EUVIMEDEUVIMED entdecken
Crossref

ສຶກສາການຕົກຄ້າງຂອງແກ່ນວັດຊະພືດໃນນາເຂົ້າ ຢູ່ 4 ບ້ານ ເມືອງໄຊທານີ ນະຄອນຫຼວງວຽງຈັນ

T CHANHTHALATH, D LORVANXAY, P THAPBOUALY, V

ວາລະສານ ວິທະຍາສາດທຳມະຊາດ · 30.12.2025 · 25 (2) · 134-142

DOI: 10.71026/sj.2025.02019 ↗

Kurz gefasst

Fachartikel in der Zeitschrift ວາລະສານ ວິທະຍາສາດທຳມະຊາດ, online erschienen am 30.12.2025. Verfasst von T CHANHTHALATH und 3 weiteren Autor:innen.

AbstractBibliografische AngabenZitierenVerwandte Studien

Abstract (Originalsprache)

ສຶກສາການຕົກຄ້າງຂອງແກ່ນວັດຊະພືດໃນນາເຂົ້າຢູ່ 4 ບ້ານ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເລີ່ມສໍາຫຼວດແຕ່ເດືອນພະຈິກ 2023 ເຖິງ ເດືອນກໍລະກົດ 2024 ລົງເກັບຕົວຢ່າງດິນຢູ່ທົ່ງນາຫຼັງຈາກການເກັບກ່ຽວໃນຂອບເຂດ 4 ບ້ານຄື: ບ້ານນາລ້ອມ, ບ້ານນາສາລາ, ບ້ານໂພນງາມ ແລະ ບ້ານໂພນຕ້ອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ການເກັບຕົວຢ່າງຈະສຸ່ມເອົາ 144 ຈຸດ ໂດຍກໍານົດບ້ານໜຶ່ງຕໍ່ໄຮ່ນາ 3 ໄຮ່ທີ່ຫ່າງກັນເພື່ອເປັນຕົວແທນໃຫ້ແຕ່ລະບ້ານເຊິ່ງວິທີການແມ່ນນຳບັ້ງເຫຼັກ (7.5 x 49.5 ຊມ) ແລ້ວໃຊ້ຄ້ອນຕີຕອກບັ້ງເຫຼັກລົງດິນເລິກ 5 ຊມ ແລະ ຕອກຊໍ້າຈຸດເກົ່າຕື່ມລົງເລິກ 10 ມຊ ເພື່ອເອົາຕົວຢ່າງດິນ. ຜົນການສຶກສາພົບວັດຊະພືດທັງໝົດ 3 ກຸ່ມ ລວມ 6 ຊະນິດ. ກຸ່ມໃບແຄບພົບ 3 ຊະນິດ: ຕົ້ນສາມຫຼ່ຽມ Cyperus imbricatus Retz., ຕົ້ນຕຸ້ມຫູ Cyperrus difformis L. ແລະ ຕົ້ນໜວດປາດຸກ Fimbristylis miliacea (L.)Vahl ຮອງລົງມາ ແມ່ນກຸ່ມຫຍ້າພົບ 2 ຊະນິດ: ເຂົ້າເຮື້ອ Oryza sativa L. ແລະ ເຂົ້ານົກສີຊົມພູ Echinochloa colona (L.) Link ແລະ ກຸ່ມໃບກວ້າງ ພົບ 1 ຊະນິດ: ຕົ້ນບີອ່ຽນ Hydrolea zeylanica (L.) Vahl. ໃນນັ້ນມີ 3 ບ້ານ ຄື: ບ້ານນາລ້ອມ, ບ້ານໂພນງາມ ແລະ ບ້ານໂພນຕ້ອງທີ່ພົບຊະນິດວັດຊະພືດ 3 ກຸ່ມ 6 ຊະນິດຄືກັນ, ສ່ວນບ້ານນາສາລາແມ່ນພົບວັດຊະພືດ 3 ກຸ່ມ 5 ຊະນິດ. ເມື່ອປຽບທຽບຈໍານວນວັດຊະພືດທີ່ພົບລວມທັງໝົດຫຼາຍກວ່າໝູ່ແມ່ນຕົ້ນໜວດປາດຸກ Fimbristylis miliacea (L.) Vahl ຈໍານວນ 674 ຕົ້ນ, ຮອງລົງມາແມ່ນຕົ້ນສາມຫຼ່ຽມ Cyperus imbricatus Retz. ຈໍານວນ 115 ຕົ້ນ, ເຂົ້ານົກສີຊົມພູ Echinochloa colona (L.) Link ຈໍານວນ 108 ຕົ້ນ, ຕົ້ນຕຸ້ມຫູ Cyperrus difformis L. ຈໍານວນ 95 ຕົ້ນ, ຕົ້ນບີອ່ຽນ Hydrolea zeylanica (L.) Vahl. ຈໍານວນ 38 ຕົ້ນ ແລະ ພົບຈໍານວນໜ້ອຍກວ່າໝູ່ແມ່ນ ເຂົ້າເຮື້ອ Oryza sativa L. ຈໍານວນ 6 ຕົ້ນ. ແລະ ປຽບທຽບຈຳນວນ ຕົ້ນ/m3 ຂອງວັດຊະພືດທຸກຊະນິດທີ່ພົບທັງໝົດໃນຄວາມເລິກ 5 ຊມ ພົບຫຼາຍກວ່າໝູ່ແມ່ນບ້ານໂພນຕ້ອງ ຈໍານວນ 747,165 ຕົ້ນ/m3, ຮອງລົງມາ ແມ່ນບ້ານໂພນງາມ ຈໍານວນ 630,686 ຕົ້ນ/m3, ບ້ານນາສາລາ ຈໍານວນ 420,460 ຕົ້ນ/m3, ບ້ານໂພນນາລ້ອມ ຈໍານວນ 104,439 ຕົ້ນ/m3 ແລະ ຄວາມເລິກ 10 cm ພົບຫຼາຍກວ່າໝູ່ແມ່ນບ້ານໂພນຕ້ອງ ຈໍານວນ 281,262 ຕົ້ນ/m3, ຮອງລົງມາແມ່ນບ້ານໂພນງາມ ຈໍານວນ 252,851 ຕົ້ນ/m3, ບ້ານນາລ້ອມ ຈໍານວນ 201,713 ຕົ້ນ/m3 ແລະ ບ້ານນາສາລາ ຈໍານວນ 187,511 ຕົ້ນ/m3.

Zitieren

APA

CHANHTHALATH, T., LORVANXAY, D., THAPBOUALY, P., & V (2025). ສຶກສາການຕົກຄ້າງຂອງແກ່ນວັດຊະພືດໃນນາເຂົ້າ ຢູ່ 4 ບ້ານ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ວາລະສານ ວິທະຍາສາດທຳມະຊາດ, 25(2), 134-142. https://doi.org/10.71026/sj.2025.02019

Vancouver

CHANHTHALATH T, LORVANXAY D, THAPBOUALY P, V. ສຶກສາການຕົກຄ້າງຂອງແກ່ນວັດຊະພືດໃນນາເຂົ້າ ຢູ່ 4 ບ້ານ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ວາລະສານ ວິທະຍາສາດທຳມະຊາດ. 2025;25(2):134-142. doi:10.71026/sj.2025.02019

BibTeX
@article{CHANHTHALATH2025,
  author = {CHANHTHALATH, T and LORVANXAY, D and THAPBOUALY, P and V},
  title = {ສຶກສາການຕົກຄ້າງຂອງແກ່ນວັດຊະພືດໃນນາເຂົ້າ ຢູ່ 4 ບ້ານ ເມືອງໄຊທານີ ນະຄອນຫຼວງວຽງຈັນ},
  journal = {ວາລະສານ ວິທະຍາສາດທຳມະຊາດ},
  year = {2025},
  volume = {25},
  number = {2},
  pages = {134--142},
  doi = {10.71026/sj.2025.02019}
}
Kostenlos starten →