ການປະຍຸກໃຊ້ນໍ້າໝັກຊີວະພາບ ຈາກເປືອກໝາກໄມ້ລົດສົ້ມ ດ້ວຍຫົວເຊື້ອຈຸລິນຊີຊີວະພາບສໍາເລັດຮູບ ມາຕໍ່ຍອດຜະລິດເປັນນໍ້າຢາທໍາຄວາມສະອາດອະເນກປະສົງ ເພື່ອເພີ່ມຄຸນຄ່າຂອງນໍ້າສະກັດຊີວະພາບ ຈາກຂີ້ເຫຍື້ອອິນຊີ
ວາລະສານ ວິທະຍາສາດທຳມະຊາດ · 30.12.2023 · 23 (2) · 11-24
DOI: 10.71026/sj.v23i2.139 ↗Kurz gefasst
Fachartikel in der Zeitschrift ວາລະສານ ວິທະຍາສາດທຳມະຊາດ, online erschienen am 30.12.2023. Verfasst von ວຽງລາສີ ມັງໜໍ່ເມກ und 3 weiteren Autor:innen.
Abstract (Originalsprache)
ການວິໄຈ ມີຈຸດປະສົງຄື: 1) ການຜະລິດນໍ້າສະກັດຊີວະພາບຈາກເສດເປືອກໝາກໄມ້ລົດສົ້ມ ໂດຍນໍາໃຊ້ຫົວເຊື້ອຈຸລິນຊີ ຊີວະພາບສໍາເລັດຮູບ ແລະ ຜະລິດນໍ້າຢາທໍາຄວາມສະອາດອະເນກປະສົງ ຈາກການນໍາໃຊ້ນໍ້າສະກັດຊີວະພາບຈາກເປືອກໝາກໄມ້ລົດສົ້ມມາຕໍ່ຍອດ ໂດຍໃຊ້ການວິໄຈແບບທົດລອງ, ນໍາໃຊ້ ໝາກໄມ້ ຫຼື ເປືອກໝາກໄມ້ລົດສົ້ມ ຈໍານວນ 20 ກິໂລກຣາມ ໄປໝັກດ້ວຍ Bezt DM 25 g ເປັນຕົວເລັ່ງໃຊ້ເວລາການໝັກພຽງ 3–5 ວັນ ກໍຈະໄດ້ນໍ້າໝັກຊີວະພາບ 100 ລິດ ໂດຍໃຊ້ງົບປະມານພຽງ 51,000 ກີບ, ເມື່ອທຽບກັບການຜະລິດນໍ້າໝັກໂດຍໃຊ້ກາກນໍ້າຕານ-ຫົວເຊື້ອ EM ເປັນຕົວເລັ່ງແມ່ນຈະໃຊ້ເວລາໃນລະຫ່ວາງ 1–3 ເດືອນ ແລະ ໃຊ້ງົບປະມານເຖິງ 185,000 ກີບ. ໃນການນໍາເອົານໍ້າສະກັດຊີວະພາບຈາກເປືອກໝາກໄມ້ລົດສົ້ມນັ້ນ ມາພັດທະນາຕໍ່ຍອດຜະລິດນໍ້າຢາທໍາຄວາມສະອາດອະເນກປະສົງ ໂດຍຄໍານວນຈາກສ່ວນປະສົມຄື: ນໍ້າໝັກຊີວະພາບໝັກໄມ້ລົດສົ້ມ 1 ລິດ, ນໍ້າເກືອ 1 ລິດ, ສານໃຫ້ຟອງ N70–1 ກິໂລກຣາມ ແລະ ນໍ້າສະອາດ 10 ລິດ ແມ່ນໃຊ້ງົບປະມານ 66,000 ກີບ ເຊິ່ງຈະໄດ້ນໍ້າຢາທໍາຄວາມສະອາດອະເນກປະສົງຈໍານວນ 13 ລິດ (13,000 ml) ແລະ ໃນການໝັກແຕ່ລະຄັ້ງຈະໄດ້ນໍ້າໝັກຊີວະພາບ 100 ລິດ ສາມາດຜະລິດນໍ້າຢາເຮັດຄວາມສະອາດອະເນກປະສົງ ໄດ້ 100 ເທົ່າ ຂອງ 13 ລິດ (13,000 ml) ໂດຍຈະໃຊ້ງົບປະມານ 6,600,000 ກີບ ແລະ ຖ້າກຸ່ມຕົວຢ່າງຊື້ນໍ້າຢາລ້າງຈານ ທີ່ມີຂາຍໃນຕະຫຼາຍທົ່ວໄປ ຂະໜາດບັນຈຸ 13 ລິດ (13,000 ml) ມາໃຊ້ພຽງຢ່າງດຽວ ຈະໃຊ້ງົບປະມານເຖິງ 260,000 ກີບ ແລະ ຖ້າຊື້ນໍ້າຢາລ້າງຈານມາໃຊ້ 100 ເທົ່າຂອງ 13 ລິດ (13,000 ml) ຈະໃຊ້ງົບປະມານເຖິງ 26,000,000 ກີບ, 2) ການກວດວິເຄາະຄຸນະພາບຂອງນໍ້າຢາເຮັດຄວາມສະອາດອະເນກປະສົງແມ່ນໃຊ້ການວິໄຈແບບທົດລອງ, ຊຶ່ງນໍາເອົາຕົວຢ່າງນໍ້າຢາດັ່ງກ່າວ ໄປວິເຄາະຢູ່ທີ່ຫ້ອງວິໄຈອາຫານ ແລະ ຢາ, ກົມອາຫານ ແລະ ຢາ ພົບວ່າ ຜົນການວິເຄາະຫາຈຸລິນຊີ E.coli ບັນລຸຜົນ (ບໍ່ພົບເຫັນ) ແລະ 3) ການສຶກສາທັດສະນະຄະຕິ, ຄວາມຄິດເຫັນຂອງກຸ່ມຕົວຢ່າງຕໍ່ຜະລິດຕະພັນນໍ້າຢາທໍາຄວາມສະອາດອະເນກປະສົງດັ່ງກ່າວ ໃນເວລາໄປນໍາໃຊ້ເປັນນໍ້າຢາລ້າງຈານ ແລະ ນໍ້າຢາລ້າງ-ຖູພື້ນຫ້ອງນໍ້າແມ່ນໃຊ້ການວິໄຈແບບທົດລອງ ແລະ ການວິໄຈແບບສໍາຫຼວດ, ໂດຍວິທີການແຈກຢາຍຜະລິດຕະພັນນໍ້າຢາທໍາຄວາມສະອາດອະເນກປະສົງຊີວະພາບ ໃຫ້ກຸ່ມຕົວຢ່າງທີ່ເປັນພະນັກງານ- ອາຈານຢູ່ ຄສວ ຈໍານວນ 30 ທ່ານ ເອົາໄປໃຊ້ ແລະ ກຸ່ມຕົວຢ່າງຢູ່ສໍານັກງານອະທິການບໍດີ 30 ທ່ານ ໄປໃຊ້ເປັນໍ້າລ້າງ-ຖູພື້ນຫ້ອງນໍ້າປະມານ 2–3 ອາທິດ ແລ້ວຈຶ່ງດໍາເນີນການສອບຖາມເຫັນວ່າ: ດ້ານກາຍະພາບມີຄະແນນສະເລ່ຍລວມ 3.07 ແລະ 3.54 ຢູ່ໃນເກນລະດັບປານກາງ ແລະ ດີຫຼາຍ ຕາມລໍາດັບ. ດ້ານຄຸນະພາບຂອງນໍ້າຢາແມ່ນ 2.61 ແລະ 2.43 ເຊິ່ງຖືວ່າຢູ່ໃນເກນລະດັບປານກາງ ແລະ ໜ້ອຍ ຕາມລໍາດັບ. ດ້ານການພັດທະນາ-ສົ່ງເສີມ ມີຄະແນນສະເລ່ຍລວມ 3.83 ແລະ 3.97 ຕາມລໍາດັບ ເຊິ່ງຖືວ່າຢູ່ໃນເກນລະດັບດີຫຼາຍທັງສອງກໍລະນີ
Zitieren
APA
ມັງໜໍ່ເມກ, ວ., ໄຊຍະລິນ, ໄ., ແສງດາລາ, ສ., & ພົມມະຈິດ, ປ. (2023). ການປະຍຸກໃຊ້ນໍ້າໝັກຊີວະພາບ ຈາກເປືອກໝາກໄມ້ລົດສົ້ມ ດ້ວຍຫົວເຊື້ອຈຸລິນຊີຊີວະພາບສໍາເລັດຮູບ ມາຕໍ່ຍອດຜະລິດເປັນນໍ້າຢາທໍາຄວາມສະອາດອະເນກປະສົງ ເພື່ອເພີ່ມຄຸນຄ່າຂອງນໍ້າສະກັດຊີວະພາບ ຈາກຂີ້ເຫຍື້ອອິນຊີ. ວາລະສານ ວິທະຍາສາດທຳມະຊາດ, 23(2), 11-24. https://doi.org/10.71026/sj.v23i2.139
Vancouver
ມັງໜໍ່ເມກ ວ, ໄຊຍະລິນ ໄ, ແສງດາລາ ສ, ພົມມະຈິດ ປ. ການປະຍຸກໃຊ້ນໍ້າໝັກຊີວະພາບ ຈາກເປືອກໝາກໄມ້ລົດສົ້ມ ດ້ວຍຫົວເຊື້ອຈຸລິນຊີຊີວະພາບສໍາເລັດຮູບ ມາຕໍ່ຍອດຜະລິດເປັນນໍ້າຢາທໍາຄວາມສະອາດອະເນກປະສົງ ເພື່ອເພີ່ມຄຸນຄ່າຂອງນໍ້າສະກັດຊີວະພາບ ຈາກຂີ້ເຫຍື້ອອິນຊີ. ວາລະສານ ວິທະຍາສາດທຳມະຊາດ. 2023;23(2):11-24. doi:10.71026/sj.v23i2.139
BibTeX
@article{2023,
author = {ມັງໜໍ່ເມກ, ວຽງລາສີ and ໄຊຍະລິນ, ໄພປະດິດ and ແສງດາລາ, ສີທອງ and ພົມມະຈິດ, ປິ່ນແກ້ວ},
title = {ການປະຍຸກໃຊ້ນໍ້າໝັກຊີວະພາບ ຈາກເປືອກໝາກໄມ້ລົດສົ້ມ ດ້ວຍຫົວເຊື້ອຈຸລິນຊີຊີວະພາບສໍາເລັດຮູບ ມາຕໍ່ຍອດຜະລິດເປັນນໍ້າຢາທໍາຄວາມສະອາດອະເນກປະສົງ ເພື່ອເພີ່ມຄຸນຄ່າຂອງນໍ້າສະກັດຊີວະພາບ ຈາກຂີ້ເຫຍື້ອອິນຊີ},
journal = {ວາລະສານ ວິທະຍາສາດທຳມະຊາດ},
year = {2023},
volume = {23},
number = {2},
pages = {11--24},
doi = {10.71026/sj.v23i2.139}
}
EUVIMED