ທັກສະການບໍລິຫານບຸກຄະລາກອນຂອງຜູ້ບໍລິຫານຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ
ວາລະສານວິທະຍາສາດສຶກສາສາດ · 17.07.2026 · 3 (2) · 1-10
DOI: 10.71026/sje.3.2.100.2026 ↗Kurz gefasst
Fachartikel in der Zeitschrift ວາລະສານວິທະຍາສາດສຶກສາສາດ, online erschienen am 17.07.2026. Verfasst von ສຸດສະດາຈິດ ພູມພິພັກ und 2 weiteren Autor:innen.
Abstract (Originalsprache)
ບົດຄັດຫຍໍ້ ການຄົ້ນຄວ້າຄັ້ງນີ້ມີຈຸດປະສົງເພື່ອ 1) ສຶກສາຄວາມສາມາດນໍາໃຊ້ທັກສະການບໍລິຫານບຸກຄະລາກອນຂອງຜູ້ບໍລິຫານ, 2) ສຶກສາປະສິດທິພາບຂອງການປະຕິບັດທັກສະການບໍລິຫານບຸກຄະລາກອນຂອງຜູ້ບໍລິຫານ ແລະ 3) ສະເໜີແນວທາງໃນການພັດທະນາທັກສະການບໍລິຫານບຸກຄະລາກອນ ຂອງຜູ້ບໍລິຫານຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ. ກຸ່ມເປົ້າໝາຍທີ່ໃຊ້ໄດ້ແກ່ ຜູ້ບໍລິຫານລະດັບຕ່າງໆ, ອາຈານ/ຄູສອນ,ພະນັກງານ ໃນຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ ຈໍານວນ 181 ທ່ານ ເປັນຍິງ 114 ທ່ານ, ໃນນັ້ນມີຜູ້ບໍລິຫານ 41 ທ່ານ, ອາຈານ/ຄູສອນ ແລະ ພະນັກງານ 140 ທ່ານ. ເຄື່ອງມືທີ່ໃຊ້ເປັນແບບສອບຖາມ ທີ່ປະກອບດ້ວຍ 4 ສ່ວນ. ສະຖິຕິທີ່ໃຊ້ໃນການວິເຄາະຂໍ້ມູນ ເປັນການຫາຄ່າຄວາມຖີ່ (F), ຄ່າສ່ວນຮ້ອຍ (%), ຄ່າສະເລ່ຍ (μ) ແລະ ຄ່າຜັນປ່ຽນມາດຕະຖານ (σ). ຜົນການຄົ້ນຄວ້າພົບວ່າ: ຄວາມສາມາດນໍາໃຊ້ທັກສະການບໍລິຫານບຸກຄະລາກອນຂອງຜູ້ບໍລິຫານ ໂດຍລວມຢູ່ໃນລະດັບຫຼາຍ, ເມື່ອພິຈາລະນາແຕ່ລະດ້ານພົບວ່າດ້ານທີ່ຢູ່ໃນລະດັບຫຼາຍ ຄື: ທັກສະການສື່ສານ, ທັກສະການວາງແຜນ, ທັກສະການມອບໝາຍງານ, ທັກສະການສ້າງທີມງານ, ທັກສະການປະເມີນຜົນ ແລະ ທັກສະການສ້າງແຮງຈູງໃຈ. ສ່ວນທັກສະການສະໜັບສະໜູນວິຊາຊີບ ຢູ່ໃນລະດັບປານກາງ. ປະສິດທິພາບຂອງການປະຕິບັດທັກສະການບໍລິຫານບຸກຄະລາກອນຂອງຜູ້ບໍລິຫານໂດຍລວມຢູ່ໃນລະດັບຫຼາຍ, ເມື່ອພິຈາລະນາແຕ່ລະດ້ານພົບວ່າດ້ານຢູ່ໃນລະດັບຫຼາຍ ຄື: ທັກສະການມອບໝາຍງານ, ທັກສະການສ້າງທີມງານ, ທັກສະການວາງແຜນ, ທັກສະການປະເມີນຜົນ ແລະ ທັກສະການສະໜັບສະໜູນວິຊາຊີບ. ສ່ວນທັກສະການສື່ສານ ແລະ ທັກສະການສ້າງແຮງຈູງໃຈ ຢູ່ໃນລະດັບປານກາງ. ແນວທາງໃນການພັດທະນາທັກສະການບໍລິຫານບຸກຄະລາກອນ ຂອງຜູ້ບໍລິຫານຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ ພົບວ່າ ຄວນມີການຈັດຝຶກອົບຮົມຫຼັກສູດການບໍລິຫານລະດັບສູງຢ່າງຕໍ່ເນື່ອງ, ປັບປຸງວັດທະນະທໍາອົງກອນໃຫ້ເນັ້ນການເຮັດວຽກແບບມີສ່ວນຮ່ວມ, ຄວນມີການນໍາໃຊ້ເຕັກໂນໂລຊີ ແລະ ຖານຂໍ້ມູນ (Digital HR) ເຂົ້າມາຊ່ວຍໃນການຄຸ້ມຄອງ, ມີລະບົບສ່ອງແສງກັບ (Feedback) ຈາກພະນັກງານທີ່ໂປ່ງໃສ ແລະ ສາມາດນຳໄປປັບປຸງໄດ້ຈິງ, ສ້າງລະບົບທີ່ປຶກສາ (Mentoring) ລະຫວ່າງ ຜູ້ບໍລິຫານເກົ່າ ແລະ ໃໝ່ ຕາມລໍາດັບ; ຜູ້ບໍລິຫານຄວນມີຄວາມອົດທົນ, ເສຍສະຫຼະ, ສ້າງຄວາມສັດທາໃຫ້ແກ່ບຸກຄະລາກອນ, ຄວາມເປັນທໍາ ໂດຍຍຶດຫຼັກລວມສູນປະຊາທິປະໄຕ, ສາມາດເຕົ້າໂຮມສະມາຊິກເຮັດວຽກເປັນໝູ່ຄະນະ; ຄວນກໍາແໜ້ນນິຕິກໍາ, ຂະບວນການ, ຂັ້ນຕອນ, ຫຼັກການ ແລະ ລະບຽບກົດໝາຍຕ່າງໆ, ຄວນມີທັກສະໃນການປັບປຸງ ແລະ ແກ້ໄຂບັນຫາໃຫ້ຖືກກັບສະພາບຄວາມເປັນຈິງ; ຄວນເປີດໂອກາດ ຫຼື ຊອກຫາແຫຼ່ງທຶນໃນການພັດທະນາໂຕເອງ ແລະ ບຸກຄະລາກອນພາຍໃນອົງກອນ ທັງໃນໄລຍະສັ້ນ ແລະ ໄລຍະຍາວ; ຄວນໃກ້ຊິດຕິດແທດກັບບຸກຄະລາກອນໃຫ້ຫຼາຍຂຶ້ນ ເພື່ອສ້າງຄວາມສະນິດສະໜົມເຊິ່ງກັນແລະກັນ, ຕິດຕາມຊຸກຍູ້ການປະຕິບັດວຽກງານ ແລະ ຊີວິດການເປັນຢູ່ຂອງບຸກຄະລາກອນ ລວມທັງສາມາດໃຫ້ຄໍາປຶກສາແກ່ບຸກຄະລາກອນ. Abstract This study aimed to 1) investigate the administrators’ ability to apply personnel management skills, 2) examine the effectiveness of the implementation of personnel management skills by administrators, and 3) propose guidelines for developing personnel management skills of administrators in the Faculty of Education, National University of Laos. The target group consisted of 181 participants from the Faculty of Education, National University of Laos, including administrators at various levels, lecturers/teachers, and staff members. Among them, 114 were female. The sample included 41 administrators and 140 lecturers/teachers and staff members. The research instrument was a questionnaire consisting of four sections. Statistical methods used for data analysis included frequency (F), percentage (%), mean (μ), and standard deviation (σ). The findings revealed that: Overall, the administrators’ ability to apply personnel management skills was at a high level. When considering each aspect individually, the skills rated at a high level included communication skills, planning skills, delegation skills, team-building skills, evaluation skills, and motivational skills. However, professional support skills were found to be at a moderate level. The overall effectiveness of administrators’ implementation of personnel management skills was also at a high level. When examined by aspect, delegation skills, team-building skills, planning skills, evaluation skills, and professional support skills were rated at a high level. In contrast, communication skills and motivational skills were at a moderate level. Guidelines for developing the personnel management skills of administrators in the Faculty of Education, National University of Laos recommend providing continuous executive management training, fostering a participatory organizational culture, adopting Digital HR technologies, establishing transparent employee feedback systems, and implementing mentoring programs for senior and new administrators. Administrators should demonstrate patience, dedication, integrity, fairness, and transparency, while promoting teamwork based on the principles of democratic centralism. They should possess a sound understanding of relevant laws, regulations, and procedures, as well as strong problem-solving and decision-making skills suited to practical situations. In addition, administrators should seek funding and professional development opportunities for themselves and staff, strengthen relationships with personnel, monitor employee performance and well-being, and provide ongoing guidance and support. Keywords: Management skills, Personnel Management, Administrators’ management skills.
Zitieren
APA
ພູມພິພັກ, ສ., ລືເດດມູນສອນ, ບ., & ສີສົມພູ, ກ. (2026). ທັກສະການບໍລິຫານບຸກຄະລາກອນຂອງຜູ້ບໍລິຫານຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ. ວາລະສານວິທະຍາສາດສຶກສາສາດ, 3(2), 1-10. https://doi.org/10.71026/sje.3.2.100.2026
Vancouver
ພູມພິພັກ ສ, ລືເດດມູນສອນ ບ, ສີສົມພູ ກ. ທັກສະການບໍລິຫານບຸກຄະລາກອນຂອງຜູ້ບໍລິຫານຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ. ວາລະສານວິທະຍາສາດສຶກສາສາດ. 2026;3(2):1-10. doi:10.71026/sje.3.2.100.2026
BibTeX
@article{2026,
author = {ພູມພິພັກ, ສຸດສະດາຈິດ and ລືເດດມູນສອນ, ບົວຜັນ and ສີສົມພູ, ກອງແກ້ວ},
title = {ທັກສະການບໍລິຫານບຸກຄະລາກອນຂອງຜູ້ບໍລິຫານຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ},
journal = {ວາລະສານວິທະຍາສາດສຶກສາສາດ},
year = {2026},
volume = {3},
number = {2},
pages = {1--10},
doi = {10.71026/sje.3.2.100.2026}
}
EUVIMED