EUVIMEDEUVIMED entdecken
Crossref

ແນວທາງການສົ່ງເສີມການຕັດສິນໃຈເຂົ້າຮຽນ ຢູ່ໂຮງຮຽນມັດທະຍົມສຶກສາຕອນປາຍສົງໃນນະຄອນຫຼວງວຽງຈັນ

ຈັນໄຕ ຈັນໄຕ ຂັນສຸລິນ, ບົວດໍາ ແສງຄໍາຄຸດລາວົງ, ແສງສະຫວັນ ພອນສະນິດ

ວາລະສານວິທະຍາສາດສຶກສາສາດ · 20.05.2026 · 3 (1) · 16-26

DOI: 10.71026/sje.3.1.78.2026 ↗

Kurz gefasst

Fachartikel in der Zeitschrift ວາລະສານວິທະຍາສາດສຶກສາສາດ, online erschienen am 20.05.2026. Verfasst von ຈັນໄຕ ຈັນໄຕ ຂັນສຸລິນ und 2 weiteren Autor:innen.

AbstractBibliografische AngabenZitieren

Abstract (Originalsprache)

ບົດຄັດຫຍໍ້ ບົດຄົ້ນຄວ້າໃນຄັ້ງນີ້ມີຈຸດປະສົງ 1) ເພື່ອສຶກສາປັດໄຈການສົ່ງເສີມການຕັດສິນໃຈເຂົ້າຮຽນຢູ່ໂຮງຮຽນມັດທະຍົມສຶກສາຕອນປາຍສົງໃນນະຄອນຫຼວງວຽງຈັນ, 2) ເພື່ອສຶກສາແນວທາງການສົ່ງເສີມການຕັດສິນໃຈເຂົ້າຮຽນ, 3) ເພື່ອປະເມີນແນວທາງການສົ່ງເສີມການຕັດສິນໃຈເຂົ້າຮຽນ. ວິທີການດໍາເນີນການຄົ້ນຄວ້າແບ່ງອອກເປັນ 3 ໄລຍະ, ກຸ່ມຕົວຢ່າງຂອງການຄົ້ນຄວ້າໃນໄລຍະທີ 1 ແມ່ນນັກຮຽນຂັ້ນ “ມ4” ຈໍານວນ 156 ອົງ; ໄລຍະທີ 2 ກຸ່ມເປົ້າໝາຍ 9 ທ່ານຄື: ຜູ້ອໍານວຍການ ແລະ ຮອງຜູ້ອໍານວຍການໂຮງຮຽນມັດທະຍົມສຶກສາຕອນຕົ້ນສົງ ຈໍານວນ 5 ໂຮງຮຽນ ໃນນະຄອນຫຼວງວຽງຈັນ; ໄລຍະທີ 3 ຜູ້ຊົງຄຸນວຸດທິ ຈໍານວນ 9 ທ່ານ ປະກອບດ້ວຍ: ຄະນະກໍາມາທິການສຶກສາສົງສຸນກາງ 3 ທ່ານ, ຄະນະກໍາມາທິການສຶກສາສົງ ນະຄອນຫຼວງວຽງຈັນ 3 ທ່ານ, ພະແນກສຶກສາສົງ ນະຄອນຫຼວງວຽງຈັນ 2 ທ່ານ, ຫົວໜ້າຫ້ອງການສຶກສາສົງ ນະຄອນຫຼວງວຽງຈັນ 1 ທ່ານ. ເຄື່ອງມືທີ່ໃຊ້ເປັນແບບສອບຖາມ, ແບບສໍາພາດ ແລະ ແບບປະເມີນແນວທາງ; ນໍາໃຊ້ສະຖິຕິພື້ນຖານໃນການວິເຄາະຂໍ້ມູນ ເຊິ່ງປະກອບມີ ຄ່າຄວາມຖີ່ (Frequency), ຄ່າສ່ວນຮ້ອຍ (Percentage), ຄ່າສະເລ່ຍ ແລະ ຄ່າຜັນປຽ່ນມາດຕະຖານ (S.D). ຜົນການຄົ້ນຄວ້າພົບວ່າ: 1) ປັດໄຈການສົ່ງເສີມການຕັດສິນໃຈເຂົ້າຮຽນ ຢູ່ໂຮງຮຽນມັດທະຍົມສຶກສາຕອນປາຍສົງ ໃນນະຄອນຫຼວງວຽງຈັນ ໂດຍລວມ ຢູ່ໃນລະດັບຫຼາຍ. 2) ແນວທາງການສົ່ງເສີມການຕັດສິນໃຈເຂົ້າຮຽນ ຢູ່ໂຮງຮຽນມັດທະຍົມສຶກສາຕອນປາຍສົງ ໃນນະຄອນຫຼວງວຽງຈັນ ຄື: ຄວນປັບປຸງອາຄານສະຖານທີ່ ໃຫ້ສະອາດ ສວຍງາມ ແລະ ໄດ້ມາດຕະຖານ, ພັດທະນາຜູ້ບໍລິຫານ ແລະ ຄູສອນ ໃຫ້ມີຄວາມຮູ້ ຄວາມສາມາດ ແລະ ມີປະສົບການສູງ, ປັບປຸງຫຼັກສູດການຮຽນ-ການສອນໃຫ້ສອດຄອ່ງກັບຄວາມຕ້ອງການຂອງຜູ້ຮຽນ; ຄອບຄົວຄວນເຫັນຄວາມສໍາຄັນຂອງການເຂົ້າຮຽນ, ຄອບຄົວຄວນມີການສົ່ງເສີມ ແລະ ໃຫ້ກໍາລັງໃຈລູກໃນການເຂົ້າຮຽນຕໍ່, ຄອບຄົວຄວນເປັນຕົວແບບທີ່ດີ ແລະ ສົ່ງເສີມທາງດ້ານການຮຽນໃຫ້ລູກ; ຄວນສົ່ງເສີມສັງຄົມໃຫ້ມີຄວາມເຊື່ອວ່າການສຶກສາຈະຊ່ວຍໃຫ້ຄົນມີອະນາຄົດ ແລະ ຊີວິດການເປັນຢູ່ທີ່ດີຂຶ້ນ, ໃຫ້ສັງຄົມສ້າງຄ່ານິຍົມໃນການສົ່ງເສີມໃຫ້ນັກຮຽນຕັດສິນໃຈເຂົ້າຮຽນ, ໃຫ້ສັງຄົມມີການຊຸກຍູ້ ສົ່ງເສີມທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ການຮຽນຂອງນັກຮຽນ; ຄວນເປີດໂອກາດໃຫ້ນັກຮຽນ ແລະ ຜູ້ປົກຄອງໄດ້ສະແດງຄວາມຄິດເຫັນກ່ຽວກັບການຮຽນ-ການສອນ, ຄວນມີການແຈ້ງຂ່າວສານປະຊາສໍາພັນນະໂຍບາຍຕ່າງໆກ່ຽວກັບໂຮງຮຽນ, ໃຫ້ນັກຮຽນ ແລະ ຜູ້ປົກຄອງໄດ້ຮັບຮູ້, ຄວນມີການປະຊາສໍາພັນທາງອອນລາຍເຊັ່ນ: ທາງອິນເຕີເນັດ, Facebook, WhatsApp ແລະ ອື່ນໆ. 3) ຜົນການປະເມີນແນວທາງການສົ່ງເສີມການຕັດສິນໃຈເຂົ້າຮຽນ ຢູ່ໂຮງຮຽນມັດທະຍົມສຶກສາຕອນປາຍສົງ ໃນນະຄອນຫຼວງວຽງຈັນ ໂດຍລວມ ແມ່ນມີຄວາມເໝາະສົມ ແລະ ຄວາມເປັນໄປໄດ້ ແມ່ນຢູ່ໃນລະດັບຫຼາຍ. Abstract The objectives of this research were: 1) to investigate the factors promoting enrollment decisions in Sangha upper secondary schools in Vientiane Capital, 2) to study the guidelines for promoting enrollment decisions, and 3) to evaluate the guidelines for promoting enrollment decisions. The research methodology was divided into three phases. In Phase 1, the sample group consisted of 156 M4 students. In Phase 2, the target group consisted of nine participants, including the principals and deputy principals from five Sangha lower secondary schools in Vientiane Capital. In Phase 3, the study involved nine experts: three members of the Central Sangha Education Committee, three members of the Sangha Education Committee in Vientiane Capital, two members of the Sangha Education Department in Vientiane Capital, and one head of the Sangha Education Office of Vientiane Capital. The research instruments were questionnaires, interviews, and evaluation forms. The statistics used for data analysis were frequency, percentage, mean (), and standard deviation (S.D). The results of the research found that: 1) The overall results of the factors promoting enrollment decisions in Sangha upper secondary schools in Vientiane Capital were generally at a high level. 2) The guidelines for promoting enrollment decisions in Sangha upper secondary schools in Vientiane Capital found that the buildings should be clean, beautiful, and meet standard. Administrators and teachers should be developed to have high knowledge, skills, and experience. The curriculum and instruction should be improved to align with the students’ needs. Regarding the families, there should recognize the importance of school enrollment, families should encourage and motivate their children to continue studies, families should serve as positive role models and promote their children's education. In terms of society, there should be encouraged to believe that education contributes to a better future and improved quality of life. Encourage society to create values that promote students’ enrollment decisions. It should provide both material and moral support ​​to facilitate students’ learning. Regarding to public relation, students and parents should have opportunities to express their opinions about teaching-learning. Public relations messages about schools should be announced to students and parents through various channels, including online platforms such as on Facebook, WhatsApp, and others. 3) The results of the evaluation of the guidelines for promoting enrollment decisions in Sangha upper secondary schools in Vientiane Capital are generally appropriate, and the feasibility is at a high level. Key words: guidelines promotional, decision-making, school enrollment, upper secondary education, Vientiane Capital.

Zitieren

APA

ຂັນສຸລິນ, ຈ. ຈ., ແສງຄໍາຄຸດລາວົງ, ບ., & ພອນສະນິດ, ແ. (2026). ແນວທາງການສົ່ງເສີມການຕັດສິນໃຈເຂົ້າຮຽນ ຢູ່ໂຮງຮຽນມັດທະຍົມສຶກສາຕອນປາຍສົງໃນນະຄອນຫຼວງວຽງຈັນ. ວາລະສານວິທະຍາສາດສຶກສາສາດ, 3(1), 16-26. https://doi.org/10.71026/sje.3.1.78.2026

Vancouver

ຂັນສຸລິນ ຈຈ, ແສງຄໍາຄຸດລາວົງ ບ, ພອນສະນິດ ແ. ແນວທາງການສົ່ງເສີມການຕັດສິນໃຈເຂົ້າຮຽນ ຢູ່ໂຮງຮຽນມັດທະຍົມສຶກສາຕອນປາຍສົງໃນນະຄອນຫຼວງວຽງຈັນ. ວາລະສານວິທະຍາສາດສຶກສາສາດ. 2026;3(1):16-26. doi:10.71026/sje.3.1.78.2026

BibTeX
@article{2026,
  author = {ຂັນສຸລິນ, ຈັນໄຕ ຈັນໄຕ and ແສງຄໍາຄຸດລາວົງ, ບົວດໍາ and ພອນສະນິດ, ແສງສະຫວັນ},
  title = {ແນວທາງການສົ່ງເສີມການຕັດສິນໃຈເຂົ້າຮຽນ ຢູ່ໂຮງຮຽນມັດທະຍົມສຶກສາຕອນປາຍສົງໃນນະຄອນຫຼວງວຽງຈັນ},
  journal = {ວາລະສານວິທະຍາສາດສຶກສາສາດ},
  year = {2026},
  volume = {3},
  number = {1},
  pages = {16--26},
  doi = {10.71026/sje.3.1.78.2026}
}
Kostenlos starten →