefasst

Fachartikel in der Zeitschrift ວາລະສານ ວິທະຍາສາດທຳມະຊາດ, online erschienen am 30.12.2025. Verfasst von ລົດຈະນາ ສົມບັນດິດ und 3 weiteren Autor:innen.

AbstractBibliografische AngabenZitierenVerwandte Studien

Abstract (Originalsprache)

ສປປ ລາວ ເປັນ ປະເທດທີ່ມີຄວາມອຸດົມຮັ່ງມີ ທາງດ້ານປະຫວັດສາດ, ວັດທະນະທໍາ ແລະ ຄວາມອຸດົມສົມບູນທາງດ້ານຊັບພະຍາກອນທໍາມະຊາດ, ໃນຄັ້ງອາດິດຖືກເອີ້ນວ່າ: “ອານາຈັກລາວລ້ານຊ້າງ” ຫຼື “ດິນແດນທີ່ມີຊ້າງຫຼາຍລ້ານໂຕ”. ປັດຈຸບັນຈໍານວນປະຊາກອນຊ້າງແມ່ນຫຼຸດລົງເຫຼືອພຽງ 500-1000 ໂຕ, ຕາມການຄາດຄະເນຕົວເລກຈາກ World Wild Fund For Nature (WWF, 2015); ສປປ ລາວ ມີແມ່ນໍ້າຂອງໄຫຼຜ່ານ ແຕ່ເໜືອຮອດໃຕ້ ເຮັດໃຫ້ເປົ້າໝາຍການພັດທະນາປະເທດໃຫ້ກາຍເປັນໝໍ້ໄຟຂອງອາຊຽນໄດ້ເກີດຂື້ນ. ໂຄງການເຂື່ອນໄຟຟ້ານໍ້າພູນ ເປັນໂຄງການທີ່ນອນໃນນະໂຍບາຍລັດຖະບານ ຕໍ່ກັບຍຸດທະສາດການພັດທະນາພະລັງງານ,​ ມີກຳລັງຕິດຕັ້ງ ປະມານ 45 ເມກາວັດ ທີ່ເມືອງປາກລາຍ, ແຂວງໄຊຍະບູລີ, ຕົວເຂື່ອນຫຼັກເປັນເຂື່ອນຫີນແກນດິນໜຽວ (ECRD), ມີອ່າງເກັບນ້ຳປະມານ 2,289 ເຮັກຕາ, ເຂດອ່າງຮັບນໍ້າຂອງໂຄງການ 1,181 ກິໂລຕາແມັດ,ລະດັບນ້ຳຖ້ວມສູງສຸດ 315 ແມັດທຽບໃສ່ໜ້ານໍ້າທະເລ (masl), ລະດັບນ້ຳຖ້ວມຕໍ່າສຸດ 305 ແມັດທຽບໃສ່ໜ້ານໍ້າທະເລ (masl), ຜະລິດກະແສໄຟຟ້າໄດ້ 181.6 Gwh/year ສະໜອງໄຟຟ້າ ພາຍໃນປະເທດ ເຊີ່ງສາມາດສ້າງສະຖຽນລະພາບທາງດ້ານພະລັງງານໄຟຟ້າໃຫ້ກັບພື້ນທີ່ດັ່ງກ່າວ. ເຖິງຢ່າງໃດກໍ່ຕາມໂຄງການກໍ່ຍັງມີຜົນກະທົບ ເນື່ອງຈາກມີເນື້ອທີ່ອ່າງເກັບນໍ້າບາງສ່ວນ ປະມານ 1,722 ເຮັກຕາ ຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າປຸ໋ຍ ຫຼື ເທົ່າກັບ 0.87% ຂອງເນື້ອທີ່ປ່າສະຫງວນແຫ່ງຊາດນໍ້າປຸ໋ຍ 197,674 ເຮັກຕາ; ໃນເຂດອ່າງເກັບນໍ້າມີ ປຸ່ງຊ້າງ ຈໍານວນ 2 ປຸ່ງ ແລະ ພົບເຫັນຊ້າງປ່າ ປະມານ 25-30ໂຕທີ່ອາໄສໃນເຂດອ່າງເກັບນໍ້າ ເຊີີ່ງຈະຕ້ອງຍົກຍ້າຍອອກໄປຢູ່ນອກເຂດອ່າງນໍ້າຖ້ວມ ເພື່ອຄວາມປອດໄພຂອງຊ້າງປ່າ. ບົດຄົ້ນຄວ້ານີ້ ຈະເປັນການປະເມີນຜົນກະທົບທີ່ມີຄວາມສ່ຽງ ຕໍ່ຊ້າງປ່າ ແລະ ການວິເຄາະມາດຕະການຫຼຸດຜ່ອນ ໃນໄລຍະການກໍ່ສ້າງໂຄງການ ຕາມຮູບແບບຂອງ Matrix ເພື່ອຊ່ວຍຫຼຸດຜ່ອນ, ບັນເທົາ ແລະ ຮັບມືກັບບັນຫາທີ່ມີຄວາມສ່ຽງຈະເກີດຂື້ນກັບຊ້າງປ່າໃຫ້ມີປະສິດທິພາບ ເຊີ່ງຈະຕ້ອງຫາມາດຕະການຟື້ນຟູປຸ່ງແຮ່ທໍາມະຊາດ ໃຫ້ຊ້າງປ່າມີແຫຼ່ງທີ່ຢູ່ອາໄສ ແລະ ແຫຼ່ງອາຫານເສີມທີ່ພຽງພໍ, ພ້ອມທັງມາດຕະການການແກ້ໄຂຂໍ້ຂັດແຍ່ງລະຫວ່າງຄົນ ແລະ ຊ້າງປ່າ.

Zitieren

APA

ສົມບັນດິດ, ລ., ສຸກສະຫວັດ, ບ., ກິດຕະວົງ, ສ., & ອິນທະວົງ, ຄ. (2025). ສຶກສາການຄຸ້ມຄອງຊີວະນາໆພັນ ໃນເຂດອ່າງຮັບນໍ້າຂອງໂຄງການເຂື່ອນໄຟຟ້ານໍ້າພູນ, ເມືອງປາກລາຍ, ແຂວງໄຊຍະບູລີ ກໍລະນີສຶກສາ: ການຄຸ້ມຄອງຊ້າງປ່າ ໃນໄລຍະກໍ່ສ້າງ. ວາລະສານ ວິທະຍາສາດທຳມະຊາດ, 25(2), 181-193. https://doi.org/10.71026/ss.2025.0224

Vancouver

ສົມບັນດິດ ລ, ສຸກສະຫວັດ ບ, ກິດຕະວົງ ສ, ອິນທະວົງ ຄ. ສຶກສາການຄຸ້ມຄອງຊີວະນາໆພັນ ໃນເຂດອ່າງຮັບນໍ້າຂອງໂຄງການເຂື່ອນໄຟຟ້ານໍ້າພູນ, ເມືອງປາກລາຍ, ແຂວງໄຊຍະບູລີ ກໍລະນີສຶກສາ: ການຄຸ້ມຄອງຊ້າງປ່າ ໃນໄລຍະກໍ່ສ້າງ. ວາລະສານ ວິທະຍາສາດທຳມະຊາດ. 2025;25(2):181-193. doi:10.71026/ss.2025.0224

BibTeX
@article{2025,
  author = {ສົມບັນດິດ, ລົດຈະນາ and ສຸກສະຫວັດ, ບຸນສຸກ and ກິດຕະວົງ, ສີສຸວັນ and ອິນທະວົງ, ຄານຕາວັນ},
  title = {ສຶກສາການຄຸ້ມຄອງຊີວະນາໆພັນ ໃນເຂດອ່າງຮັບນໍ້າຂອງໂຄງການເຂື່ອນໄຟຟ້ານໍ້າພູນ, ເມືອງປາກລາຍ, ແຂວງໄຊຍະບູລີ ກໍລະນີສຶກສາ: ການຄຸ້ມຄອງຊ້າງປ່າ ໃນໄລຍະກໍ່ສ້າງ},
  journal = {ວາລະສານ ວິທະຍາສາດທຳມະຊາດ},
  year = {2025},
  volume = {25},
  number = {2},
  pages = {181--193},
  doi = {10.71026/ss.2025.0224}
}
Kostenlos starten →