ສຶກສາຄວາມເພິ່ງພໍໃຈຂອງປະຊາຊົນກ່ຽວກັບການຄິດໄລ່ຄ່າບໍລິການຂີ້ເຫຍື້ອ ໃນຊຸມຊົນ,ກໍລະນີສຶກສາຢູ່ ເມືອງສີສັດຕະນາກ ແຂວງນະຄອນຫຼວງວຽງຈັນ
ວາລະສານ ວິທະຍາສາດທຳມະຊາດ · 30.12.2025 · 25 (2) · 150-161
DOI: 10.71026/ss.2025.0221 ↗Kurz gefasst
Fachartikel in der Zeitschrift ວາລະສານ ວິທະຍາສາດທຳມະຊາດ, online erschienen am 30.12.2025. Verfasst von ສຸວັນ ກິດຕະວົງ und 3 weiteren Autor:innen.
Abstract (Originalsprache)
ບົດຄົ້ນຄ້ວາສະບັບນີ້ ເປັນການສຶກສາຄວາມເພິ່ງພໍໃຈຂອງປະຊາຊົນກ່ຽວກັບການຄິດໄລ່ຄ່າບໍລິການຂີ້ເຫຍຶ້ອໃນຊຸມຊົນ ກໍລະນີສຶກສາແມ່ນ: ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ. ວິທີການສຶກສາແມ່ນ ເນັ້ນໃສ່ການລົງປະຕິບັດໂຕຈິງພາກສະໜາມ, ຮ່ວມກັບການລົງສຳພາດຕົວຈິງຈາກ: ພາກລັດ, ພາກສ່ວນຜູ້ປະກອບການກ່ຽວກັບການບໍລິການຈັດເກັບຂີ້ເຫຍື້ອ ແລະ ສຳພາດຈາກພໍ່ແມ່ປະຊາຊົນ ເພື່ອເກັບກຳຂໍ້ມູນ ຢູ່ 3 ດ້ານຄື: 1. ເກັບກໍາດ້ານປະລິມານຂີ້ເຫຍື້ອພາຍໃນເມືອງສີສັດຕະນາກ, 2. ສໍາພາດຄວາມເພິ່ງພໍໃຈຂອງປະຊາຊົນຕໍ່ກັບການບໍລິການຈັດເກັບຂີ້ເຫຍື້ອ ແລະ ລາຄາຂອງຄ່າບໍລິການ, 3. ສຶກສາກ່ຽວກັບການຄິດໄລ່ອັດຕາຄ່າທໍານຽມຂອງການບໍລິຫານຈັດການຂີ້ເຫຍື້ອທີ່ເໝາະສົມ ສຳລັບຕົວເມືອງໃນນະຄອນຫຼວງວຽງຈັນ. ຜົນການສຶກສາພົບວ່າ: ຂີ້ເຫຍື້ອພາຍໃນເມືອງສີສັດຕະນາກແມ່ນມີອັດຕາການຊົມໃຊ້ຂີ້ເຫຍື້ອ 0.75 ກິໂລກຣາມ/ຄົນ/ມື້ ແລະ ເຫັນວ່າປະລິມານຂອງຂີ້ເຫຍື້ອແມ່ນເພີ່ມຂຶ້ນຕາມຈຳນວນປະຊາກອນ. ປະລິມານການເກີດຂຶ້ນຂອງຂີ້ເຫຍື້ອພາຍໃນບ້ານທີ່ຢູ່ໃນຂອບເຂດການສຶກສາຂອງແມ່ນມີດັ່ງນີ້: ບ້ານ ທາດຂາວແມ່ນ ມີປະຊາກອນ 641 ຄົນ ແລະ ມີປະລິມານການເກີດຂື້ນຂອງຂີ້ເຫຍື້ອ 481 ກິໂລກຣາມ/ມື້, ບ້ານ ໂສກປ່າຫຼວງແມ່ນ ມີປະຊາກອນ 1,028 ຄົນ ແລະ ມີປະລິມານການເກີດຂື້ນຂອງຂີ້ເຫຍື້ອ 771 ກິໂລກຣາມ/ມື້, ບ້ານ ໜອງຈັນແມ່ນ ມີປະຊາກອນ 498 ຄົນ ແລະ ມີປະລິມານການເກີດຂື້ນຂອງຂີ້ເຫຍື້ອ 374 ກິໂລກຣາມ/ມື້, ບ້ານ ດອນກອຍແມ່ນ ມີປະຊາກອນ 4,235 ຄົນ ແລະ ມີປະລິມານການເກີດຂື້ນຂອງຂີ້ເຫຍື້ອ 3,176 ກິໂລກຣາມ/ມື້, ບ້ານ ໂພນປ່າເປົ້າແມ່ນ ມີປະຊາກອນ 4,852 ຄົນ ແລະ ມີປະລິມານການເກີດຂື້ນຂອງຂີ້ເຫຍື້ອ 3,639 ກິໂລກຣາມ/ມື້, ບ້ານ ພັນໝັ້ນແມ່ນ ມີປະຊາກອນ 748 ຄົນ ແລະ ມີປະລິມານການເກີດຂື້ນຂອງຂີ້ເຫຍື້ອ 561 ກິໂລກຣາມ/ມື້, ບ້ານ ໂພນສະຫວ່າງແມ່ນ ມີປະຊາກອນ 1,988 ຄົນ ແລະ ມີປະລິມານການເກີດຂື້ນຂອງຂີ້ເຫຍື້ອ 1,491 ກິໂລກຣາມ/ມື້, ບ້ານ ຈອມແຈ້ງແມ່ນ ມີປະຊາກອນ 748 ຄົນ ແລະ ມີປະລິມານການເກີດຂື້ນຂອງຂີ້ເຫຍື້ອ 575 ກິໂລກຣາມ/ມື້, ດັ່ງນັ້ນຈຶ່ງເຫັນໄດ້ວ່າ ປະລິມານເຫຍື້ອທັງໝົດໃນກຸ່ມບ້ານຕົວຢ່າງແມ່ນມີ 11,629 ກິໂລກຣາມ/ມື້. ສະຫຼຸບແລ້ວປະລິມານຂີ້ເຫຍື້ອມີຫຼາຍຂຶ້ນກໍເປັນເພາະວ່າ ພື້ນທີ່ນັ້ນມີການຂະຫຍາຍໂຕທາງເສດຖະກິດ - ສັງຄົມ ແລະ ມີປະຊາກອນອາໃສຢູ່ຢ່າງໜາແໜ້ນນັ້ນເອງ. ຄວາມເພິ່ງພໍໃຈ ໂດຍລວມ ຂອງປະຊາຊົນສ່ວນຫຼາຍ ແມ່ນມີຄວາມເພິ່ງພໍໃຈໃນ ລະດັບປານກາງ ແລະ ຍັງມີຈຳນວນໜ້ອຍໜຶ່ງທີ່ຍັງບໍ່ພໍໃຈ ເຊິ່ງຂຶ້ນກັບຫຼາຍເຫດຜົນຄື: ເງື່ອນໄຂລາຍຮັບ-ລາຍຈ່າຍຂອງປະຊາຊົນ, ລະບົບການຄິດໄລ່ຄ່າບໍລິການຍັງບໍ່ໂປ່ງໃສ, ການບໍລິການຍັງບໍ່ສະດວກສະບາຍບໍ່ທັນສະໄໝ, ຄຸນນະພາບໃນບໍລິການຍັງບໍ່ດີພໍ ແລະ ອື່ນໆ. ໃນການຄໍານວນຄິດໄລ່ຫາຄ່າບໍລິການຂີ້ເຫຍື້ອພາຍໃນເມືອງ ສີສັດຕະນາກ, ປັດຈຸບັນນີ້ທາງບໍລິສັດແມ່ນໄດ້ເກັບຄ່າບໍລິການ 60,000ກີບ/1ສັນຍາ, ຈາກການຄິດໄລ່ອັດຕາຄ່າທໍານຽມຂອງການບໍລິຫານຈັດການຂີ້ເຫຍື້ອແມ່ນ ເຫັນໄດ້ວ່າທາງບໍລິສັດແມ່ນໄດ້ຮັບຜົນກໍາໄລທີ່ເໝາະສົມດີ ແລະ ສະເໜີໃຫ້ບໍລິສັດຄວນປັບປຸງແກ້ໄຂດ້ານການບໍລິການເພີ່ມຕື່ມຈະຊ່ວຍເພີ່ມຄວາມເພິ່ງພໍໃຈຂອງລູກຄ້າ, ສ້າງຄວາມເຊື່ອໝັ້ນ ແລະ ສົ່ງເສີມການຈັດການຂີ້ເຫຍື້ອຢ່າງມີປະສິດທິຜົນ. ແຕ່ເຖິງຢ່າງໃດກໍຕາມ, ການບໍລິການຂີ້ເຫຍື້ອໃນເມືອງສີສັດຕະນາກ ຖືວ່າຍັງມີຄວາມຈໍາເປັນຕ້ອງໄດ້ປັບປຸງໃນຫຼາຍໆດ້ານໂດຍສະເພາະ ປະສິດທິພາບ ແລະ ຄວາມເໝາະສົມຂອງການນໍາໃຊ້ໃນການບໍລິການເກັບຂີ້ເຫຍື້ອ, ການປຸກລະດົມຄວາມຕື່ນຕົວ ແລະ ຄວາມເຂົ້າໃຈຂອງຜູ້ໃຊ້ໃນການໃຊ້ລົດບໍລິການ ລວມທັງການບໍລິການຂອງ ພັກລັດ ແລະ ເອກະຊົນທີ່ກ່ຽວຂ້ອງທີ່ຮັບຜິດຊອບ ຕໍ່ວຽກງານການຈັດຂີ້ເຫຍື້ອຕົວເມືອງມີຄວາມສອດຄ່ອງ ແລະ ສາມາດປະຕິບັດໃຫ້ໄດ້ຮັບໝາກຜົນ ເພື່ອເຮັດໃຫ້ລະບົບຈັດການຂີ້ເຫຍື້ອ ເມືອງສີສັດຕະນາກ ມີຜົນສໍາເລັດ. ດັ່ງນັ້ນ, ການຄົ້ນຄ້ວາໃນຄັ້ງນີ້ ກໍເປັນສ່ວນໜຶ່ງທີ່ຊ່ວຍເປັນແນວທາງໃນການແກ້ໄຂ ແລະ ຮັບມືກ່ຽວກັບບັນຫາທີ່ເກີດຂຶ້ນຢ່າງເໝາະສົມ ເພື່ອສ້າງແຜນການໃນການຈັດການຄັ້ງໃໝ່ໃຫ້ດີຂຶ້ນອີກ.
Zitieren
APA
ກິດຕະວົງ, ສ., ອິນທະວົງ, ຄ., ສິງບັນດິດ, ຈ., & ໝູນສະນິດ, ສ. (2025). ສຶກສາຄວາມເພິ່ງພໍໃຈຂອງປະຊາຊົນກ່ຽວກັບການຄິດໄລ່ຄ່າບໍລິການຂີ້ເຫຍື້ອ ໃນຊຸມຊົນ,ກໍລະນີສຶກສາຢູ່ ເມືອງສີສັດຕະນາກ ແຂວງນະຄອນຫຼວງວຽງຈັນ. ວາລະສານ ວິທະຍາສາດທຳມະຊາດ, 25(2), 150-161. https://doi.org/10.71026/ss.2025.0221
Vancouver
ກິດຕະວົງ ສ, ອິນທະວົງ ຄ, ສິງບັນດິດ ຈ, ໝູນສະນິດ ສ. ສຶກສາຄວາມເພິ່ງພໍໃຈຂອງປະຊາຊົນກ່ຽວກັບການຄິດໄລ່ຄ່າບໍລິການຂີ້ເຫຍື້ອ ໃນຊຸມຊົນ,ກໍລະນີສຶກສາຢູ່ ເມືອງສີສັດຕະນາກ ແຂວງນະຄອນຫຼວງວຽງຈັນ. ວາລະສານ ວິທະຍາສາດທຳມະຊາດ. 2025;25(2):150-161. doi:10.71026/ss.2025.0221
BibTeX
@article{2025,
author = {ກິດຕະວົງ, ສຸວັນ and ອິນທະວົງ, ຄານຕະວັນ and ສິງບັນດິດ, ຈັນຖາວອນ and ໝູນສະນິດ, ສຸພາພອນ},
title = {ສຶກສາຄວາມເພິ່ງພໍໃຈຂອງປະຊາຊົນກ່ຽວກັບການຄິດໄລ່ຄ່າບໍລິການຂີ້ເຫຍື້ອ ໃນຊຸມຊົນ,ກໍລະນີສຶກສາຢູ່ ເມືອງສີສັດຕະນາກ ແຂວງນະຄອນຫຼວງວຽງຈັນ},
journal = {ວາລະສານ ວິທະຍາສາດທຳມະຊາດ},
year = {2025},
volume = {25},
number = {2},
pages = {150--161},
doi = {10.71026/ss.2025.0221}
}
EUVIMED