EUVIMEDEUVIMED entdecken
Crossref

ສຶກສາແຮງຈູງໃຈຕໍ່ການປະຕິບັດວຽກງານ ຂອງລັດຖະກອນ ຢູ່ຄະນະວິທະຍາສາດທໍາມະຊາດ, ມະຫາວິທະຍາໄລແຫ່ງຊາດ

ອິນນາວັນ ນາມຄາລັກ, ທອງສຸກ ໄຊບຸນເຮືອງ, ທອງລຸນ ວິໄລທອງ, ບຸນຜັນ ຕົ້ນແພງ, ວັນແສງ ຈຸນລະມະນີ

ວາລະສານ ວິທະຍາສາດທຳມະຊາດ · 30.12.2023 · 23 (2) · 44-56

DOI: 10.71026/sj.v23i2.142 ↗

Kurz gefasst

Fachartikel in der Zeitschrift ວາລະສານ ວິທະຍາສາດທຳມະຊາດ, online erschienen am 30.12.2023. Verfasst von ອິນນາວັນ ນາມຄາລັກ und 4 weiteren Autor:innen.

AbstractBibliografische AngabenZitierenVerwandte Studien

Abstract (Originalsprache)

ໂຄງການຄົ້ນຄວ້າວິທະຍາສາດນີ້ ມີຈຸດປະສົງ 1) ເພື່ອສຶກສາລະດັບແຮງຈູງໃຈໃນການປະຕິບັດວຽກງານໃນຕົວ ແລະ ນອກຕົວຂອງລັດຖະກອນຄະນະວິທະຍາສາດທໍາມະຊາດ ແລະ 2) ປຽບທຽບລະດັບແຮງຈູງໃຈການປະຕິບັດວຽກງານດ້ານໃນຕົວ ແລະ ນອກຕົວຂອງລັດຖະກອນຢູ່ຄະນະວິທະຍາສາດທໍາມະຊາດ ໂດຍຈໍາແນກຕາມເພດ, ອາຍຸ, ລະດັບການສຶກສາ, ປະສົບການການເຮັດວຽກ, ຕໍາແຫນ່ງວິຊາການ, ຕໍາແໜ່ງບໍລິຫານ ແລະ ບ່ອນສັງກັດ. ຕົວຢ່າງທີ່ໃຊ້ໃນການສຶກສາຄັ້ງນີ້ແມ່ນລັດຖະກອນ ຢູ່ຄະນະວິທະຍາສາດທໍາມະຊາດ, ຈໍານວນ 73 ທ່ານ ໂດຍການເລືອກແບບເຈາະຈົງ ແລະ ເຄື່ອງມືທີ່ໃຊ້ໃນການເກັບຂໍ້ມູນແມ່ນແບບສອບຖາມແບບມາດຕາສ່ວນ 5 ລະດັບ. ນໍາໃຊ້ໂປຣແກຣມສໍາເລັດຮູບທາງຄອມພິວເຕີຄື ໂປຣແກຣມ SPSS ວິເຄາະຫາຈໍານວນ, ຄ່າສ່ວນຮ້ອຍ, ຄ່າສະເລ່ຍ ແລະ ຄ່າຜັນປ່ຽນມາດຕະຖານ. ຜົນການສຶກສາພົບວ່າ ລັດຖະກອນຄະນະວິທະຍາສາດ ທໍາມະຊາດ ມີແຮງຈູງໃຈໃນການປະຕິບັດວຽກງານ ໂດຍພາບ ລວມແມ່ນຢູ່ໃນລະດັບຫຼາຍ ເຊິ່ງດ້ານການພົວພັນຮ່ວມມືແມ່ນຢູ່ໃນລະດັບຫຼາຍທີ່ສຸດ ( = 4.22 S. D=0.63) ຮອງລົງມາ ແມ່ນດ້ານຄວາມຮູ້ຄວາມສາມາດ ( = 4.20, S.D = 0.68) ແລະ ຕໍ່າກວ່າຫມູ່ແມ່ນດ້ານສິ່ງອໍານວຍຄວາມສະດວກ ( = 3.61, S.D = 0.77). ສໍາລັບການປຽບທຽບລະດັບແຮງຈູງໃຈໃນແຕ່ລະດ້ານເຫັນວ່າ ເພດຍິງມີແຮງຈູງໃຈໃນການປະຕິບັດວຽກຫຼາຍກວ່າເພດຊາຍໃນນັ້ນດ້ານການພົວພັນຮ່ວມມືແມ່ນຢູ່ໃນລະດັບຫຼາຍທີ່ສຸດ ( = 4.41, S.D =0.56) ກຸ່ມຜູ້ທີ່ມີອາຍຸຕໍ່າກວ່າ 10 ປີ ມີແຮງຈູງໃຈຫລາຍກວ່າຫມູ່ ໂດຍສະເພາະແມ່ນດ້ານຄວາມຮູ້ ຄວາມສາມາດ ( = 4.27, S. D = 0.541), ແລະ ກຸ່ມທີ່ມີອາຍຸ 40- 45 ປີ ມີແຮງຈູງໃຈຫນ້ອຍກວ່າຫມູ່ ໂດຍສະເພາະ ແມ່ນດ້ານສິ່ງອໍານວຍຄວາມສະດວກ ( = 3.4, S. D = 0.783); ກຸ່ມທີ່ມີລະດັບການສຶກສາປະລິນຍາຕີ ມີແຮງຈູງໃຈຫລາຍກວ່າຫມູ່ ໂດຍສະເພາະແມ່ນດ້ານຄວາມຮັບຜິດຊອບ ( =4.21, S. D = 0.58) ແລະ ກຸ່ມທີ່ມີລະດັບການສິກສາປະລິນຍາເກ ມີແຮງຈູງໃຈຫນ້ອຍກວ່າຫມູ່ ໂດຍສະເພາະແມ່ນ ດ້ານການອໍານວຍຄວາມສະດວກ ( =3.51, S. D = 0.778); ກຸ່ມທີ່ມີປະສົບການເຮັດວຽກຕໍ່າກວ່າ 5 ປີ ມີແຮງຈູງໃຈຫລາຍກວ່າຫມູ່ ໂດຍສະເພາະແມ່ນ ດ້ານບໍລິຫານ-ຄຸ້ມເອງ ( =4.75, S. D = 0.406) ແລະ ກຸ່ມທີ່ມີປະສົບການເຮັດວຽກ 5 -10 ປີ ມີແຮງຈູງໃຈໜ້ອຍກວ່າຫມູ່ ໂດຍສະເພາະແມ່ນດ້ານສິ່ງອໍານວຍຄວາມສະດວກ ( = 3.51, S. D = 0.729); ກຸ່ມທີ່ມີຕໍາແຫນ່ງປະເພດ 2-3 ມີແຮງຈູງໃຈຫລາຍກວ່າຫມູ່ ໂດຍສະເພາະແມ່ນດ້ານເຈວາມຮັບຜິດຊອບ ( = 4.72, S. D = 1.453 ແລະ ກຸ່ມທີ່ມີຕໍາແຫນ່ງບໍລິຫານປະເພດ 6-7 ມີແຮງຈູງໃຈ ກອບກວ່າຫມູ່ ແມ່ນດ້ານສິ່ງອໍານວຍຄວາມສະດວກ ( = 3.22, S. D = 1.512); ກຸ່ມທີ່ມີຕໍາແຫນ່ງຮອງສາສະດາຈານມີແຮງຈູງໃຈຫລາຍກວ່າຫມູ່ ໂດຍສະເພາະແມ່ນດ້ານຄວາມຮັບຜິດຊະນ ( = 4.55, S. D = 0.620) ແລະ ກຸ່ມທີ່ມີຕ້າງສາຈານມີແສງຈິງໃຈຫນ້ອຍວ່າຫມູ່ ໂດຍສະເພາະແມ່ນດ້ານສິ່ງອໍານວຍ ຄວາມສະດວກ ( = 3.43, S.D = 0.828); ກຸ່ມທີ່ສັງກັດຢູ່ພາກວິຊາເຄມີສາດ ມີແຮງຈູງໃຈຫລາຍກວ່າຫມູ່ ໂດຍສະເພາະ ແມ່ນດ້ານນະໂຍບາຍ ສົ່ງເສີມ ( = 4.43, S. D= 0.631 ) ແລະ ກຸ່ມທີ່ສັງກັດຢູ່ພາສາວິຊາຟີຊິກສາດ ມີແຮງຈູງໃຈກັບບ ກວ່າຫມູ່ ໂດຍສະເພາະແມ່ນດ້ານສິ່ງອໍານວຍຄວາມສະຕາກ ( = 3.52, S.D = 0.874).

Zitieren

APA

ນາມຄາລັກ, ອ., ໄຊບຸນເຮືອງ, ທ., ວິໄລທອງ, ທ., ຕົ້ນແພງ, ບ., & ຈຸນລະມະນີ, ວ. (2023). ສຶກສາແຮງຈູງໃຈຕໍ່ການປະຕິບັດວຽກງານ ຂອງລັດຖະກອນ ຢູ່ຄະນະວິທະຍາສາດທໍາມະຊາດ, ມະຫາວິທະຍາໄລແຫ່ງຊາດ. ວາລະສານ ວິທະຍາສາດທຳມະຊາດ, 23(2), 44-56. https://doi.org/10.71026/sj.v23i2.142

Vancouver

ນາມຄາລັກ ອ, ໄຊບຸນເຮືອງ ທ, ວິໄລທອງ ທ, ຕົ້ນແພງ ບ, ຈຸນລະມະນີ ວ. ສຶກສາແຮງຈູງໃຈຕໍ່ການປະຕິບັດວຽກງານ ຂອງລັດຖະກອນ ຢູ່ຄະນະວິທະຍາສາດທໍາມະຊາດ, ມະຫາວິທະຍາໄລແຫ່ງຊາດ. ວາລະສານ ວິທະຍາສາດທຳມະຊາດ. 2023;23(2):44-56. doi:10.71026/sj.v23i2.142

BibTeX
@article{2023,
  author = {ນາມຄາລັກ, ອິນນາວັນ and ໄຊບຸນເຮືອງ, ທອງສຸກ and ວິໄລທອງ, ທອງລຸນ and ຕົ້ນແພງ, ບຸນຜັນ and ຈຸນລະມະນີ, ວັນແສງ},
  title = {ສຶກສາແຮງຈູງໃຈຕໍ່ການປະຕິບັດວຽກງານ ຂອງລັດຖະກອນ ຢູ່ຄະນະວິທະຍາສາດທໍາມະຊາດ, ມະຫາວິທະຍາໄລແຫ່ງຊາດ},
  journal = {ວາລະສານ ວິທະຍາສາດທຳມະຊາດ},
  year = {2023},
  volume = {23},
  number = {2},
  pages = {44--56},
  doi = {10.71026/sj.v23i2.142}
}
Kostenlos starten →