ປະເມີນຄ່າກຳມັນຕະພາບລັງສີທຳມະຊາດໃນຕົວຢ່າງຊາຍ ບ້ານດອນເຊັງ, ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ
ວາລະສານ ວິທະຍາສາດທຳມະຊາດ · 30.12.2025 · 25 (2) · 128-133
DOI: 10.71026/sj.2025.02018 ↗Kurz gefasst
Fachartikel in der Zeitschrift ວາລະສານ ວິທະຍາສາດທຳມະຊາດ, online erschienen am 30.12.2025. Verfasst von Sonexay Xayheungsy und 4 weiteren Autor:innen.
Abstract (Originalsprache)
ບົດໂຄງການຄົ້ນຄວ້ານີ້ແມ່ນວິເຄາະຫາປະລິມານກຳມັນຕະພາບຈຳເພາະຂອງນິວໄຄລ໌ກຳມັນຕະພາບລັງສີທຳມະຊາດ (226Ra , 232Th ແລະ 40K) ທີ່ມີໃນ ຕົວຢ່າງຈຳນວນ 5 ຕົວຢ່າງ ຊື່ງໄດ້ເກັບມາຈາກຫາດຊາຍແຄມຝັງແມ່ນ້ຳຂອງ ໃນບ້ານດອນເຊັງ, ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ, ການວິເຄາະຫາກຳມັນຕະພາບຈຳເພາະແມ່ນໃຊ້ຫົວວັດແບບ ເຈີຣ໌ມານຽມບໍລິສຸດ (HPGe) ລະບົບວິເຄາະຫົວວັດລັງສີກາມາ, ຜົນການຄົ້ນຄວ້າພົບວ່າ: ຄ່າກຳມັນຕະພາບລັງສີຈຳເພາະຂອງ 26Ra, 232Th ແລະ 40K ໃນຕົວຢ່າງຊາຍແມ່ນມີຄ່າພິໄສຢູ່ໃນຊ່ວງ 13.14 ±2.59 ຫາ 26.80±4.02 Bq kg-1, 17.73±2.66 ຫາ 28.00±4.09 Bq kg-1 ແລະ 352.10±3.61 ຫາ 398.00±5.23 Bq kg-1 ດ້ວຍຄ່າສະເລ່ຍ 21.55±3.41 Bq kg-1, 24.38±3.25 Bq kg-1 ແລະ 382.42±4.45 Bq kg-1 ຕາມລໍຳດັບ. ເມື່ອປະເມີນຄ່າດັດສະນີຄວາມສ່ຽງທີ່ເປັນອັນຕະລາຍຕໍ່ປະຊາຊົນຜູ້ໄດ້ສຳຜັດລັງສີຈາກຕົວຢ່າງຊາຍແມ່ນມີ 5 ຄ່າຄື: ຄ່າສະເລ່ຍຂອງກຳມັນຕະພາບລັງສີເຣດຽມທຽບເທົ່າ (Raeq), ຄ່າສະເລ່ຍອັດຕາປະລິມານລັງສີກາມາດູດກືນໃນອາກາດທີ່ມີລະດັບສູງຫ່າງຈາກໜ້າຊາຍ 1 m (DR), ຄ່າສະເລ່ຍປະລິມານລັງສີທີ່ມີຜົນທີ່ໄດ້ຮັບຈາກພາຍໃນຮ່າງກາຍປະຈຳປີ (AEDEin), ດັດຊະນີຄວາມສ່ຽງລັງສີຈາກພາຍນອກ (Hex) ແລະ ພາຍໃນ (Hin). ຜົນການວິໄຈຄັ້ງນີ້ແມ່ນພວກເຮົາໄດ້ປຽບທຽບກັບຄ່າມາດຕະຖານສາກົນທີ່ກຳນົດ ໂດຍຄະນະກຳມະການວິທະຍາສາດແຫ່ງຊາດສະຫະປະຊາຊາດວ່າດ້ວຍຜົນກະທົບລັງສີປະລຳມະນູ (UNSCEAR). ຜົນການຄົ້ນຄວ້າສະຫຼູບໄດ້ວ່າ: ຊາຍທີ່ເກັບມາຈາກຫາດຊາຍ ໃນບ້ານດອນເຊັງ ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ. ແມ່ນບໍ່ມີຄວາມສ່ຽງທີ່ຈະເປັນອັນຕະລາຍທາງດ້ານລັງສີຕໍ່ຜູ້ຊົມໃຊ້ຊາຍເຫຼົ່ານີ້ເປັນວັດສະດຸກໍ່ສ້າງເພື່ອປຸກສ້າງອາຄານບ້ານເຮືອນ ທີ່ຢູ່ອາໄສ.
Zitieren
APA
Xayheungsy, S., Phommasoukha, T., Visaiphone, S., Sootkongthong, K., & Volachack, N. (2025). ປະເມີນຄ່າກຳມັນຕະພາບລັງສີທຳມະຊາດໃນຕົວຢ່າງຊາຍ ບ້ານດອນເຊັງ, ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ. ວາລະສານ ວິທະຍາສາດທຳມະຊາດ, 25(2), 128-133. https://doi.org/10.71026/sj.2025.02018
Vancouver
Xayheungsy S, Phommasoukha T, Visaiphone S, Sootkongthong K, Volachack N. ປະເມີນຄ່າກຳມັນຕະພາບລັງສີທຳມະຊາດໃນຕົວຢ່າງຊາຍ ບ້ານດອນເຊັງ, ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ. ວາລະສານ ວິທະຍາສາດທຳມະຊາດ. 2025;25(2):128-133. doi:10.71026/sj.2025.02018
BibTeX
@article{Xayheungsy2025,
author = {Xayheungsy, Sonexay and Phommasoukha, Thanongxay and Visaiphone, Soulisack and Sootkongthong, Koonphet and Volachack, Nyphonh},
title = {ປະເມີນຄ່າກຳມັນຕະພາບລັງສີທຳມະຊາດໃນຕົວຢ່າງຊາຍ ບ້ານດອນເຊັງ, ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ},
journal = {ວາລະສານ ວິທະຍາສາດທຳມະຊາດ},
year = {2025},
volume = {25},
number = {2},
pages = {128--133},
doi = {10.71026/sj.2025.02018}
}
EUVIMED