EUVIMEDEUVIMED entdecken
Crossref

ຜົນຂອງການລ້ຽງແມງດາໂດຍການນໍາໃຊ້ຮູບແບບຈໍາລອງທີ່ແຕກຕ່າງກັນ

Kathingthong LATHVONGXAY, Latsamy SOULIVONGSA, Phouvin PHOUSAVANH, Phonexay MALI, Tingkham K EOPILAR

ວາລະສານ ວິທະຍາສາດທຳມະຊາດ · 23.08.2026 · 23 (2) · 101-107

DOI: 10.71026/sj.v23i2.148 ↗

Kurz gefasst

Fachartikel in der Zeitschrift ວາລະສານ ວິທະຍາສາດທຳມະຊາດ, online erschienen am 23.08.2026. Verfasst von Kathingthong LATHVONGXAY und 4 weiteren Autor:innen.

AbstractBibliografische AngabenZitieren

Abstract (Originalsprache)

ຜົນຂອງການລ້ຽງແມງດາໂດຍການນໍາໃຊ້ພື້ນທີ່ຈຳລອງ ເພື່ອປຽບທຽບການຈະເລີນເຕີບໂຕໂດຍການລ້ຽງໃນ 3 ພື້ນທີ່ແຕກຕ່າງກັນ, ເພື່ອສຶກສາການພັດທະນາການທາງດ້ານຮູບຮ່າງລັກສະນະຂອງແມງດາ (ໂຕອ່ອນ - ສົມບູນ), ແລະ ສຶກສາການຈະເລີນເຕີບໂຕຂອງແມງດາໃນຄັ້ງນີ້ ນອກນັ້ນເພື່ອປຽບທຽບອັດຕາການລອດຕາຍໃນ 3 ພື້ນທີ່ແຕກຕ່າງກັນ. ການທົດລອງຄັ້ງນີ້ແມ່ນໃຊ້ຮູບແບບສຸ່ມສົມບູນ “CRD” ມີ 3 ສິ່ງທົດລອງ, ມີ 3 ຊໍ້າ ນໍ້າໜັກ ເລິ່ມຕົ້ນ, ຄວາມຍາວ ແລະ ຄວາມກວ້າງສະເລ່ຍທີ່ໃຊ້ໃນ 3 ກຸ່ມຄັ້ງນີ້ໄກ້ຄຽງກັນດ້ວຍອັດຕາການປ່ອຍ 28 ໂຕຕໍ່ອ່າງ. ຜົນຂອງການທົດລອງເຫັນໄດ້ວ່າ ການພັດທະນາການຂອງແມງດາ ເລິ່ມແຕ່ໄລຍະໂຕອ່ອນ - ສົມບູນເພດແມ່ນມີການລອກຄາບ 5 ຄັ້ງ ໃຊ້ເວລາພັດທະນາການ 35 - 42 ວັນ ທີ່ສາມາດແຍກເພດໄດ້ຢ່າງສັດເຈນ. ນອກຈາກນັ້ນ ຜົນຂອງການທົດລອງໃນຄັ້ງນີ້ເຫັນໄດ້ວ່າ ນໍ້າໜັກໄລຍະຕົ້ນຫາສຸດທ້າຍຂອງແຕ່ລະກຸ່ມມີຄ່າສະເລຍຄື: T2 = 0.03 ± 0.01 ເຖິງ 7.50 ± 0.96 g/ໂຕ ຮອງລົງມາແມ່ນ T3 = 0.03 ± 0.02 ເຖິງ 7.14 ± 1.34 g/ໂຕ ແລະ T1 = 0.03 ± 0.01 ເຖິງ 7.11 ± 0.89 g/ໂຕ, ມີນໍ້າໜັກເພີ່ມຂຶ້ນລວມແມ່ນ T2 = 7.47 ± 0.37 g/ໂຕ, T3 = 7.11 ± 0.11 g/ໂຕ, T1 = 7.07 ± 0.04 g/ໂຕ ທີ່ມີຄວາມແຕກຕ່າງທາງດ້ານສະຖິຕິ p < 0.05; ເຊິ່ງການຈະເລີນເຕີບໂຕຕໍ່ວັນເຫັນໄດ້ຢ່າງສັດເຈນວ່າ ກຸ່ມ T2 = 0.18 ± 0.008 g/ໂຕ/ວັນ ຮອງລົງມາແມ່ນກຸ່ມ T3 = 0.17 ± 0.010 g/ໂຕ/ວັນ ແລະ ສຸດທ້າຍແມ່ນກຸ່ມ T1= 0.17 ± 0.001 g/ໂຕ/ວັນ ຕາມລຳດັບ. ເມື່ອເບິ່ງທາງດ້ານຄວາມຍາວເພີ່ມຂຶ້ນລວມທັງ 3 ກຸ່ມເຫັນວ່າ T2 = 6.36± 0.78 Cm/ໂຕ ຮອງລົງມາແມ່ນກຸ່ມ T1 = 6.21± 0.84 cm/ໂຕ ແລະ T3 = 6.21± 2.02 Cm/ໂຕ, ແຕ່ປະລິມານຄວາມກວ້າງເພີ່ມຂຶ້ນລວມກໍ່ເຫັນວ່າ ກຸ່ມ T1 = 2.38 ± 0.45 Cm/ໂຕ ຮອງລົງມາແມ່ນກຸ່ມ T2 = 2.34 ± 0.33 Cm/ໂຕ ແລະ ກຸ່ມ T3 = 2.33 ± 0.47 Cm/ໂຕ ຕາມລໍາດັບ ເຊິ່ງທັງໝົດເລົ່ານີ້ແມ່ນບໍ່ມີຄວາມແຕກຕ່າງທາງດ້ານສະຖິຕິດ້ວຍ p > 0.05. ເມື່ອມາປຽບທຽບອັດຕາການລອດຕາຍໃນການທົດລອງ 3 ພື້ນທີ່ແຕກຕ່າງກັນເຫັນໄດ້ວ່າ ອັດຕາສ່ວນຮ້ອຍການລອດຕາຍຂອງກຸ່ມ T2 ແມ່ນສູງກວ່າ T1 ແລະ T3 ໂດຍມີຄ່າສະເລ່ຍ 77.38 ± 0.47 %; 47.62 ± 2.02 % ແລະ 39.28 ± 0.37 % ຕາມລໍາດັບ ຈິ່ງເຮັດໃຫ້ມີຄວາມແຕກຕ່າງທາງດ້ານສະຖິຕິ (p < 0.05).

Zitieren

APA

LATHVONGXAY, K., SOULIVONGSA, L., PHOUSAVANH, P., MALI, P., & EOPILAR, T. K. (2026). ຜົນຂອງການລ້ຽງແມງດາໂດຍການນໍາໃຊ້ຮູບແບບຈໍາລອງທີ່ແຕກຕ່າງກັນ. ວາລະສານ ວິທະຍາສາດທຳມະຊາດ, 23(2), 101-107. https://doi.org/10.71026/sj.v23i2.148

Vancouver

LATHVONGXAY K, SOULIVONGSA L, PHOUSAVANH P, MALI P, EOPILAR TK. ຜົນຂອງການລ້ຽງແມງດາໂດຍການນໍາໃຊ້ຮູບແບບຈໍາລອງທີ່ແຕກຕ່າງກັນ. ວາລະສານ ວິທະຍາສາດທຳມະຊາດ. 2026;23(2):101-107. doi:10.71026/sj.v23i2.148

BibTeX
@article{LATHVONGXAY2026,
  author = {LATHVONGXAY, Kathingthong and SOULIVONGSA, Latsamy and PHOUSAVANH, Phouvin and MALI, Phonexay and EOPILAR, Tingkham K},
  title = {ຜົນຂອງການລ້ຽງແມງດາໂດຍການນໍາໃຊ້ຮູບແບບຈໍາລອງທີ່ແຕກຕ່າງກັນ},
  journal = {ວາລະສານ ວິທະຍາສາດທຳມະຊາດ},
  year = {2026},
  volume = {23},
  number = {2},
  pages = {101--107},
  doi = {10.71026/sj.v23i2.148}
}
Kostenlos starten →